ການຕິດຕາມທຸກການພົວພັນຂອງລູກນ້ອງ ທ້າວ ຫວູຮວ່າງ ແອ້ງ ຫຼື Didona ຖືສັນຊາດອັງກິດ ເປົ້າ ໝາຍດັ່ງກ່າວແມ່ນລູກຊອດຫວຽດນາມ-ຝຣັ່ງ ເຊິ່ງເປັນເປົ້າໝາຍຫົວໂປ່ໂຕການ ໃນເຄືອຂ່າຍຜະລິດຢາເສບ ຕິດປະເພດຢາໄອສ໌, ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວ ໃນວັນທີ 15 ມິຖຸນາ 2018 ພ້ອມທັງເຄືອຂ່າຍຄ້າຂາຍຢາເສບຕິດຂອງຜູ້ກ່ຽວ ກໍຖືກເຈົ້າໜ້າທີ່ກວາດລ້າງໄດ້ສຳເລັດ.

ໃນຂະນະທີ່ມີການປະສານສົມທົບກັບ ກອງທະຫານຊາຍແດນວິຊາສະເພາະ ປາບປາມຢາເສບຕິດພິເສດ ກົມສືບສວນ-ສອບສວນຕ້ານການຄ້າເຖື່ອນ, ກົມພາສີອາກອນ, ຫ້ອງຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ກອງບັນຊາການຕຳຫຼວດ ແຂວງເຫງະອານ, ເຕີ້ຍນິ້ງ ແລະ ນະຄອນໂຮ່ຈິມິນ ໄດ້ພ້ອມກັນສຸມໃສ່ຕໍ່ສູ້ມ້າງເຄືອຂ່າຍລາຍຄະດີເຄື່ອນຍ້າຍ ແລະ ຄ້າຂາຍຢາເສບຕິດລະດັບຊາດ ໂດຍແມ່ນເປົ້າໝາຍ ທ້າວ ຫວູຮວ່າງແອ້ງ ເປັນຫົວໂປ່ໂຕການໃນຄະດີ ເຊິ່ງເຈົ້າໜ້າທີ່ສືບຮູ້ວ່າ ລູກນ້ອງຂອງ ທ້າວ ແອ້ງ ມັກພົວພັນກັບເປົ້າໝາຍອື່ນ ເພື່ອສົ່ງສິນຄ້າແບບປິດລັບຢູ່ເຂດ 8 ນະຄອນໂຮ່ຈິມິນ.

ທ້າວ ຫວູຮວ່າງແອ້ງ ຫຼື Didona ຖືສັນຊາດອັງກິດ

ເມື່ອເຈົ້າໜ້າທີ່ຕິດຕາມສະພາບການພົວພັນຂອງພວກກ່ຽວ ຈຶ່ງສາມາດສືບຮູ້ໄດ້ວ່າ: ຜູ້ເປັນຫົວໂປ່ໂຕການໃນຂະບວນການນີ້ ແມ່ນລູກຊອດຫວຽດນາມ-ຝຣັ່ງ ທີ່ຊື່ວ່າ: ທ້າວ Didona ເຊິ່ງເປັນເປົ້າໝາຍໂຕການໃນຂະບວນການຜະລິດຢາເສບຕິດ ປະເພດຢາໄອສ໌ ຖືກເປີດເຜີຍໂສມໜ້າ.

ພັອ ເລ້ແທ້ງລ້ຽມ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ໃຫ້ຮູ້ວ່າ: ທ້າຍເດືອນພຶດສະພາ 2018, ໃນຂະນະທີ່ທຸກພາກສ່ວນໄດ້ສຸມກຳລັງລົງຕິດຕາມເປົ້າໝາຍເຄືອຂ່າຍຜະລິດ ແລະ ຄ້າຂາຍຢາເສບຕິດທີ່ ທ້າວ ແອ້ງ ເປັນຫົວໂປ່ ແລະ ເຈົ້າໜ້າທີ່ບາງພາກສ່ວນໃນເທດສະບານຕົວເມືອງ ໃນນະຄອນໂຮ່ຈິມິນ ໄດ້ສືບຮູ້ວ່າ: ມີການຂົນສົ່ງຄ້າຂາຍຢາບ້າປະສົມ (ຢາອີ) ຈໍານວນຫຼາຍຜິດປົກກະຕິ, ຢາເສບຕິດດັ່ງກ່າວແມ່ນຖືກສົ່ງເຂົ້າຈຳໜ່າຍຕາມເທັກ, ບາ ຫຼື ຮ້ານບັນເທີງໃຫຍ່ ເຂດໃນເມືອງ.

ນອກຈາກນັ້ນ, ຢາເສບຕິດເຫຼົ່ານີ້ ຍັງຖືກສົ່ງກັບຂຶ້ນໄປຈຳໜ່າຍຕາມບັນດາແຂວງ ໃນເຂດພາກເໜືອ. ເພາະສະນັ້ນ, ເຈົ້າໜ້າທີ່ພວກເຮົາຈຶ່ງສັນນິຖານວ່າ: ແຫຼ່ງຜະລິດຢາເສບຕິດດັ່ງກ່າວ ຕ້ອງຢູ່ພາກໃຕ້ຢ່າງແນ່ນອນ ແລະ ອາດເປັນໄປໄດ້ວ່າ ແມ່ນມີການຜະລິດຢູ່ກັບທີ່ໃນບ່ອນໃດໜຶ່ງ ເຊິ່ງໜ້າຈະບໍ່ແມ່ນການນຳເຂົ້າຈາກນອກປະເທດ ເພາະວ່າລາຄາຈຳໜ່າຍຂອງເຄືອຂ່າຍນີ້ ແມ່ນມີລາຖືກ ເຊິ່ງເຮັດໃຫ້ຜູ້ຕິດຢາເສບຕິດ ແລະ ກຸ່ມເຄື່ອນໄຫວຄ້າຂາຍຍ່ອຍໃຫ້ການສົນໃຈ ແລະ ສາມາດຮັບປະກັນມີຢາສະໜອງໃຫ້ຕະຫຼອດບໍ່ຂາດ.

ຕົ້ນເດືອນມິຖຸນາ 2018, ເຈົ້າໜ້າທີ່ພົບເຫັນລູກນ້ອງຂອງ ທ້າວ ແອ້ງ ໄດ້ມີການພົວພັນສົ່ງຢາໃຫ້ກັບເປົ້າ ໝາຍທີ່ເຄີຍຄ້າຂາຍນຳກັນ, ເມື່ອໄດ້ຢາແລ້ວ ຈະນຳຢາເສບຕິດເຫຼົ່ານັ້ນເຂົ້າໄປຈຳໜ່າຍໃນຮ້ານບັນເທີງ, ເທັກ ຫຼື ບັນດາສະຖານທີ່ຫຼິ້ນກິນຕ່າງໆ ເຊິ່ງເຈົ້າໜ້າທີ່ສາມາດຈັບໄດ້ຈຸດພິເສດຂອງເຄື່ອຂ່າຍນີ້ວ່າ: ອາດມີສະຖານທີ່ຜະລິດຢາເສບຕິດໃນເມືອງນີ້ຢ່າງແນ່ນອນ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ຕິດຕາມຫຍັບຈໍ້ເຂົ້າ ແລະ ໄດ້ຮັບຄຳສັ່ງໃຫ້ຕິດຕາມກິ່ນແປກໆ ຫຼື ກິ່ນສານເຄມີ ແລະ ກໍປະກົດວ່າ: ມີກິ່ນດັ່ງກ່າວອອກຈາກເຮືອນພັກໃນຕຶກ ແລະ ເຮືອນທີ່ຢູ່ໃກ້.ຈາກນັ້ນ, ກໍເຂົ້າຕິດຕາມວ່າ ກິ່ນດັ່ງກ່າວແມ່ນກິ່ນຈາກການຜະລິດສິ່ງເສບຕິດ ຫຼື ບໍ.

ພຽງເວລາເກືອບ 10 ມື້, ພະນັກງານຕິດຕາມເປົ້າໝາຍ ສາມາດສືບຮູ້ປະຫວັດຂອງຫົວໂປ່ໃຫຍ່ Didona ຜູ້ກ່ຽວເກີດປີ 1992, ສັນຊາດຝຣັ່ງ, ຮຽນຈົບວິທະຍາໄລຂະແໜງເຄມີສາດ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອຮຽນຈົບ ຜູ້ກ່ຽວຖືກສັບຊ້ອນເຂົ້າເຮັດວຽກຢູ່ວິທະຍາໄລນັ້ນ ແຕ່ຜູ້ກ່ຽວປະຕິເສດ ແລ້ວກັບມາດຳລົງຊີວິດຢູ່ຫວຽດນາມ.

ເຖິງວ່າ ຜູ້ກ່ຽວດຳລົງຊີວິດແບບບໍ່ມີວຽກເຮັດງານທຳ, ຄອບຄົວຢູ່ໃນຖານະທຳມະດາກໍຕາມ ແຕ່ຜູ້ກ່ຽວຍາມໃດ ກໍເຮັດໂຕຄືວ່າ ເປັນຄົນມີເງິນເປັນເສດຖີ ເຊິ່ງສະແດງອອກໃນການໃຊ້ເຄື່ອງຂອງສ່ວນຕົວ, ການໃຊ້ຈ່າຍ, ລົດຂີ່ລ້ວນແຕ່ມີລາຄາແພງ ແລະ ເຂົ້າກິນອາຫານຕາມຮ້ານທີ່ມີລະດັບຫຼູຫຼາ; ນອກນັ້ນ, ຜູ້ກ່ຽວຍັງເຊົ່າຫ້ອງພັກເທິງຄອນໂດລາຄາແພງໄວ້ອີກ 2 ຫ້ອງ ຫ້ອງໜຶ່ງຢູ່ເຂດ 8 ນະຄອນໂຮ່ຈິມິນ ຜູ້ກ່ຽວຢູ່, ອີກໜຶ່ງຫ້ອງ ແມ່ນເຊົ່າຢູ່ເຂດບິ່ງແທ້ງ ເຊົ່າໃຫ້ເມຍນ້ອຍຢູ່. ເຖິງຢ່າງໃດກໍຕາມ, ເປົ້າໝາຍດັ່ງກ່າວ ກໍບໍ່ໄດ້ຢູ່ກິນໃນທັງສອງສະຖານທີ່ນີ້ ຜູ້ກ່ຽວຈະໄປເຊົ່າໂຮງແຮມຄ້າງຄືນ ຢູ່ເປັນການສ່ວນຕົວ.

ວຽກຕິດຕາມເປົ້າໝາຍ Didona ແບບໃກ້ຊິດ ກໍາລັງເຂົ້າສູ່ຄວາມສະດວກ ຜູ້ກ່ຽວໄດ້ປິດການຕິດຕໍ່ພົວພັນກັບພາຍນອກ. ຈາກນັ້ນ, ກໍພາເມຍນ້ອຍ ໄປທ່ຽວທີ່ເຂດບ່ານ່າ, ທະເລຍ່າຈ່າງ ແຂວງດ່າໜັງ. ດັ່ງນັ້ນ, ເຈົ້າໜ້າທີ່ພວກເຮົາກໍບໍ່ຢຸດເຊົາໃນການຕິດຕາມ ໂດຍແຕ່ງຕັ້ງພະນັກງານສືບຂ່າວຕິດຕາມໄປທຸກບ່ອນ ເພື່ອຮັບປະກັນບໍ່ໃຫ້ເປົ້າໝາຍຫຼຸດລອດຈາກວົງຕິດຕາມ.

ໃນຂະນະດຽວກັນ, ກໍໄດ້ຮັບການລາຍງານຂ່າວຈາກພະນັກງານຕິດຕາມເປົ້າໝາຍ ທາງໃນເມືອງວ່າ: ກວດພົບສະຖານທີ່ ທ້າວ Didona ໃຊ້ເປັນບ່ອນຜະລິດຢາເສບຕິດແລ້ວ ເຊິ່ງຜູ້ກ່ຽວໄດ້ຜະລິດໃນຫ້ອງພັກ 2 ຄອນໂດ ຄື: ຫ້ອງພັກໃນຄອນໂດກາຍຫວຽດ ເຂດ 8 ແລະ ໃນຫ້ອງເທິງຕຶກ Vinhome ໃນເຂດບິ່ງແທ້ງ ນະຄອນໂຮ່ຈິມິນ; ນອກນັ້ນ, ຜູ້ກ່ຽວຍັງໄດ້ຈ້າງໝູ່ຂອງຜູ້ກ່ຽວ 2 ຄົນ ຜູ້ໜຶ່ງຢູ່ປະເທດໂຮນລັງ ແລະ ອີກຜູ້ໜຶ່ງຢູ່ຝຣັ່ງ ເປັນຜູ້ສົ່ງສານເຄມີທີ່ໃຊ້ຜະລິດເປັນຢາເສບຕິດຈາກປະເທດຕົ້ນທາງ ຜ່ານເສັ້ນທາງອາກາດໃຫ້.

ແຜນການຈັບເປົ້າໝາຍລາຍນີ້ ຖືກວາງແຜນການຢ່າງລະອຽດ, ເພາະວ່າຜູ້ກ່ຽວມີສັນຊາດຝຣັ່ງ ຖ້າຫາກຈັບແລ້ວບໍ່ມີຂອງກາງຄາມື ຫຼື ໃນເຮືອນບໍ່ສາມາດກວດພົບ ແນ່ນອນວ່າຈະພົວພັນເຖິງວຽກການຕ່າງປະເທດ ຢ່າງແນ່ນອນ.

ຫ້ອງຕຳຫຼວດສືບສວນ-ສອບສວນຄະດີຢາເສບຕິດ ກອງບັນຊາການຕຳຫຼວດ

ຍ້ອນການເຄື່ອນໄຫວທີ່ມີປະສົບການຫຼາຍປີ, ບັນດາພະນັກງານແຕ່ລະພາກສ່ວນ ໄດ້ກຳແໜ້ນກ່ຽວກັບຂໍ້ມູນການເຄື່ອນໄຫວຂອງພວກກ່ຽວ ຈຶ່ງເປັນໂອກາດດີໃຫ້ຜູ້ຊີ້ນຳນຳກຳລັງເຂົ້າຈັບຕົວພວກກ່ຽວໄດ້ທັງຫົວໂປ່ໂຕການຄື ທ້າວ Didona ພ້ອມດ້ວຍພັກພວກ ໃນວັນທີ 15 ມິຖຸນາ 2018, ກວດຄົ້ນສະຖານທີ່ພັກເຊົາ ແລະ ສະຖານທີ່ຊຸກເຊື່ອງຢາເສບຕິດຂອງເປົ້າໝາຍດັ່ງກ່າວ ທີ່ຕຶກຄອນໂດ ກາຍຫວຽດ ທີ່ເຂດ 8 ແລະ ອີກສອງສະຖານທີ່ຂອງຜູ້ກ່ຽວ ເຈົ້າໜ້າທີ່ກວດຢຶດຢາເສບຕິດ ປະເພດໂຄເຄນ 1 ກິໂລກຼາມ, ສານເຟຕາມິນ 1 ກິໂລກຼາມ ແລະ ຢາອີ 84.000 ເມັດ ເທົ່າກັບ 30,7 ກິໂລກຼາມ.

ເຈົ້າພໍ່ຄ້າ-ຂາຍຢາເສບຕິດລາຍໃຫຍ່

ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ Didona ຮັບສາລະພາບວ່າ: ຕົນເອງຮັບຜິດທຸກຂໍ້ກ່າວຫາ, ຍອມຮັບວ່າ ເປັນຄົນຜະລິດຢາເສບຕິດ ແລະ ມີສານເຄມີຜະລິດຢາເສບຕິດຜິດກົດໝາຍ; ນອກນັ້ນ, ຍັງໄດ້ປະກອບເຄື່ອງຈັກ ແລະ ອຸປະກອນຜະລິດຢາເສບຕິດ ແລະ ໄດ້ຜະລິດຢາເສບຕິດສົ່ງໃຫ້ເປົ້າໝາຍ ຊື່ ຫງວຽນວັນແທ່ງ ເປັນຜູ້ຮອງຮັບເອົາທັງໝົດ, ໃນທຸກຄືນ ທ້າວ ແທ່ງ ຈະຮັບຜິດຊອບນຳຢາເສບຕິດ ປະເພດຢາອີ ຈຳນວນ 15.000-20.000 ເມັດ ເພື່ອນຳໄປຂາຍຕໍ່ໃຫ້ກັບກຸ່ມເຄືອຂ່າຍຂາຍຍ່ອຍ ດ້ວຍລາຄາຂາຍຍ່ອຍ 200.000 ດົ່ງຕໍ່ເມັດ ແຕ່ລາຄາສົ່ງໃຫ້ແມ່ນ 140.000 ດົ່ງຕໍ່ເມັດ; ນັ້ນໝາຍຄວາມວ່າ, ທຸກຄືນ ທ້າວ Didona ຈະໄດ້ເງິນເຂົ້າຖົງຫຼາຍຕື້ດົ່ງ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ນສພ ຄວາມສະຫງົບ