ມະຫາເສດຖີຈີນ ກັບຂໍ້ຫາທີ່ເຈົ້າໜ້າທີ່ອາເມລິກາ ຕັ້ງໄວ້

0
762

ທ້າວ Richard Liu ມະຫາເສດຖີຈີນ ຜູ້ກ່ຽວທັງເປັນນັກຄິດຄົ້ນ, CEO ຂອງໜຶ່ງໃນສູນກາງການຄ້າອີເລັກໂຕຼນິກໃຫຍ່ທີ່ສຸດໃນປະເທດຈີນ, ເວັບໄຊ JD.com ໄດ້ລາຍງານວ່າ: ຜູ້ກ່ຽວກັບນະຄອນປັກກິ່ງ ໃນຕອນແລງຂອງວັນທີ 4 ກັນຍາ 2018 ຫຼັງຈາກທີ່ຖືກເຈົ້າໜ້າທີ່ຕຳຫຼວດອາເມລິກາ ຈັບຕົວໃນນະຄອນ Minneapolis ໃນວັນທີ 31 ສິງຫາ 2018 ໃນຂໍ້ຫາສວຍໂອກາດກະທຳຊຳເລົາ.

ສື່ຂ່າວ The Washingtonpost ໄດ້ຖະແຫຼງການຄະດີຂອງ JD.com ລົງສື່ສັງຄົມອອນລາຍຂອງຈີນ ວ່າ: ທ້າວ Richard Liu ໄດ້ຖືກເຈົ້າໜ້າທີ່ຈັບຕົວໄວ້ດຳເນີນຄະດີໃນຂໍ້ຫາ ເຮັດຜິດລະບຽບກົດໝາຍໃນຂະນະທີ່ມາເຮັດວຽກທີ່ປະເທດອາເມລິກາ. ຕາມ JD.com ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ບໍ່ສາມາດຊອກໄດ້ພະຍານຫຼັກຖານທີ່ແນ່ນອນກ່ຽວກັບ ຂໍ້ກ່າວຫາ ວ່າ ຜູ້ກ່ຽວໄດ້ເຮັດຜິດລະບຽບກົດໝາຍດັ່ງກ່າວຂ້າງເທິງ; ດັ່ງນັ້ນ, ທ້າວ Richard Liu ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດປ່ອຍຕົວໃຫ້ກັບປະເທດ ເພື່ອເຮັດວຽກປົກກະຕິຂອງຜູ້ກ່ຽວ. ແຕ່ເຖິງຢ່າງໃດກໍຕາມ, ຂ່າວທີ່ເວັບໄຊ JD.com ໄດ້ລົງຂ່າວໄວ້ນັ້ນ ແມ່ນບໍ່ກົງກັນກັບການຖະແຫຼງຂອງໂຄສົກປະຈຳອົງການຕຳຫຼວດ Minneapolis John Elder ທີ່ໄດ້ໃຫ້ຜູ້ສື່ຂ່າວຮູ້.

ທ່ານ John Elder ໃຫ້ຮູ້ລາຍລະອຽດວ່າ: 

ທ້າວ Richard Liu ມະຫາເສດຖີຂອງຈີນ ໄດ້ຮັບການປ່ອຍຕົວໂດຍບໍ່ໄດ້ມີຄ່າປະກັນຕົວໃດໆ ໃນເວລາ 4:00 ໂມງ ຂອງວັນທີ 1 ກັນຍາ 2018 ຫຼື 1 ວັນ ຫຼັງຈາກຖືກເຈົ້າໜ້າທີ່ຈັບຕົວ ຍ້ອນວ່າເຈົ້າໜ້າທີ່ຍັງບໍ່ສາມາດຊອກໄດ້ຫຼັກຖານທີ່ບົ່ງບອກວ່າ ຜູ້ກ່ຽວໄດ້ກະທຳຜິດໃນຂໍ້ຫາດັ່ງກ່າວ ແລະ ກໍບໍ່ມີສິດທີ່ຕ້ອງໄດ້ກັກຂັງ ຫຼື ກີດກັ້ນການເດີນຂອງຜູ້ກ່ຽວ; ທ່ານຍັງໄດ້ຍອມຮັບວ່າ: ທ້າວ Richard Liu ແມ່ນຖືກເຈົ້າໜ້າທີ່ຕັ້ງຂໍ້ຫາໃນຄະດີສວຍໂອກາດກະທຳຊຳເລົາ ແຕ່ບໍ່ທັນສາມາດບອກສາເຫດແນວໃດໄດ້ເທື່ອ ເນື່ອງຈາກຂໍ້ມູນບໍ່ພໍ.

ທ່ານ John Elder
CEO ສູນກາງການຄ້າອີເລັກໂຕຼນິກ

ບາງສື່ຂ່າວກໍເວົ້າວ່າ: ທ້າວ Richard Liu ໄປ ອາເມລິກາ ຄັ້ງນີ້ ຜູ້ກ່ຽວໄດ້ລົງທະບຽນເຂົ້າປະເທດ ໂດຍລົງທະບຽນເປັນນັກສຶກສາໃນວິທະຍາໄລ Minnesota ເຊິ່ງລະບຸວ່າ ຕົນເອງກຳລັງເປັນນັກສຶກສາ ສາຂາຄຸ້ມຄອງທຸລະກິດ ຂອງໂຮງຮຽນດັ່ງກ່າວ; ສະມາຊິກຂອງຂະແໜງຮຽນນີ້ແມ່ນດຳລົງຊີວິດຢູ່ອ້ອມຂ້າງນະຄອນ Minneapolis-Saint Paul, ໃນໄລຍະເວລາແຕ່ວັນທີ 26 ສິງຫາ ຫາວັນທີ 1 ກັນຍາ 2018 ແມ່ນໄລຍະທີ່ ທ້າວ Richard Liu ຕົກຢູ່ໃນຂໍ້ຫາດັ່ງກ່າວ ຈາກເພື່ອນທີ່ຮ່ວມຮຽນໃນຫ້ອງດຽວ ແຕ່ວ່າວິທະຍາໄລດັ່ງກ່າວປະຕິເສດໃນຂໍ້ຫາ. ເອກະສານຟ້ອງຄະດີດັ່ງກ່າວ ກໍຍັງບໍ່ທັນໄດ້ຖືກສົ່ງໄປ ແລະ ເຈົ້າໜ້າທີ່ຕຳຫຼວດ ກໍດຳເນີນການສືບສວນ-ສອບສວນຕາມການຊອກຫາຂໍ້ມູນຫຼັກຖານຈາກຄົນທີ່ຮູ້ເຫັນເຫດການເທົ່ານັ້ນ.

ຍັງມີຂ່າວອື່ນທີ່ກ່ຽວຂ້ອງບອກວ່າ: ອາດຈະແມ່ນຕາງໜ້າຂອງ ທ້າວ Richard Liu ເຊິ່ງແມ່ນເວັບໄຊ JD.com ເຊິ່ງໄດ້ເປັນຜູ້ຈັດຕັ້ງ ແລະ ຈັດການເລື່ອງການເງິນ ເຊິ່ງເປັນເງິນຈຳນວນບໍ່ໜ້ອຍ ເພື່ອເປັນເງິນວ່າຈ້າງເອົາຕົວຜູ້ກ່ຽວອອກ; ແຕ່ເຖິງຢ່າງໃດກໍຕາມ, ກະຊວງການຕ່າງປະເທດ ຈີນ ຍັງໄດ້ສະເໜີໃຫ້ອົງການຕາງໜ້າສະຖານທູດຂອງປະເທດດັ່ງກ່າວ ທີ່ປະຈຳຢູ່ລັດ Chicago ຕິດຕາມສະພາບການ ແລະ ເອົາໃຈໃສ່ແກ້ໄຂບັນຫາທີ່ກ່ຽວຂ້ອງໃຫ້ສຳເລັດຢ່າງຮີບດ່ວນ.

ທີ່ຈິງແລ້ວ ປະເທດອາເມລິກາ ເປັນປະເທດໜຶ່ງທີ່ມີລະບຽບກົດໝາຍຢ່າງເຄັ່ງຄັດເຂັ້ມງວດຕໍ່ກັບບັນດາຜູ້ກະທຳຜິດທາງອາຍາ ໂດຍສະເພາະຕໍ່ກັບຄະດີລວນລາມ ຫຼື ກະທຳຊຳເລົາ, ເຊິ່ງການທຳຜິດໃນສະຖານດັ່ງກ່າວ ແມ່ນນອນຢູ່ໜຶ່ງໃນຄະດີທີ່ພົວພັນກັບຄະດີອາຍາວ່າດ້ວຍ ການປົກປ້ອງສິດທິມະນຸດຂອງອາເມລິກາ ເຊິ່ງປະກາດນຳໃຊ້ນັບແຕ່ປີ 1964 ເປັນຕົ້ນມາ, ປົກກະຕິແລ້ວ ສານຈະອີງໃສ່ຜົນເສຍຫາຍຂອງຜູ້ຖືກເສຍຫາຍ, ບາດແຜເກີດຂຶ້ນຈາກການກະທຳຂອງຜູ້ກໍ່ເຫດ ເພື່ອເປັນບ່ອນອີງໃນການຕັດສິນ ແລະ ໂທດກຳຂອງຜູ້ກ່ຽວທີ່ກໍ່ຂຶ້ນ. ການຕັດສິນຄະດີດັ່ງກ່າວ ອາດຈະຖືກຕັດອິດສະຫຼະພາບ, ປັບໃໝເງິນໃຊ້ຄ່າເສຍຫາຍທີ່ເກີດຂຶ້ນໃຫ້ກັບຜູ້ເສຍຫາຍ ແລະ ຖືກປັບໃໝຕາມລະບຽບກົດໝາຍທີ່ກຳນົດໄວ້, ເຖິງວ່າຜູ້ກະທຳຜິດທີ່ເປັນຄົນຕ່າງປະເທດ ກົດໝາຍກໍບໍ່ໄດ້ລະເວັ້ນ.

ເສດຖີຈີນ ລະຫວ່າງຢູ່ທີ່ປະເທດອາເມລິກາ

ຕົວຢ່າງເຊັ່ນ:

ຄະດີກະທຳຊຳເລົາຂອງ ທ່ານ Dominique Strauss-Kahn ປະທານກົມຄັງເງິນຕາສາກົນ IMF ເຊິ່ງເຫດການໄດ້ເກີດຂຶ້ນໃນເດືອນພຶດສະພາ 2011, ເຊິ່ງ ທ່ານ Dominique Strauss-Kahn ຕ້ອງໄດ້ຖືກປະຕິບັດຕາມລະບຽບກົດໝາຍ ແລະ ໄດ້ຈ່າຍຄ່າປັບໃໝທົດແທນໃຫ້ຜູ້ເສຍຫາຍ ເປັນເງິນຈຳນວນມະຫາສານ ເພື່ອແກ້ໄຂກັບຄະດີທີ່ຖືກຍິງສາວທີ່ໂຮງແຮມແຫ່ງໜຶ່ງ ໃນອາເມລິກາ ຟ້ອງວ່າ ຖືກ ທ່ານ Dominique Strauss-Kahn ລວນລາມທາງເພດ. ແຕ່ເຖິງຢ່າງໃດກໍຕາມ, ຄະດີດັ່ງກ່າວຍັງຕິດຕາມຕົວຜູ້ກ່ຽວເປັນເວລາຫຼາຍປີ ຈົນເຮັດໃຫ້ຜູ້ກ່ຽວເສຍໂອກາດທີ່ຈະກ້າວຂຶ້ນເປັນຜູ້ນຳຂັ້ນສູງຂອງປະເທດຝຣັ່ງ.

ຄະດີກະທຳຊຳເລົາ

ແຕ່ໃນກໍລະນີຂອງ ທ້າວ Richard Liu ມະຫາເສດຖີຈີນ, ຖ້າຫາກມີໜັງສືຢັ້ງຢືນອ້າງອີງ ອາດເປັນໄປໄດ້ວ່າ ເຈົ້າໜ້າທີ່ຈະນຳໃຊ້ກົດລະບຽບຂອງລັດ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ. ລະບຽບຫຼັກການຂອງລັດ Minnesota ລະບຸວ່າ: ການກະທຳທີ່ເປັນການສວຍໃຊ້ທາງເພດ ຫຼື ກະທຳຊຳເລົາ ແມ່ນບັນດາປະກົດການທີ່ເປັນການພົວພັນໂດຍກົງກັບທາງເພດ ທີ່ບໍ່ມີການຕົກລົງປົງໃຈກັນມາກ່ອນ.

ທ້າວ Richard Liu ເກີດປີ 1973 ເປັນບຸກຄົນໜຶ່ງທີ່ເວົ້າໄດ້ວ່າ ເປັນມະຫາເສດຖີລະດັບໂລກທາງດ້ານການຜະລິດສິນຄ້າອີເລັກໂຕຼນິກ ຂອງປະເທດຈີນ. ຜູ້ກ່ຽວໄດ້ສ້າງບໍລິສັດ JD.com ຫ່າງຈາກນີ້ປະມານ 20 ປີ ແລະ ນັບແຕ່ປີ 2014 ເປັນຕົ້ນມາ ບໍລິສັດຂອງພວກກ່ຽວໄດ້ຖືກອົງການ Nasdaq ຈັດເຂົ້າໃນລຳດັບບໍລິສັດທີ່ພັດທະນາດ້ວຍມູນຄ່າປະມານ 45 ຕື້ໂດລາສະຫະລັດ. JD.com ກໍຍັງຖືກຈັດເຂົ້າໃນ 500 ບໍລິສັດໃນທົ່ວໂລກ ທີ່ວາລະສານ Fortune ຄັດເລືອກເປັນບໍລິສັດການຄ້າເຄື່ອງເອເລັກໂຕຼນິກ ທີ່ໃຫຍ່ອັນດັບ 2 ຂອງປະເທດຈີນ ເຊິ່ງມີຄູ່ແຂ່ງແມ່ນບໍລິສັດ Alibaba. ບໍລິສັດ JD.com ປັດຈຸບັນກຳລັງມີແຂກປະຈຳ ປະມານ 300 ລ້ານຄົນ ທີ່ປະເທດຈີນ.

ເສດຖີຈີນ ເຈົ້າຂອງບໍລິສັດ JD.com

ກ່ຽວກັບການດຳລົງຊີວິດສ່ວນຕົວຂອງຜູ້ກ່ຽວ, ໜັງສືພິມຂອງຈີນ ໃຫ້ຮູ້ວ່າ: ທ້າວ Richard Liu ໄດ້ແຕ່ງງານກັບ ນາງ Gong Xiaojing ແລະ ມີລູກນຳກັນ 2 ຄົນ ເຊິ່ງເປັນເມຍຄົນທຳອິດ, ຍ້ອນມີການພັດທະນາດ້ານເສດຖະກິດທີຕ່າງກັນ ທັງສອງຈຶ່ງໄດ້ແຍກທາງກັນ ແລ້ວຜູ້ກ່ຽວຈຶ່ງໄດ້ມັກຮັກກັບ ນາງ ZhuangJia ອາຍຸ 19 ປີ ເປັນເວລາ 3 ປີ ເຊິ່ງເປັນພະນັກງານຂັ້ນສູງຂອງບໍລິສັດ JD.com, ຈົນມາຮອດເດືອນສິງຫາ 2015 ທ້າວ Richard Liu ຈຶ່ງໄດ້ແຕ່ງງານກັບເມຍຄົນທີສອງ, ເຊິ່ງອັນທີ່ໜ້າສົນໃຈ ແມ່ນຂໍ້ກ່າວຫາທີ່ເຈົ້າໜ້າທີ່ຕໍາຫຼວດ ລັດ Minnesota ປະເທດອາເມລິກາ ໃສ່ຂໍ້ຫານັ້ນ ມັນບໍ່ແມ່ນຄັ້ງທຳອິດ ທີ່ມະຫາເສດຖີຄົນນີ້ເຄີຍເຮັດມາ.

ໃນປີ 2015, ທ້າວ Richard Liu ໄດ້ຈັດງານລ້ຽງຕອນຄໍ່າ ທີ່ນະຄອນຊິດນີ ປະເທດອົດສະຕາລີ, ຫຼັງຈາກແລ້ວງານຜູ້ກ່ຽວກໍມີຂ່າວວ່າ: ໄດ້ເປີດໄຟຂຽວໃຫ້ແຂກທີ່ມາຮ່ວມງານທ່ານໜຶ່ງກະທຳຊຳເລົາຍິງສາວ. ເຊິ່ງເລື່ອງນີ້ ສານລັດ New South Wales ໄດ້ຕັດສິນຄະດີດັ່ງກ່າວ ແລະ ຜູ້ກ່ຽວໄດ້ໃຊ້ເງິນຈຳນວນບໍ່ໜ້ອຍ ເພື່ອປິດຄະດີນີ້ບໍ່ໃຫ້ມີບັນຫາກ່ຽວພັນກັບຕົນເອງໃນຂັ້ນສານ ກໍຄືບໍ່ໃຫ້ມີຂ່າວອອກໃນສື່ຕ່າງໆໃນປະເທດອົດສະຕາລີ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ