ກອງພັນເຄື່ອນທີ່ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 18 ກໍລະກົດ 2018 ເປັນປະທານໂດຍ ພັທ ຫອມ ວິພົນພູໄທ ຫົວໜ້າກອງພັນເຄື່ອນທີ່ ແລະ ເຂົ້າຮ່ວມໂດຍ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະພັກ-ຄະນະກອງພັນ, ຫົວໜ້າ-ຮອງກອງຮ້ອຍ, ຫົວໜ້າ-ຮອງ ຈຸ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັຕ ທວງໄຊ ດວງມາລາ ຮອງຫົວໜ້າກອງພັນເຄື່ອນທີ່ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ໃນ 6 ເດືອນຕົ້ນປີໃນນີ້ ໄດ້ເອົາໃຈໃສ່ວຽກງານປ້ອງກັນເຄື່ອນທີ່ຍ້າຍວັດຖຸໄປຕ່າງເມືອງ-ຕ່າງແຂວງ 80 ຄັ້ງ, ປ້ອງກັນເອົາເງິນເຂົ້າຕູ້ ATM ຈຳນວນ 331 ຄັ້ງ, ອອກກວດກາອ້າຍນ້ອງຢູ່ບັນດາຈຸດ 51 ຄັ້ງ, ຍາມປ້ອມ 5.925 ຊົ່ວໂມງ, ປ້ອງກັນເວນຍາມ ແລະ ອອກເຄື່ອນໄຫວລາດຕະເວນໄດ້ 229 ຄັ້ງ, ອອກແຮງງານລວມ 22 ຄັ້ງ, ປ້ອງກັນວິຊາການຈີນລົງກວດອຸໂມງ 2 ຄັ້ງ, ປ້ອງກັນການນຳຂອງແຂວງລົງກວດອຸໂມງ 1 ຄັ້ງ, ແກ້ໄຂກໍລະນີຕ່າງໆທັງໝົດ 123 ເລື່ອງ, ມີຜູ້ກໍ່ເຫດ 166 ຄົນ ຍິງ 9 ຄົນ, ໄດ້ສຶກສາອົບຮົມມອບໃຫ້ຜູ້ປົກຄອງແລ້ວ 73 ເລື່ອງ, ມີ 104 ຄົນ ຍິງ 2 ຄົນ, ຢຶດຢາບ້າໄດ້ 499 ເມັດ ໃນນັ້ນ, ມີກໍລະນີເສບຢາບ້າ ແລະ ມີຢາບ້າໄວ້ໃນຄອບ ຄອງ 51 ເລືອງ, ກໍ່ອາລະວາດຄອບຄົວ 10 ເລື່ອງ, ຜິດຖຽງກັນ ແລະ ທຳຮ້າຍຮ່າງກາຍ 13 ເລື່ອງ, ມີອາວຸດລ່າເນື້ອໄວ້ຄອບຄອງ 15 ເລື່ອງ, ດັດແປງສະພາບເຕັກນິກລົດ 17 ເລື່ອງ, ລັກຊັບ ພົນລະເມືອງ 6 ເລື່ອງ, ທຳມິດສະຈານ ແລະ ພະຍາຍາມຂົ່ມຂືນ 2 ເລື່ອງ.

ໂອກາດດັ່ງກ່າວ, ພັທ ກອງແກ້ວ ສິງມີໄຊ ໄດ້ຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ພ້ອມທັງຮຽກຮ້ອງໃຫ້ຄະນະພັກ- ຄະນະບັນຊາກອງພັນ ໃຫ້ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ໝັ່ນຝຶກແອບບັນດາຍຸດທະວິທີຕ່າງໆໃຫ້ເປັນ ປະຈຳ, ປ້ອງກັນເວນຍາມສຳນັກງານ-ອົງການ ແລະ ບັນດາລັດວິສາຫະກິດຕ່າງໆໃຫ້ມີຄວາມປອດໄພ.