ໃນ 6 ເດືອນຕົ້ນປີ 2018, ທົ່ວແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 108 ຄັ້ງ; ພາຫະນະເປ່ເພ 176 ຄັນ, ຄົນໄດ້ຮັບບາດເຈັບ 136 ຄົນ ແລະ ເສຍຊີວິດ 7 ຄົນ. ຢ່າງໃດກໍຕາມ, ໃນທ້າຍປີນີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງ ໄດ້ກຳນົດວຽກງານຈຸດສຸມຈຳນວນໜຶ່ງ ເພື່ອເຮັດໃຫ້ອຸບັດຕິເຫດພາຍໃນແຂວງຫຼຸດລົງ.

ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບການສັນຈອນໂດຍລວມຢູ່ແຂວງຫຼວງນ້ຳທາ ພາຍໃນເດືອນ 6 ເດືອນຕົ້ນປີ 2018, ຍັງມີຄວາມເປັນລະບຽບຮຽບຮ້ອຍດີ, ຜູ້ຂັບຂີ່ສ່ວນໃຫຍ່ພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກ. ຄຽງຄູ່ກັນນີ້, ເຈົ້າໜ້າທີ່ກໍໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ກົດລະບຽບການສັນຈອນ, ປະຕິບັດໜ້າທີ່ຕາມປ້ອມຕ່າງໆ ເພື່ອສະກັດກັ້ນ ແລະ ຕ້ານອຸບັດຕິເຫດຕາມທ້ອງຖະໜົນ.
ເຖິງຢ່າງໃດໃດກໍຕາມ, ທົ່ວແຂວງກໍຍັງມີອຸບັດຕິເຫດເກີດຂຶ້ນ ຍ້ອນວ່າແຂວງເປັນທາງຜ່ານໄປຫາຊາຍແດນຈີນ ແລະ ໄທ, ເຊິ່ງໃນແຕ່ລະວັນຈະມີລົດບັນທຸກ ຂົນສິນຄ້າເຂົ້າ-ອອກຜ່ານແຂວງເປັນຈໍານວນຫຼາຍ. ໃນຂະນະດຽວກັນ, ເສັ້ນທາງພັດບໍ່ສາມາດຮອງຮັບລົດຂະໜາດໃຫຍ່ໄດ້. ຄຽງຄູ່ກັນນີ້, ພໍ່-ແມ່ປະຊາຊົນທີ່ໃຊ້ລົດ-ໃຊ້ຖະໜົນພາຍໃນແຂວງ ຍັງບໍ່ທັນຮັບຮູ້ຢ່າງເລິກເຊິ່ງຕໍ່ກັບກົດລະບຽບຈະລາຈອນທີ່ວາງອອກ ເຮັດໃຫ້ມີການລະເມີດກົດລະບຽບຕ່າງໆ ເຊິ່ງນຳໄປສູ່ການເກີດອຸບັດຕິເຫດທີ່ສ້າງຜົນເສຍຫາຍໃຫ້ຊີວິດ ແລະ ຊັດບສິນ.

ເພື່ອເຮັດໃຫ້ອຸບັດຕິເຫດພາຍໃນ 6 ເດືອນທ້າຍປີ ຫຼຸດລົງ, ເຈົ້າໜ້າທີ່ຈະໄດ້ສືບຕໍ່ປະສານກັບບັນດາໂຮງຮຽນຕ່າງໆໃນທົ່ວແຂວງ ເພື່ອໂຄສະນາກົດລະບຽບໃນການຂັບຂີ່ພາຫະນະການໃຊ້ລົດ-ໃຊ້ຖະໜົນໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ແລະ ຈະໄດ້ປະສານກັບພະແນກໂຍທາແຂວງ ເພື່ອປັບປຸງບູລະນະບັນດາປ້າຍຫ້າມ, ປ້າຍເຕືອນ, ເຄື່ອງໝາຍຊີ້ບອກຊ່ອງຈະລາຈອນ ແລະ ເພີ່ມລະບົບໄຟອໍານາດຢູ່ສາມແຍກ, ສີ່ແຍກພາຍໃນຕົວເມືອງໃຫ້ດີຂຶ້ນຕື່ມ.