ໃນປີ 2018, ສະມາຊິກຊາວໜຸ່ມ ສາມາດຂຶ້ນທະບຽນລົດ ໄດ້ທັງໝົດ 28.922 ຄັນ

1 ປີຜ່ານມາ, ຊາວໜຸ່ມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ສາມາດໃຫ້ບໍລິການດ້ວຍການຂຶ້ນທະບຽນລົດ ໄດ້ເກືອບ 29.000 ຄັນ ແລະ ສາມາດປ່ຽນໃບຂັບຂີ່ປະເພດຕ່າງໆ ໄດ້ເກືອບ 14.000 ໃບ.

ທ່ານ ນາງ ສຸລິນທອນ ສິງທິພານີ ເລຂາໜ່ວຍຊາວໜຸ່ມຮາກຖານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ

ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ໜ່ວຍຊາວໜຸ່ມ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນທ້າຍເດືອນມັງກອນ ຜ່ານມາ ວ່າ:

ໄລຍະຜ່ານມາ, ສະມາຊິກຊາວໜຸ່ມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ສາມາດປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງມັນສະແດງອອກໃນໜ້າທີ່ວຽກງານຕົວຈິງ ເຊັ່ນ: ໃນປີ 2018, ສະມາຊິກຊາວໜຸ່ມ ສາມາດຂຶ້ນທະບຽນລົດ ໄດ້ທັງໝົດ 28.922 ຄັນ;

ໃນນັ້ນ, ເປັນລົດເກົ່າ 17.059 ຄັນ, ຍົກຍ້າຍອອກ 1.029 ຄັນ; ນອກຈາກນີ້, ຍັງສາມາດສອບເສັງໃບຂັບຂີ່ ໄດ້ທັງໝົດ 3.005 ເທື່ອຄົນ, ປ່ຽນໃບຂັບຂີ່ປະເພດຕ່າງໆ ໄດ້ທັງໝົດ 13.899 ໃບ, ພິມໃບຂັບຂີ່ຖາວອນ ໄດ້ທັງໝົດ 16.933 ໃບ ແລະ ຍົກຍ້າຍສໍານວນໄປຕ່າງແຂວງ ຈໍານວນ 64 ຊຸດ.

ຊາວໜຸ່ມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ສາມາດໃຫ້ບໍລິການດ້ວຍການຂຶ້ນທະບຽນລົດ ໄດ້ເກືອບ 29.000 ຄັນ ແລະ ສາມາດປ່ຽນໃບຂັບຂີ່ປະເພດຕ່າງໆ ໄດ້ເກືອບ 14.000 ໃບ

ໃນຕໍ່ໜ້າ, ໜ່ວຍຊາວໜຸ່ມ ຈະສືບຕໍ່ຊີ້ນໍາ-ນໍາພາສະມາຊິກ ເອົາໃຈໃສ່ບໍລິການຂຶ້ນທະບຽນລົດໃຫ້ແກ່ລູກຄ້າ ດ້ວຍຄວາມຮັບຜິດຊອບສູງ ໂດຍຖືເອົາການບໍລິການຮັບໃຊ້ປະຊາຊົນ ເປັນບັນຫາສໍາຄັນ ເພື່ອຮັບປະກັນໃຫ້ແກ່ການບໍລິການຂອງ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ມີຄຸນນະພາບດີຂຶ້ນເປັນກ້າວໆ; ນອກນີ້, ຍັງຈະສືບຕໍ່ສິດສອນ ແລະ ສອບເສັງໃບຂັບຂີ່ໃຫ້ແກ່ພໍ່-ແມ່ປະຊາຊົນ ແລະ ປ່ຽນໃບຂັບຂີ່ປະເພດຕ່າງໆທີ່ເຫັນວ່າ ໝົດອາຍຸການໃຊ້ງານ, ຈີກຂາດ ຫຼື ໃບຂັບຂີ່ເສຍ ໃຫ້ທັນຕາມກໍານົດເວລາ.