ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ສິງຫາ ທີ່ຜ່ານມາວ່າ: ຕຳຫຼວດປະຈຳສະໜາມບິນລະຫວ່າງປະເທດ ເມືອງກວາດາລາຮາຣາ ຂອງເມັກຊິກ ໄດ້ກວດພົບ ແລະ ຢຶດເຂົ້າໜົມປັງຫຼາຍສິບກ້ອນ ທີ່ມີຫໍ່ໂຄເຄນສອດໄສ້ຢູ່ຂ້າງໃນຂະໜົມດັ່ງກ່າວ.

ເຈົ້າໜ້າທີ່ເມັກຊິກ ຖະແຫຼງວ່າ: ໝາດົມກິ່ນ ພົບຫໍ່ເຂົ້າໜົມປັງ 15 ກ້ອນ ເຊິ່ງມີເປົ້າໝານສົ່ງໄປທີ່ລັດຄາລິຟໍເນຍ ສະຫະລັດອາເມລິກາ ໂດຍແຕ່ລະກ້ອນມີຖົງໂຄເຄນຂະໜາດ 150 ກຼາມ ເຊື່ອງໄວ້ຢູ່ພາຍໃນເຂົ້າໜົມປັງ.

ສຳລັບລາຄາຂາຍຂອງໂຄເຄນໃນຕະຫຼາດ ຢູ່ທີ່ປະມານ 150 ໂດລາສະຫະລັດຕໍ່ກຼາມ ເຊິ່ງການຂົນສົ່ງສິນຄ້າໃນປະລິມານນ້ອຍເພື່ອຫຼີກລ່ຽງການກວດຈັບໃນລັກສະນະນີ້ ກຳລັງກາຍເປັນບັນຫາຫຼາຍຍຂຶ້ນສຳລັບ ເຈົ້າໜ້າທີ່ໜ່ວຍປາຍປາມຢາເສບຕິດ ປະຈຳສະໜາມບິນ.