ຄະນະນຳກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາໄດ້ ລົງຊີ້ນຳໃຫ້ ປກສ ກຸ່ມບ້ານນໍ້າເງິນ ສ້າງແຜນລະດົມທຶນຈາກນັກທຸລະກິດ, ຂໍແຮງງານຈາກພໍ່-ແມ່ປະຊາຊົນ 7 ບ້ານ
ທີ່ຂຶ້ນກັບກຸ່ມ ເພື່ອສົມທົບກັນປຸກສ້າງຫໍພັກພະນັກງານໂສດ ຂະໜາດ 6 X 8 ແມັດ, ເສົາເບຕົງເສີມເຫຼັກ; ຝາກໍ່ດ້ວຍດິນຈີ່, ແອ້ມແປ້ນ, ຫຼັງຄາມຸງດ້ວຍກະເບື້ອງ ແລະ ເທພື້ນດ້ວຍເບຕົງ ເພື່ອຮັບປະກັນໃຫ້ອ້າຍ-ນ້ອງໂສດມີທີ່ພັກອາໄສ ແລະ ສາມາດປະຈຳການໄດ້ 24 ຊົ່ວໂມງ.

ພັຕ ຫຸງແສງ ເພັດທອງສີ ຫົວໜ້າ ປກສ ກຸ່ມບ້ານນໍ້າເງິນ ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນເດືອນຕຸລາ 2018 ເປັນຕົ້ນມາ, ໄດ້ລະດົມທຶນຈາກນັກທຸລະກິດ ລວມທັງໝົດ 6 ລ້ານກີບ, ທຶນຂອງພໍ່-ແມ່ປະຊາຊົນ 2 ລ້ານກີບ ແລະ ກອງບັນຊາການ ປກສ ເມືອງວຽງພູຄາ 5 ລ້ານກີບ ລວມ
ທັງໝົດ 13 ລ້ານກີບ, ຄາດວ່າການປຸກສ້າງຈະສໍາເລັດໃນທ້າຍເດືອນຕຸລານີ້.