ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມແຜນປ້ອງກັນງານບຸນປະເພນີອອກພັນສາ ແລະ ຊ່ວງເຮືອ ປະຈຳປີ ພສ 2561 ຄສ 2018, ເປັນ
ປະທານໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ຄະນະກອງພັນເຄື່ອນທີ່, ຄະນະກອງບັນຊາການ ປກສ ນະຄອນໄກສອພົມວິຫານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ພູມີ ຈຳປາ ແດນສະຫວັນ ຮອງຫົວໜ້າກອງບັນຊາການນະຄອນໄກສອນພົມວິຫານ ໄດ້ຂຶ້ນຜ່ານແຜນປ້ອງກັນງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈຳປີ 2018 ເຊິ່ງໄດ້ບັນຈຸ
ກຳລັງແຕ່ລະຈຸດ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຕະຫຼອດ 24 ຊົ່ວໂມງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ ແລະ ປອດໄພທຸກດ້ານ, ເພື່ອເປັນການຍົກສູງສະຕິລະວົງຕົວຕໍ່ເລ້ລ່ຽມກົນອຸ
ບາຍຂອງກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງເພໃນຮູບແບບຕ່າງໆ, ເຮັດໃຫ້ມວນຊົນທີ່ມາທ່ອງທ່ຽວໃນງານບຸນ ມີຄວາມໝັ້ນໃຈ ແລະ ສະດວກ-ສະບາຍໃນການສັນຈອນໄປ-ມາຕາມທ້ອງຖະໜົນ ແລະ ຫຼີກລ່ຽງບັນຫາອຸບັດຕິເຫດ.

ພັອ ຄຳພົນ ສີຫາປັນຍາ ໄດ້ເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບແຕ່ລະພາກສ່ວນ ເອົາໃຈໃສ່ຊີ້ນຳໆພາໃຫ້ພະນັກງານ-ນັກຮົບທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປະຕິບັດໜ້າທີ່ ເພື່ອຮັບ
ປະກັນໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%, ເມື່ອມີສະພາບການເກີດຂຶ້ນຕ້ອງເແກ້ໄຂທັນເວລາ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່-ທີ່ໄດ້ຮັບມອບໝາຍຢ່າງພ້ອມພຽງ ເພື່ອເຮັດໃຫ້ງານບຸນອອກພັນສາ-ຊ່ວງເຮືອປີນີ້ເຕັມໄປດ້ວຍບັນ
ຍາກາດເບີກບານມ່ວນຊື່ນ.