ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ຢູ່ໃນບັນດາກົມກອງ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງນໍາພາ-ບັນຊາຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງ ດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນອາທິດຜ່ານມາ, ເຂົ້າຮ່ວມເປັນສັກຂີພະຍານໂດຍ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະກອງກອງບັນຊາການ ປກສ ແຂວງ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮອ ທະວີສອນ ພົມແພງດີ ຮອງສຳນັກກອງພັນປ້ອງກັນເຄື່ອນທີ່ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 1305/ປກສ, ລົງວັນທີ 24 ກໍລະກົດ 2018 ວ່າດ້ວຍການ ໂຍກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄປຮັບໜ້າທີ່ໃໝ່ປະຈໍາການຢູ່ກົມກອງອ້ອມຂ້າງ ແລະ ຜ່ານບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ; ໃນນີ້, ມີມອບ-ຮັບໜ້າທີ່ຫ້ອງຕໍາຫຼວດລະຫວ່າງ ພັທ ສໍາລານ ແກ້ວອໍາພອນ ຮອງຫົວໜ້າຫ້ອງຕໍາຫຼວດ (ຜູ້ເກົ່າ) ກັບ ພັຕ ເດດມີໄຊ ຮອງຫົວໜ້າ ຫ້ອງຕໍາຫຼວດ (ຜູ້ໃໝ່), ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລະຫວ່າງ ພັທ ທະນົງສັກ ສີວົງດາວ ຮັກສາການຫົວໜ້າຫ້ອງ (ຜູ້ເກົ່າ) ແລະ ພັທ ໄຊຍະສຸກ ຫຼຽນຕະກຸນ ເປັນຮັກສາການຫົວໜ້າຫ້ອງ (ຜູ້ໃໝ່), ຫົວໜ້າຄ້າຍຄຸມຂັງ-ດັດສ້າງລະຫວ່າງ ພັທ ເພັດສະໝອນ ດວງເດດ ຮັກສາການຫົວໜ້າຄ້າຍຄຸມ ຂັງ-ດັດສ້າງ (ຜູ້ເກົ່າ) ແລະ ພັທ ສີລາ ພົມມະຈັນ ຫົວໜ້າຄ້າຍຄຸມ ຂັງ-ດັດສ້າງ (ຜູ້ໃໝ່), ຫົວໜ້າຫ້ອງ 504 ລະຫວ່າງ ພັທ ເຄນພອນ ຄໍາພະໄຊ ຫົວໜ້າຫ້ອງ 504 (ຜູ້ເກົ່າ) ແລະ ພັທ ທະນົງສັກ ສີວົງດາວ ຫົວໜ້າຫ້ອງ 504 (ຜູ້ໃໝ່), ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ລະຫວ່າງ ພັທ ສີທັດ ຂົວທິຈັກ ຮັກສາການຫົວໜ້າກອງພັນປ້ອງກັນເຄື່ອນທີ່ (ຜູ້ເກົ່າ) ແລະ ພັທ ບົວແກ້ວ ຈັນທະບູນສຸກ ເປັນຫົວໜ້າກອງພັນປ້ອງກັນ ເຄື່ອນທີ່ (ຜູ້ໃໝ່).

ພັທ ຜາຂົງ ດອກມະນີຈັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກໂຍກຍ້າຍໃນຄັ້ງນີ້ ທີ່ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການຊີ້ນໍາ-ນໍາພາຕໍ່ກັບວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ແລະ ປະສົບຜົນສໍາເລັດໃນໄລຍະຜ່ານມາ, ເຊິ່ງການແຕ່ງຕັ້ງ-ໂຍກຍ້າຍຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຢ່າງພາວະວິໄສຂອງລະບົບການຈັດຕັ້ງພັກ-ລັດ, ພ້ອມທັງຮຽກຮ້ອງໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ເຮັດໜ້າທີ່ວຽກງານຂອງ ຕົນທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ພະນັກງານເປັນປົກກະຕິ, ນໍາເອົາຄວາມຮູ້-ຄວາມສາມາດຂອງຕົນໝູນໃຊ້ໃຫ້ເກີດດອກອອກຜົນ ແລະ ມີໃບໜ້າໃໝ່ທີ່ ຍິ່ງໃຫຍ່ກວ່າເກົ່າ ເພື່ອພັດທະນາກໍາລັງເຫຼົ່າຮົບວິຊາສະເພາະໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.