ປກສ ກຸ່ມບ້ານປາກຫາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ປິດຝຶກອົບຮົມວິຊາສະເພາະ, ໃນອາທິດຜ່ານມາ, ເປັນປະທານໂດຍ ພັຕ ສຸກຽດ ດາລາພອນ ຮອງກອງບັນຊາການ ປກສ ເມືອງຜາອຸດົມ, ເຂົ້າຮ່ວມໂດຍ ພັທ ສົມທອງ ສິດທິໄຊ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານເມືອງຜາອຸດົມ, ມີ ທ່ານ ຄຳເບີນ ຈັນທະຍາ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີຄະນະພັກຮາກຖານ, ອໍານາດການປົກຄອງບ້ານ ແລະ ພະ
ນັກງານ-ນັກຮົບ ປກສ ກຸ່ມບ້ານ ເຂົ້າຮ່ວມ.

ຮທ ພູວົງ ລໍບຸນສົມ ຫົວໜ້າ ປກສ ກຸ່ມບ້ານ ກ່າວວ່າ: ຊຸດຝຶກອົບຮົມໄດ້ດຳເນີນເປັນເວລາ 5 ວັນ, ປກສ ກຸ່ມບ້ານປາກຫາດ ແມ່ນກຸ່ມໜຶ່ງທີ່ຢູ່ຫ່າງຈາກເທດສະບານເມືອງຜາອຸດົມ ປະ
ມານ 19 ກິໂລແມັດ, ກຸ່ມປາກຫາດ ປະກອບມີ 5 ບ້ານຂຶ້ນກັບ, ມີພົນລະເມືອງທັງໝົດ 2.494 ຄົນ ຍິງ 1.223 ຄົນ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ: ເອກກະສານຫັນປ່ຽນໂດຍສັນຕິ, ພາລະບົດບາດ-ສິດ ແລະ ໜ້າທີ່ຂອງ ປກສ ກຸ່ມບ້ານ, ວຽກງານຄຸ້ມຄອງສຳມະໂນຄົວ, ການເລື່ອນຂຶ້ນ ແລະ ໂຈະສຳມະໂນຄົວ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການຄຸ້ມຄອງເປົ້າໝາຍ, ຜົນຮ້າຍຂອງຢາເສບຕິດ, ການສັນຈອນຕາມທ້ອງຖະໜົນຫຼວງ, ປ້ອງກັນສະຖານທີ່ເກີດເຫດ, ການຕ້ານການຄ້າມະນຸດ, ເອກະສານຄຸ້ມຄອງອາຊີບ ແລະ ພາຫະນະພິເສດ, ເອກະສານກອງຮ້ອຍ, ໝວດ, ໝູ່ ແລະ ປກສ ບ້ານ.

ໃນພິທີ, ພັທ ສົມທອງ ສິດທິໄຊ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ເນັ້ນໃຫ້ສືບຕໍ່ຫັນເອົາວຽກງານ ປກຊ-ປກສ ລົງສູ່ຮາກຖານໃຫ້ເປັນປົກກະຕິ, ປຸກລະດົມໃຫ້ພໍ່-ແມ່ປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.