ຜ່ານການຕິດຕາມເປັນເວຫຼາຍເດືອນ, ມາຮອດວັນທີ 21 ມິຖຸນາ 2018, ພະນັກງານຕິດຕາມເປົ້າໝາຍຂອງກົມປ້ອງກັນການໃຊ້ເອເລັກໂຕຼນິກເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ໄດ້ສົມທົບກັບ ກົມຕຳຫຼວດສືບສວນ-ສອບສວນ ກ່ຽວກັບ ຄວາມສະຫງົບຂອງສັງຄົມ ແລະ ກອງບັນຊາການຕຳຫຼວດນະຄອນໂຮ່ຈິມິນ ໄດ້ແຍກກັນອອກເປັນຫຼາຍຈຸ ເພື່ອເຂົ້າປິດລ້ອມ ແລະ ບຸກເຂົ້າຈັບກຸມສະຖານທີ່ສົງໄສເປັນບ່ອນບັນຊາການໃຫ້ຫຼິ້ນການພະນັນບານ ແລະ ຮູບແບບການພະນັນອື່ນໆແບບອອນລາຍ ເຊິ່ງການບໍລິການໝູນວຽນເງິນຂອງກຸ່ມນີ້ມື້ໜຶ່ງຫຼາຍຮ້ອຍຕື້ດົ່ງ.

ເຄື່ອຂ່າຍພະນັນອອນລາຍນີ້ແມ່ນ ນາງ ເຈິ່ງຢາງອີເຫະ ອາຍຸ 22 ປີ ຢູ່ເຂດ 7 ນະຄອນໂຮ່ຈິມິນ ເປັນຫົວໂປ່ໂຕການ, ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວ ແລະ ກວດຄົ້ນສະຖານທີ່ພັກເຊົາຂອງຜູ້ກ່ຽວ ແລະ ບັນດາເປົ້າໝາຍອື່ນທີ່ກ່ຽວຂ້ອງ ເຈົ້າໜ້າທີ່ສາມາດກວດຢຶດໄດ້ຊີພີຢູຄອມພິວເຕີ 4 ຫົວ, ຄອມພິວເຕີຕັ້ງໂຕະ 1 ຊຸດ, ບັດເອທີເອັມ 8 ບັດ, ເງິນສົດ 300 ກວ່າລ້ານດົ່ງ, ໂທລະສັບມືຖື 8 ເຄື່ອງ ແລະ ຊິມໂທລະສັບອີກຈຳນວນຫຼາຍ ເພື່ອໃຊ້ໃນການລົງທະບຽນໃນຫຼາຍທະນາຄານຕ່າງກັນ.

ພະນັກງານຕຳຫຼວດປ້ອງກັນການກະທຳຜິດ ໂດຍໃຊ້ເອເລັກໂຕຼນິກຂັ້ນສູງ ທ່ານໜຶ່ງໃຫ້ຮູ້ວ່າ: ໃນການຕິດຕາມເກັບກຳຂໍ້ມູນຫຼັກຖານກ່ຽວກັບ ເຄືອຂ່າຍຫຼິ້ນການພະນັນອອນລາຍທີ່ມີຂະໜາດໃຫຍ່ນີ້ ໂດຍມີເປົ້າໝາຍຫົວໂປ່ໂຕການແມ່ນ ທ້າວ ຫງວຽນແທ້ງຫຸ່ງ ອາຍຸ 22 ປີ ຢູ່ເຮືອນເລກທີ 36 ກົງກິ່ງ, ທ້າວ ຫງວຽນກື້ຈິ້ງ ຢູ່ເຂດ 1 ນະຄອນໂຮ່ຈິມິນ, ການເຄື່ອນໄຫວຂອງພວກກ່ຽວຖືກ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະກວດພົບການຮັບລົງພະນັນຜ່ານລະບົບອອນລາຍ.

ການຫຼິ້ນການພະນັນແບບນີ້ແມ່ນ ບໍ່ໄດ້ນຳໃຊ້ຮູບແບບການຫຼິ້ນການພະນັນກ່ອນ ແລ້ວຈ່າຍເງິນຕາມຫຼັງຄື ກໍລະນີຂອງ ທ້າວ ຫຸ່ງ, ແຕ່ເຄືອຂ່າຍນີ້ແມ່ນໄດ້ສະໜອງລະຫັດໃຫ້ກັບຜູ້ເຂົ້າມາຫຼິ້ນຜູ້ລະໆຫັດ ໂດຍຕ້ອງໃຫ້ຜູ້ເຂົ້າຫຼິ້ນຊື້ກ່ອນ ແລະ ຈະບໍ່ໄດ້ຈ່າຍເງິນສົດໃຫ້ ແຕ່ພວກເຂົາຈະຈ່າຍຄືນໃຫ້ໃນລັກສະນະເປັນເງິນໄລ່ໃຫ້ຕາມຄະແນນທີ່ຫຼິ້ນໄດ້. ທຸກຄັ້ງທີ່ຫຼິ້ນຜູ້ເຂົ້າຫຼິ້ນ ຕ້ອງໄດ້ຈ່າຍເງິນຊື້ລະຫັດເພື່ອຢັ້ງຢືນການເຂົ້າໃຊ້ບໍລິການ ແລະ ຈຳນວນເງິນທີ່ພວກເຂົາຊື້ນັ້ນຈະມີອັດຕາ 1 ດົ່ງ ເທົ່າກັບ 30.000 ເງິນແທ້.

ນອກຈາກການພະນັນໃນຮູບແບບພະນັນເຕະບານແລ້ວ, ເຄືອຂ່າຍດັ່ງກ່າວຍັງຮັບພະນັນການຫຼິ້ນຫຼາຍກິລາຕື່ມອີກເຊັ່ນ: ບານຕີ, ປິ່ງປ່ອງ, ເທັນນິດ, ລອຍນໍ້າ, ແຂ່ງລົດ ແລະ ກິລາອື່ນໆອີກ.

ມາເດືອນມີນາ 2018, ພາຍຫຼັງທີ່ໄດ້ມີການປະສານສົມທົບກັບກົມ ຕຳຫຼວດສືບສວນ-ສອບສວນການກະທຳຜິດກ່ຽວກັບ ຄວາມບໍ່ສະຫງົບໃນສັງຄົມ, ກອງບັນຊາການຕຳຫຼວດແຂວງດົ່ງນ້າຍ, ບ່າເລ້ຍ, ຫວຸງເຕົ່າ ແລະ ນະຄອນໂຮ່ຈິມິນ ຮ່ວມກັນເຂົ້າມ້າງກຸ່ມເຄືອຂ່າຍດັ່ງກ່າວ ໂດຍສາມາດບຸກເຂົ້າສະຖານທີ່-ທີ່ຫົວໂປ່ໃຫຍ່ບັນຊາແຕ່ລະຈຸດຂອງ ທ້າວ ຫຸ່ງ ໄດ້ທັງໝົດ.

ເມື່ອເຈົ້າໜ້າທີ່ພວກເຮົາພິຈາລະນາ ແລະ ວິເຄາະໄດ້ວ່າ: ໄລຍະນີ້ເປັນໄລຍະການແຂ່ງຂັນເຕະບານໂລກເຊິ່ງນັບມື້ນັບໃກ້ເຂົ້າສູ່ຮອບຊີງຊະນະເລີດ; ສະນັ້ນ, ຜູ້ເປັນຫົວໂປ່ທີ່ກຳບັນຊີຂອງຜູ້ຫຼິ້ນການພະນັນທັງໝົດ ຈຶ່ງຢຸດການເຄື່ອນໄຫວຊົ່ວຄາວ ເພື່ອລໍຖ້າຟັງຜົນຂອງການແຂ່ງຂັນ; ຈາກນັ້ນ, ຈຶ່ງແຈ້ງເອົານັກຊ່ຽວຊານດ້ານອີເລັກໂຕຼນິກມາສ້າງໜ້າເພສ, ສ້າງເວັບໄຊອື່ນອີກເພື່ອສືບຕໍ່ເຄື່ອນໄຫວ, ຜູ້ຊີ້ນຳກົມຕຳຫຼວດປ້ອງກັນການໃຊ້ເອເລັກໂຕຼນິກເຄື່ອນໄຫວກໍ່ອາຊະຍາກຳ ໄດ້ຊີ້ນຳພະນັກງານລົງຕິດຕາມ ເພີ່ມພະນັກງານທີ່ມີຄວາມຮູ້ດ້ານເອເລັກໂຕຼນິເຂົ້າໄປອີກ ເພື່ອເພີ່ມປະສິດທິພາບໃນການຕິດຕາມກຸ່ມເຄື່ອນໄຫວດັ່ງກ່າວ; ຜ່ານການປະຕິບັດຂອງພະນັກງານໃນການຕິດຕາມການເຄື່ອນໄຫວຂອງພວກກ່ຽວຕະຫຼອດ 24 ຊົ່ວໂມງ ເຈົ້າໜ້າທີ່ພວກເຮົາຈຶ່ງສາມາດຊອກເຫັນການເຄື່ອນໄຫວຂອງກຸ່ມເຄື່ອນໄຫວທີ່ກ່ຽວຂ້ອງກັບພວກກ່ຽວຈຳນວນຫຼາຍກຸ່ມ ໂດຍສະເພາະແມ່ນກຸ່ມຈັດຕັ້ງຫຼິ້ນການພະນັນເຕະບານໂລກ 2018 ຢູ່ຕາມເຂດບ້ານ, ເມືອງໃນນະຄອນໂຮ່ຈິມິນ.

ມາຮອດທ້າຍເດືອນເມສາ 2018, ເຈົ້າໜ້າທີ່ຕຳຫຼວດໄດ້ຕິດຕາມແກະຮອຍການເຄື່ອນໄຫວຂອງກຸ່ມດັ່ງກ່າວ ເຊິ່ງສາມາດຮູ້ໄດ້ວ່າ ພວກກ່ຽວໄດ້ນຳໃຊ້ຊ່ອງເວັບໄຊ 12bet.com.

ຫຼັງຈາກທີ່ສາມາດຈັບຈຸດພິເສດຂອງການເຄື່ອນໄຫວ ໃນຮູບແບບການກະທຳຜິດຂອງກຸ່ມດັ່ງກ່າວແລ້ວ, ເຈົ້າໜ້າທີ່ຢືນຢັນວ່າ ນີ້ແມ່ນກຸ່ມເຄື່ອນໄຫວຂອງກຸ່ມພະນັນຜົນການເຕະບານເຖື່ອນທີ່ເຄີຍຫາຍຕົວໄປຈາກເທິງອິນເຕີເນັດ ໃນເມື່ອກ່ອນ.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ຄົ້ນຫາການເຄື່ອນໄຫວຂອງພວກກ່ຽວ ເຊິ່ງຮູ້ໄດ້ວ່າ: ພວກເຂົາໄດ້ມີການເຄື່ອນໄຫວໃຫ້ຜູ້ທີ່ເຂົ້າໄປຫຼິ້ນການພະນັນສາມາດລົງເງິນແບບບໍ່ຈຳກັດຈຳນວນເງິນ. ເງິນໃນບັນຊີຂອງພວກກ່ຽວມີການເຄື່ອນໄຫວໃນແຕ່ລະມື້ ແມ່ນມີຈຳນວນຫຼາຍ ແລະ ເຄື່ອຂ່າຍພະນັນນີ້ ແມ່ນຂຶ້ນກັບຜູ້ບັນຊາທີ່ເປັນຜູ້ຊາຍ ເພາະວ່າພວກເຂົາມີການເຄື່ອນໄຫວກ່ຽວກັບຜົນເຕະບານເປັນສ່ວນຫຼາຍ ແລະ ມັກກິລາຫຼາຍກວ່າຜູ້ຍິງ. ເຖິງຢ່າງໃດກໍຕາມ, ເມື່ອມີການຕິດຕາມເລິກລົງໄປເທົ່າໃດກໍຍິ່ງເຫັນແຈ້ງ ເພາະວ່າບໍ່ມີຜູ້ຊາຍຄົນໃດຈະເຂົ້າຮ່ວມບັນຊາໃນຂະບວນການດັ່ງກ່າວ ແລະ ປະກົດເຫັນແຕ່ຜູ້ຍິງຄົນດຽວທີ່ເຮັດໜ້າທີ່ເປັນຜູ້ບັນຊາທັງໝົດ; ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳໃຊ້ທຸກວິທີທາງເພື່ອຕິດຕາມ ຈົນມາຮອດເດືອນພຶດສະພາ 2018 ຈຶ່ງສາມາດຮູ້ໄດ້ວ່າ ເປົ້າໝາຍທີ່ບັນຊາເຄືອຂ່າຍດັ່ງກ່າວແມ່ນ ນາງ ເຈິ່ນ ຢ້າງອີເຫະ ອາຍຸ 22 ປີ ຢູ່ຄຸ້ມ 7 ນະ ຄອນໂຮ່ຈິມິນ.

ການຈັບຕົວ ນາງ ເຫະ ຈະມີການດຳເນີນການດ່ວນໄດ້ກໍຕໍ່ເມື່ອມີຂໍ້ມູນຫຼັກຖານພຽງພໍ ແຕ່ຖ້າເຮັດແບບນັ້ນກໍຈະຈັບໄດ້ສະເພາະແຕ່ຜູ້ກ່ຽວເທົ່ານັ້ນ ສ່ວນບັນດາພັກພວກທີ່ເປັນຕ່ອງໂສ້ໃນເຄືອຂ່າຍແມ່ນ ຈະບໍ່ສາມາດເຮັດຫຍັງໄດ້ ແລະ ອາດຈະພົບຄວາມຫຍຸ້ງຍາກໃນການເຂົ້າເຖິງຕົວ. ດັ່ງນັ້ນ, ຄະນະບັນຊາກົມຕຳຫຼວດຕ້ານການກະທຳຜິດດ້ວຍອີເລັກໂຕຼນິກຂັ້ນສູງ ຈຶ່ງໄດ້ແບ່ງໜ້າວຽກອອກເປັນສອງໜ້າຄື: ລັກສະນະຕໍ່ສູ້ມ້າງລາຍຄະດີກັບຕິດຕາມແຫຼ່ງຂ່າວຂອງກຸ່ມພັກພວກທີ່ພົວພັນເຖິງຂະບວນການພະນັນບໍ່ຖືກຕ້ອງນີ້ ເມື່ອໄດ້ຂໍ້ມູນທີ່ແນ່ນອນແລ້ວຈຶ່ງຈະນຳກຳລັງເຂົ້າຈັບກຸມທັນທີ.

ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທຸກພາກສ່ວນ ແມ່ນເລີ່ມມີຜົນຕອບແທນທີ່ດີ ເມື່ອມາຮອດກາງເດືອນມິຖຸນາ 2018 ຂະນະທີ່ສາມາດເກັບກຳຂໍ້ມູນຂອງພວກກ່ຽວໄດ້ທັງໝົດ ເຊິ່ງຮູ້ໄດ້ເຖິງຜູ້ທີ່ເປັນຜູ້ຊ່ວຍວຽກຫຼັກໃຫ້ກັບຫົວໂປ່ໂຕການໃຫຍ່ ເຊິ່ງລວມມີຄື ທ້າວ ຫຽວວັນເຫງຍ ເກີດປີ 1993, ທ້າວ ຫວໍວັນຮວ່າ ອາຍຸ 22 ປີ (ທັງສອງຄົນເປັນອ້າຍ-ນ້ອງກັນ), ທ້າວ ຟ້ານແທ້ງຮວ່າງ ອາຍຸ 26 ປີ, ນາງ ໂດຼທິຕູແອ້ງ ອາຍຸ 21 ປີ ແລະ ນາງ ໂດຼທິຕູກວ້ຽນ ອາຍຸ 23 ປີ ທັງໝົດແມ່ນຢູ່ນະຄອນໂຮ່ຈິມິນ.

ຫຼັງຈາກທີ່ມີການຮິບໂຮມຂໍ້ມູນລາຍຊື່ ແລະ ຫຼັກຖານທີ່ກ່ຽວຂ້ອງໄດ້ທັງໝົດ ຄະນະຮັບຜິດຊອບມ້າງລາຍຄະດີໄດ້ຂຶ້ນແຜນມ້າງລາຍຄະດີ ໂດຍໄດ້ສົມທົບກັບກົມຕຳຫຼວດສືບສວນ-ສອບສວນຄະດີຄວາມບໍ່ສະຫງົບໃນສັງຄົມ ແລະ ກອງບັນຊາການຕຳຫຼວດນະຄອນໂຮ່ຈິມິນ ໄດ້ນຳກຳລັງເຂົ້າມ້າງເຄືອຂ່າຍດັ່ງກ່າວໄດ້ສຳເລັດຫຼັງນັດເຕະບານລະຫວ່າງເຢຍລະມັນ ກັບ ເມັກຊິກ; ແຕ່ຍ້ອນວ່າໃນມື້ນັ້ນ ນາງ ເຫະ ແມ່ນໄດ້ອອກຈາກນະຄອນໂຮ່ຈິມິນ ໄປນອກແຂວງ. ດັ່ງນັ້ນ, ຈຶ່ງໄດ້ລໍຖ້າຈົນຮອດຕອນເຊົ້າວັນທີ 21 ມິຖຸນາ 2018 ເຈົ້າໜ້າທີ່ພວກເຮົາຈຶ່ງສາມາດເຂົ້າຄວບຄຸມ ແລະ ຈັບກຸມພວກກ່ຽວໄດ້ທັງໝົດ.

ເຖິງວ່າເຈົ້າໜ້າທີ່ພວກເຮົາໄດ້ວາງແຜນເຂົ້າຈັບກຸມແບບປິດລັບທີ່ສຸດ ແຕ່ ນາງ ເຫະ ກໍຍັງທັນສັ່ງໃຫ້ລູກນ້ອງລຶບຂໍ້ມູນທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຕົນເອງທີ່ບັນທຶກໄວ້ໃນຄອມໄດ້ຈຳນວນຫຼາຍ ແລະ ຕັດການເຊື່ອມຕໍ່ກັບເຊີເວີຫຼັກ ພ້ອມຕັດລະບົບເຄືອຂ່າຍການເຊື່ອມຕໍ່ທັງໝົດ. ເມື່ອເຫັນເຈົ້າໜ້າທີ່ພວກເຮົາເຂົ້າກວດຄົ້ນສະຖານທີ່ ແລະ ຈັບຕົວພວກກ່ຽວໂດຍພວກກ່ຽວເຊື່ອໝັ້ນວ່າ ຕົນເອງໄດ້ທຳລາຍຫຼັກຖານແລ້ວ ແລະ ຄິດວ່າເຈົ້າໜ້າທີ່ຈະບໍ່ສາມາດເອົາຂໍ້ມນຫຼັກຖານມັດຕົວພວກກ່ຽວໄດ້ ນາງ ເຫະ ຈຶ່ງຮ້ອງໂຮຂຶ້ນວ່າເຈົ້າໜ້າທີ່ເຮັດວຽກບໍ່ຖືກຕ້ອງ, ທຳຮ້າຍຜູ້ປະກອບກິດຈະການ ແລະອື່ນໆ.

ນອກນັ້ນ, ນາງ ເຫະ ຍັງໄດ້ເວົ້າໃຫ້ຕຳຫຼວດທີ່ກັອບເອົາຂໍ້ມູນເຂົ້າຮາດດິດ ເພື່ອນຳໄປເປັນຫຼັກຖານໃນການດຳເນີນຄະດີໃນຂໍ້ຫາກໍ່ຕັ້ງເປັນກຸ່ມຫຼິ້ນການພະນັນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແຕ່ຜູ້ກ່ຽວກໍເວົ້າວ່າທຸກຢ່າງທີ່ເຈົ້າໜ້າທີ່ເຮັດ ແມ່ນເປັນຜົນຮ້າຍໃຫ້ກັບຕົນເອງ ແລະ ຈະບໍ່ໃຫ້ອະໄພ.

ຕໍ່ໜ້າສະພາບການທີ່ເກີດຂຶ້ນ ເຈົ້າໜ້າທີ່ຕຳຫຼວດອິນເຕີເນັດ ຈຶ່ງໄດ້ນຳເອົາຂໍ້ມູນທັງໝົດທີ່ໄດ້ມາຈາກການເຂົ້າເກັບກູ້ໃນຮ້ານຂອງ ນາງ ເຫະ ນັ້ນມາດຳເນີນການກູ້ ແລະ ມ້າງພາດສ໌ເວີດ ເພື່ອເອົາຂໍ້ມູນທີ່ກ່ຽວຂ້ອງ ເມື່ອເຈົ້າໜ້າທີ່ສາມາດເກັບຂໍ້ມູນຫຼັກຖານໄດ້ທັງໝົດ ນາງ ເຫະ ຈຶ່ງຫັນກັບມາປ່ຽນທ່າທາງໃໝ່ ໂດຍປ່ຽນຄຳເວົ້າທີ່ແຂງກະດ້າງມາເປັນການອ່ອນຍອມ ແລະ ເວົ້າວ່າ ນ້ອງອາຍຸຍັງນ້ອຍ ຍັງບໍ່ຮູ້ຫຼາຍກ່ຽວກັບລະບຽບຫຼັກການ ແລະ ກົດໝາຍ ແລະ ມີຄວາມຈຳເປັນທາງຄອບຄົວ ຕົນເອງຈຶ່ງຄິດວ່າຈະເຮັດຄັ້ງດຽວ ແລະ ຈະນຳເງິນໄປນຳໃຊ້ໃນຄອບຄົວ (ກຽມເກີດລູກ). ສະນັ້ນ, ຈຶ່ງຮຽກຮ້ອງມາໃຫ້ເຈົ້າໜ້າທີ່ຈົ່ງເຫັນໃຈຜ່ອນໂທດໃຫ້ເພາະວ່ານີ້ກໍເປັນການກະທຳຜິດຄັ້ງທຳອິດ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຍອມຮັບຄວາມຜິດທຸກຂໍ້ກ່າວຫາ ແລະ ໃຫ້ຮູ້ວ່າ: ກ່ອນໜ້ານີ້, ຜົວຂອງຜູ້ກ່ຽວ ຊື່ ທ້າວ ຫງວຽນວັນເຫງຍ ໄດ້ກອບໂກຍເອົາຊັບສິນໃນຄອບຄົວໄປຫຼິ້ນການພະນັນອອນລາຍຈົນກ້ຽງ ຈຶ່ງເຮັດໃຫ້ຕົນເກີດຄວາມຄຽດແຄ້ນ.

ເມື່ອເປັນເຊັ່ນນັ້ນ, ຕົນເອງຈຶ່ງຄິດອອກວ່າ: ຈະສ້າງເວັບພະນັນຂຶ້ນເອງເລີຍ ແລະ ມອບໃຫ້ຜົວເປັນຜູ້ບໍລິຫານເອງ. ອີກຢ່າງໜຶ່ງ, ການສ້າງເວັບພະນັນນີ້ຂຶ້ນມາ ກໍເພື່ອບໍ່ໃຫ້ພົວເອົາເງິນໄປເສຍໃຫ້ກຸ່ມອື່ນ ແລະ ຍັງເປັນການຫາເງິນນຳອີກ. ໂດຍປະຕິບັດຕາມແຜນການມາປີ 2017 ຜູ້ກ່ຽວໄດ້ຕິດຕໍ່ຫາຜູ້ຮັບສ້າງເວັບໄຊ ມາສ້າງໃຫ້ໂດຍໃສ່ຊື່ວ່າ 12bet.com ເຊິ່ງມີເຄື່ອງເຊີບເວີລວມຕັ້ງຢູ່ປະເທດຟິລິບປິນ. ເວັບໄຊການພະນັນຜົນເຕະບານນີ້ແມ່ນເຄື່ອນໄຫວມາແຕ່ປີ 2017 ເຊິ່ງພວກເຂົາໄດ້ເຂົ້າເປັນສະມາຊິກ ແລະ ຂໍແຍກເປັນຊ່ອງການບໍລິຫານແບບສ່ວນຕົວ.

ເມື່ອສາມາດສ້າງໜ້າເວັບສຳເລັດ ທັງສອງຜົວ-ເມຍໄດ້ແບ່ງກັນຫາລູກຄ້າເຂົ້າມານຳໃຊ້ບໍລິການ ແຕ່ຜູ້ເປັນຜົວຮູ້ພຽງແຕ່ການພະນັນບານເທົ່ານັ້ນ ບໍ່ຮູ້ການບໍລິຫານການຫຼິ້ນອອນລາຍ; ດັ່ງນັ້ນ, ນາງ ເຫະ ຈຶ່ງໄດ້ຊອກຈ້າງຜູ້ຊ່ຽວຊານມາບໍລິຫານໜ້າເວັບການພະນັນແບບອອນລາຍໂດຍກົງ ເຊິ່ງຈະມີການເຊື່ອມຕໍ່ກັບເຊີບເວີຫຼັກທີ່ຕັ້ງຢູ່ປະເທດຟິລິບປິນ.

ເມື່ອໜ້າເວັບໄຊສ້າງສຳເລັດ ແລະ ມີການບໍລິການຢ່າງເປັນລະບົບ, ນາງ ເຫະ ໄດ້ມີການປຶກສາຫາລືກັບຜົວ ແລະ ບອກວິທີການຫາເງິນ ແລະ ຮູບແບບການໂຄສະນາ, ຄຸ້ມຄອງ ພ້ອມທັງຊັກຈູງລູກພະນັນເຂົ້າມາໃຊ້ບໍລິການ.

ຕົ້ນປີ 2018 ສາມາດດຶງດູດຜູ້ເຂົ້າຮ່ວມຫຼິ້ນການພະນັນໄດ້ຈຳນວນຫຼາຍແລ້ວ ນາງ ເຫະ ກໍຍັງໄດ້ເພີ່ມການຄຸ້ມຄອງຢ່າງເຄັ່ງຄັດ ເຊິ່ງໄດ້ເພີ່ມຄົນເຂົ້າມາຄຸ້ມຄອງ ໂດຍແມ່ນນ້ອງຜົວ ສ່ວນວຽກການຈ່າຍເງິນ ແລະ ຮັກສາເງິນແມ່ນມອບໃຫ້ ທ້າວ ຫວໍແທ້ງວິ້ງ ເປັນຜູ້ຮັບຜິດຊອບ.

ຮູບແບບການຫຼິ້ນພະນັນຂອງນາງ ເຫະ ວາງອອກ ແມ່ນຈະສ້າງລະຫັດລູກພະນັນ ເພື່ອຊື້ໂດຍການໂອນເງິນເຂົ້າບັນຊີກ່ອນ. ຈາກນັ້ນ, ຈຶ່ງຈະໄດ້ຮັບການຢືນຢັນໃຫ້ຫຼິ້ນເກມຕາມໃຈມັກ ແຕ່ວ່າເງິນທີ່ໃຊ້ເປັນການປະກັນນັ້ນແມ່ນ 100 ໂລດາຂຶ້ນໄປ ເມື່ອຫຼິ້ນຊະນະແມ່ນຈະໄດ້ຮັບລະຫັດ ແລະ ໄປປ່ຽນເອົາເງິນໄດ້ຕາມຕົນເອງຊະນະໜ້ອຍ ຫຼື ຫຼາຍ.

ຍ້ອນວ່າຜູ້ກ່ຽວເປັນຜູ້ຍິງທ່ີອາຍຸພຽງ 22 ປີ ແລະ ເປັນຄົນທີ່ສາມາດບັນຊາໄດ້ຫຼາຍໜ້າເວັບໄຊພະນັນອອນລາຍ. ດັ່ງນັ້ນ, ບັນດາລູກພະນັນຈຶ່ງໃຫ້ສາຍາຜູ້ກ່ຽວວ່າ ເປັນເຈົ້າແມ່ການພະນັນ.

ປັດຈຸບັນ, ເຈ້ົາໜ້າທ່ີຕຳຫຼວດຕ້ານການກໍ່ອາດຊະຍາກຳທາງອີເລັກໂຕຣນິກ ກຳລັງສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນ ແລະ ສະຫຼຸບສຳນວນຄະດີສົ່ງຟ້ອງສານຕັດສິນລົງໂທດຕາມຂັ້ນຕອນຂອງກົດໝາຍ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ