ໃນທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດຂອງອິນໂດເນເຊຍ ຈັບກຸມຊາວຕ່າງຊາດ 5 ຄົນທີ່ລັກລອບຂົນຢາເສບຕິດ.

ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງບາຫຼີຂອງອິນໂດເນເຊຍ ຖະແຫຼງການວ່າ: ຜູ້ຖືກຫາຄົນທຳອິດເປັນຊາຍຊາວເປຣູ ອາຍຸ 44 ປີ ເດີນທາງຈາກດູໄບມາຮອດສະໜາມບິນງູຣະໄຣຂອງບາຫຼີ ໃນອາທິດກ່ອນ, ເຊິ່ງເຈົ້າໜ້າທີ່ກວດຄົ້ນພົບໂຄເຄນ ນ້ຳໜັກ 4,08 ກິໂລກຼາມທີ່ຊຸກເຊື່ອງຢູ່ໃນກະເປົາເດີນທາງ; ຜູ້ຖືກຫາຄົນທີ່ 2 ເປັນຊາຍຊາວເຢຍລະມັນ ອາຍຸ 56 ປີ ເດີນທາງຈາກນະຄອນຫຼວງບາງປອກ ປະເທດໄທ, ເຈົ້າໜ້າທີ່ກວດພົບນ້ຳຢາກັນຊາແຫ້ງນ້ຳໜັກ 2,1 ກິໂລກຼາມ ຊຸກເຊື່ອງຢູ່ໃນກະເປົາເດີນທາງ ຜູ້ຖືກຫາທັງສອງຄົນນີ້ຖືກຂໍ້ຫາຄອບຄອງຢາເສບຕິດໃນປະລິມານທີ່ມີໂທດເຖິງຂັ້ນປະຫານຊີວິດ.

ສ່ວນຜູ້ຖືກຫາຄົນທີ່ 3 ເປັນຊາຍຊາວອັງກິດ ອາຍຸ 45 ປີ, ຖືກຄວບຄຸມຕົວຫຼັງຮັບພັດສຸດຸຈາກໄທ, ເຊິ່ງຂ້າງໃນມີນ້ຳກັນຊາ 31 ກຼາມ ບັນຈຸໄວໃນກວດນ້ຳມັນຫອມລະເຫີຍ; ຜູ້ຖືກຫາຄົນທີ່ 4 ເປັນຊາຍຊາວຈີນ ອາຍຸ 29 ປີ, ຖືກຈັບທີ່ສະໜາມບິນບາຫຼີ ໃນວັນທີ 8 ທັນວາ ພ້ອມຂອງກາປະເພດຢາອີ 200 ເມັດ ແລະ ຢາເຄ 160 ກຼາມໃນກະເປົາເດີນທາງ; ສ່ວນຜູ້ຖືກຫາຄົນທີ 5 ເປັນຊາຍຊາວມາເລເຊຍ ຖືກຈັບໃນວັນດຽວກັນ ພ້ອມຂອງກາງກັນຊານ້ຳໜັກເກືອບ 15 ກຼາມ ແລະ ຢາອີ 11 ເມັດ.