ປກສ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໂຄງປະກອບຮາກຖານຊາວໜຸ່ມ ຮອບທີ II ວັນທີ 1 ກຸມພາ 2019 ນີ້ ໂດຍການເປັນປະທານຂອງ ພັທ ຄຳສິງ ນົນທະສອນ ຮອງກອງບັນຊາການ ປກສ ແຂວງຄຳມ່ວນ ມີບັນດາຄະນະຮາກຖານຊາວໜຸ່ມ, ຄະນະໜ່ວຍ ຕະຫຼອດຮອດບັນດາສະມາຊິກຊາວໜຸ່ມແຕ່ລະໜ່ວຍ ເຂົ້າຮ່ວມ.

ປກສ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າໂຄງປະກອບຮາກຖານຊາວໜຸ່ມ ຮອບທີ II ວັນທີ 1 ກຸມພາ 2019

ພັທ ຈັນເພັງ ແກ້ວມະນີ ຮອງເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງແຕ່ງຕັ້ງ ແລະ ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ສະໝັກເປັນຄະນະຮາກຖານຊາວໜຸ່ມ, ໂດຍອີງຕາມກົດໝາຍ ວ່າດ້ວຍ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເລກທີ 15/ສພຊ ລົງວັນທີ 03 ພຶດສະພາ 2017 ແລະ ອີງຕາມການນໍາສະເໜີຂອງຄະນະຮາກຖານຊາວໜຸ່ມ ກໍຄື ການຄົ້ນຄວ້າເປັນເອກະພາບຄະນະພັກ ກອງບັນຊາການ ປກສ ແຂວງຄຳມ່ວນ.

ກອງປະຊຸມບັນດາຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາມເອົາຄະນະຮາກຖານຊາວໜຸ່ມກອງບັນຊາການຊຸດໃໝ່

ຜູ້ທີ່ສະໝັກເປັນຄະນະຮາກຖານຊາວໜຸ່ມ ປກສ ແຂວງ ຕ້ອງມີມາດຖານ 5 ມາດຖານ ຕາມເງື່ອນໄຂ ກໍຄື: ມາດຖານທາງດ້ານຄຸນທາດການເມືອງ, ມາດຖານທາງດ້ານຄຸນສົມບັດ-ສິນທຳປະຕິວັດ, ມາດຖານທາງດ້ານຄວາມຮູ້, ມາດຖານທາງດ້ານຄວາມສາມາດ, ມາດຖານດ້ານສຸຂະພາບ, ໄວອາຍຸ, ພອນສະຫວັນ ແລະ ມະນຸດສຳພັນທີ່ດີ; ຈາກນັ້ນ, ໃນກອງປະຊຸມບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດທາບທາມເອົາ ຄະນະຮາກຖານຊາວໜຸ່ມ ກອງບັນຊາການ ຊຸດໃໝ່.