ໃນວັນ 29 ຕຸລາ 2018, ກອງບັນຊາການ ປກສ ເມືອງອະນຸວົງ ແຂວງໄຊສົມບູນ ຈັດພິທີທາບທາມຫາງສຽງກຽມຄັດເລືອກພະນັກງານສືບທອດ ປ່ຽນແທນຕຳແໜ່ງນຳພາ-ຄຸ້ມຄອງແຕ່ ລະຂັ້ນ ເພື່ອເຮັດໃຫ້ໂຄງຮ່າງການຈັດຕັ້ງມີຄວາມເຂັ້ມແຂງ, ເປັນປະທານໂດຍ ພັອ ພິມພາ ທິຖາວອນ ເລຂາຄະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະພັກ-ຄະນະ ປກສ ເມືອງອະນຸວົງ, ຫົວໜ້າພະແນກ, ຮອງພະແນກ ແລະ ບັນດາ ປກສ ກຸ່ມ ບ້ານ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ພັຕ ກິ່ງຄຳ ຈັນລາຕີ ຮອງຫ້ອງການເມືອງ ໄດ້ຜ່ານແຈ້ງການຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2712/ກມປສ, ລົງວັນທີ 29 ສິງຫາ 2018 ເລື່ອງກະ ກຽມຄັດເລືອກພະນັກງານສືບທອດປ່ຽນແທນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ເພື່ອເປັນການຍົກສູງຄຸນນະພາບຂອງພະນັກງານ ແລະ ຖັນແຖວພະນັກງານນຳພາ-ບັນຊາ, ໃນການສືບທອດປ່ຽນແທນສະເພາະໜ້າ ແລະ ຍາວນານ ເພື່ອເຮັດໃຫ້ໂຄງຮ່າງການຈັດຕັ້ງ ແລະ ໃນຖັນແຖວພະນັກງານໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນພິທີຍັງໄດ້ປ່ອນບັດທາບທາມຫາງສຽງ ເພື່ອປັບປຸງໂຄງຮ່າງການຈັດຕັ້ງ ແຕ່ລະຂັ້ນ-ຖັນແຖວທົ່ວ ປກສ ເມືອງອະນຸວົງ ເພື່ອຄວາມເປັນການເອກະພາບໃນການຂຶ້ນແຜນກຳນົດພະນັກງານ-ນຳພາບັນຊາແຕ່ລະຂັ້ນໃຫ້ສອດຄ່ອງກັບນິຕິກຳຂອງຂັ້ນເທິງ ແລະ ອີງໃສ່ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະກົມກອງ-ທ້ອງຖິ່ນ.

ໃນໂອກາດນີ້, ພັອ ພິມພາ ທິຖາວອນ ກ່າວວ່າ: ການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນ ກໍເພື່ອເລືອກເອົາພະນັກງານຂັ້ນນຳພາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນມາປະກອບເຂົ້າໃນໜ່ວຍງານທີ່ຍັງຂາດບຸກຄະລາກອນ ຄຽງ ຄູ່ກັບການສ້າງພະນັກງານສືບທອດ-ປ່ຽນ ແທນໃຫ້ເປັນໄປຕາມຄາດໝາຍ. ພ້ອມທັງຮຽກຮ້ອງມາຍັງພະນັກງານ-ນັກຮົບທຸກສະຫາຍ, ຈົ່ງເອົາໃຈໃສ່ຕໍ່ການຄັດເລືອກເອົາພະນັກງານສືບທອດປ່ຽນແທນໃນຄັ້ງນີ້ໃຫ້ຖືກຕ້ອງໂປ່ງໃສ, ຫຼີກລ່ຽງແນວຄິດສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍ, ພັກພວກ ແລະອື່ນໆ ທັງນີ້ກໍເພື່ອຍົກສູງ ຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດຂອງພະນັກງານນຳພາ-ບັນຊາເຂົ້າໃນຕຳແໜ່ງໜ້າທີ່ວຽກງານໃຫ້ມີຄວາມສຳເລັດສູງໃນສະເພາະໜ້າ ແລະ ຍາວນານ, ສາມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຄຽງຄູ່ກັບການກໍ່ສ້າງກົມ ກອງຂອງຂອງຕົນໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນເປັນກ້າວໆ.