ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງຄັ້ງທີ 11 ( ສະໄໝທີ VI ) ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ໃນອາທິດຜ່ານມາ, ເປັນປະທານໂດຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ, ເຂົ້າຮ່ວມໂດຍ ທ່ານ ວັນໄຊ ຊົງຊາຢູ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດສອບລັດຖະບານ, ມີຄະນະຈັດຕັ້ງສູນກາງພັກ, ບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ອົງການ, ລັດວິສາຫະກິດເຂົ້າຮ່ວມ 100 ກວ່າສະຫາຍ.

ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 3 ວັນ, ເຊິ່ງໄດ້ສຸມໃສ່ຄົ້ນຄວ້າປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ ແລະ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາບົດສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VI ແລະ ວຽກງານຈຸດສຸມໃນໄລຍະ 3 ເດືອນທ້າຍປີ 2018; ຮັບຮອງເອົາບົດສະຫຼຸບຕີລາຄາການຊີ້ນໍາ-ນຳພາການຈັດຕັ້ງປະຕິບັດວຽກງານປົກປ້ອງກົດໝາຍ ໃນການດຳເນີນຄະດີຕາມຂະ
ບວນການຍຸຕິທໍາ ແລະ ທິດທາງແຜນການໃນຕໍ່ໜ້າ; ຮັບຮອງເອົາບົດສັງເກດຕີລາຄາວຽກງານກໍ່ສ້າງພັກ-ພະນັກງານໃນໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການ ແຕ່ນີ້ຮອດປີ 2020; ໂດຍລວມແລ້ວ, ແຂວງໄຊຍະບູລີ ແມ່ນສືບຕໍ່ມີສະຖຽນລະພາບ, ມີຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ; ປະຊາຊົນດໍາລົງຊີວິດມີຄວາມສະຫງົບ-ປອດໄພ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ; ເສດຖະກິດຂະຫຍາຍຕົວໃນລະດັບ 8,7%, ສະເລ່ຍລາຍຮັບ 2.811 ໂດລາສະຫະລັດຕໍ່ຄົນຕໍ່ປີ; ການຜະລິດກະສິກໍາກໍເປັນຂະບວນກວ້າງຂວາງ; ສິ່ງທີ່ພົ້ນເດັ່ນໃນປີນີ້ແມ່ນການປູກພືດເປັນສິນຄ້າ ໂດຍສະເພາະແມ່ນ ມັນຕົ້ນ, ສາລີອາຫານສັດ, ໝາກເດືອຍ, ພືດຕະກູນຖົ່ວ ແລະອື່ນໆ ປະຕິບັດໄດ້ 107.900 ກວ່າເຮັກຕາ, ຄາດຄະເນຜົນຜະລິດໄດ້ 1.100.000 ກວ່າໂຕນ, ນອກນີ້ ແມ່ນການປູກຫຍ້າລ້ຽງສັດ; ທົ່ວແຂວງໄດ້ຊົມໃຊ້ໄຟຟ້າກວມເອົາ 99,77% ຂອງຈໍານວນບ້ານທັງ
ໝົດ, ການຈັດຕັ້ງປະຕິບັດວຽກງານວັດທະນະທຳ-ສັງຄົມ ໄດ້ດຳເນີນໄປດ້ວຍຜົນສຳເລັດ ແລະ ມີບັນຍາກາດດີ ເຊິ່ງສາມາດປະຕິບັດໄດ້ຫຼາຍເປົ້າໝາຍສະຫັດສະວັດດ້ານການພັດທະນາ, ຄອບຄົວທຸກຍາກຍັງເຫຼືອ 1.202 ຄອບຄົວ,ກວມເອົາ 1,62%; ຂອງຄອບຄົວທັງໝົດ.

ທ່ານ ພົງສະຫວັນ ສິດທະວົງ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ອົງການຈັດຕັ້ງທຸກຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ໜັກແໜ້ນ; ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ອຸບັດຕິເຫດຕາມ
ທ້ອງຖະໜົນ, ໄພພິບັດທີ່ອາດຈະເກີດຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ລວມທັງໂຄງການຂະແໜງການຄຸ້ມຄອງ ແລະ ການລົງທຶນຂອງເອກະຊົນ, ທຶນຊ່ວຍເຫຼືອກູ້ຢືມ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນ, ຍູ້ດັນເສດຖະກິດໃນ 3
ເດືອນທ້າຍປີໃຫ້ມີປະສິດທິຜົນ, ສືບຕໍ່ຊີ້ນຳ – ນຳພາ ຄະນະພັກທຸກຂັ້ນໃນການ ກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນວິທີນຳພາ; ເອົາໃສ່ໃນການປັບປຸງກົນໄກການບໍລິຫານລັດ ໃຫ້ມີຄວາມ
ໂປ່ງໃສ ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ພ້ອມທັງປັບປຸງກົງຈັກອົງການ
ປົກຄອງໃຫ້ສອດຄ່ອງເໝາະສົມ ແລະ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງໃນໄລຍະໃໝ່.