ຄະນະພັກຮາກຖານກອງບັນຊາການ ປກສ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈັດກອງປະຊຸມທາບທາມບຸກຄະລາກອນຜູ້ທີ່ສະໜັກຄັດເລືອກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກເມືອງ ໃນວັນທີ 26 ມິຖຸນາ 2018 ໂດຍເຂົ້າຮ່ວມຂອງ ທ່ານ ສຸວິໄລ ຫຼວງລາດ ຮອງເລຂາພັກເມືອງ ຮອງເຈົ້າເມືອງຊົນນະບູລີ ແລະ ພັອ ສຸດທະສົມ ບຸນນະສິງ ຄະນະພັກກອງບັນຊາການຮອງກອງບັນຊາການ ປກສ ແຂວງ, ມີຄະນະພັກຮາກຖານ ປກສ ເມືອງ, ຄະນະຈັດຕັ້ງເມືອງ, ສະມາຊິກພັກສົມບູນ-ສຳຮອງ ປກສ ເມືອງ ເຂົ້າຮ່ວມ.

ພັອ ສຸດທະສົມ ບຸນນະສິງ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນໃນການປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ບັນລຸໄດ້ຕາມຈຸດປະສົງຄາດໝາຍ, ຮັບປະກັນໃຫ້ແກ່ການຊີ້ນຳ-ນຳພາອັນຖືກຕ້ອງຕາມຫຼັກການນຳພາຂອງພັກຢ່າງແທ້ຈິງ ແລະ ກໍເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ຂອງຄະນະບໍລິຫານງານພັກເມືອງໃຫ້ມີປະສິດທິຜົນສູງ, ສາມາດຕອບສະໜອງໄດ້ຕາມມາດຖານເງື່ອນໄຂຂອງບຸກຄະລາກອນ ທີ່ຈະປະກອບເຂົ້າໃນໂຄງປະກອບຄະນະພັກກອງບັນຊາການ ປກສ ເມືອງ, ໃນນັ້ນຕ້ອງແມ່ນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການ, ບໍລິສຸດຕໍ່ປະເທດຊາດ, ເປັນເອກະພາບສູງຕໍ່ພາລະກິດປ່ຽນແປງໃໝ່, ຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ, ມີຄຸນສົມບັດສິນທຳປະຕິວັດ, ສາມັກຄີຮັກແພງ, ຈິງໃຈ ແລະ ຄວາມຜູກພັນກັບປະຊາຊົນບັນດາເຜົ່າ, ມີແບບແຜນດໍາລົງຊີວິດປອດໃສຂາວສະອາດ, ສຸຂະພາບແຂງແຮງ, ດຸໝັ່ນຮໍ່າຮຽນ, ມີຄວາມຮູ້-ຄວາມສາມາດທາງດ້ານທິດສະດີການເມືອງ, ມີແບບແຜນນຳພາ ແລະ ວິທີເຮັດວຽກຖືກຕ້ອງຮູ້ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເຮັດສຳເລັດໜ້າທີ່ຕາມການມອບໝາຍ.

ໃນກອງປະຊຸມ, ສະມາຊິກພັກສົມບູນໄດ້ມີການປ່ອນບັດຄັດເລືອກແບບປິດລັບ ເຊິ່ງມີຜູ້ສະໝັກຈໍານວນ 13 ສະຫາຍ ເລືອກເອົາ 9 ສະຫາຍ.