ຂ່າວຕ່າງປະເທດລາຍງານໃນວັນທີ 27 ກໍລະກົດນີ້ວ່າ: ສັນຍານ້ຳມັນດິບ ເວສເທັກຊັສ ສົ່ງມອບເດືອນກັນຍານີ້ ເຊິ່ງມີການຊື້ຂາຍທາງລະບົບອີເລັກໂຕຣນິກ ທີ່ຕະຫຼາດໄນເມັກ ປິດຕະຫຼາດແລ້ວ ລາຄາປັບຕົວຂຶ້ນ 31 ເຊນ ຢູ່ທີ່ 69,61 ໂດລາສະຫະລັດຕໍ່ບາເຣວ ສ່ວນສັນຍານ້ຳມັນດິບ ເບຣນ ດພີ່ມຂຶ້ນ 73 ເຊນ ຫຼື 1% ປິດທີ່ 74,66 ໂດລາສະຫະລັດຕໍ່ບາເຣວ.

ທັ້ງນີ້, ນັກລົງທຶນພາກັນເທຂາຍເພື່ອສ້າງກຳໄລ ຫຼັງຈາກສັນຍານ້ຳມັນດິບ ເວສເທັກຊັສ ປິດແລ້ວເພີ່ມຂຶ້ນເປັນເວລາ 2 ມື້ຕິດຕໍ່ກັນ. ຂະນະດຽວກັນ, ນັກລົງທຶນກໍລະມັດລະວັງໃນການຊື້ຂາຍ ແລະ ຈັບຕາສະຖານະການໃນອາຣັບບິ ຊາອຸດິດ ຢ່າງໃກ້ຊິດ ຫຼັງຈາກລັດຖະມົນຕີກະຊວງພະລັງງານ ຂອງອາຣັບບິ ຊາອຸດິດ ເປີດເຜີຍວ່າ: ລັດຖະບານຕັດສິນໃຈຢຸດການສົ່ງອອກນ້ຳມັນຜ່ານທາງຊ່ອງທາງລຳລຽງຂົນສົ່ງ ບັບ ອັນ-ມັນເດບ ໃນທະເລແດງ ເນື່ອງຈາກເຮືອບັນທຸກນ້ຳມັັນຂະໜາດໃຫຍ່ 2 ລຳ ຖືກໂຈມຕີໂດຍກອງກຳລັງປະກອບອາວຸດ ຮູຕີ ໃນເຢເມນ.

ຖ້ອຍຄຳຖະແຫຼງດັ່ງກ່າວ ມີຂຶ້ນຫຼັງຈາກເຮືອບັນທຸກນ້ຳມັນດິບຂະໜາດໃຫຍ່ 2 ລຳ ຂອງອາຣັບບິ ຊາອຸດິດ ຖືກໂຈມຕີລະຫວ່າງແລ່ນຢູ່ໃນທະເລແດງ ໂດຍເຮືອບັນທຸນ້ຳມັນຈຳນວນໜຶ່ງໃນສອງລຳນີ້ ໄດ້ຮັບຄວາມເສຍຫາຍເລັກນ້ອຍ.

ນອກນີ້, ອາຣັບບິ ຊາອຸດິດ ຈະຢຸດການສົ່ງອອກນ້ຳມັນຜ່ານຊ່ອງທາງດັ່ງກ່າວ ໄປຈົນກວ່າສະຖານະການຈະມີຄວາມຊັດເຈນ ແລະ ການເດີນເຮືອທາງທະເລຜ່ານຊ່ອງແຄບ ບັບ ອັນ-ມັນເດບ ຈະມີຄວາມປອດໄພ.