ໃນວັນທີ 8 ກຸມພາ ທີ່ຜ່ານມານີ້, ທ້າວ ອັງເດຣດ ໂລເປດ ອິໂລເຣດ ສັດຕະວະແພດຊາວໂກລົມບີ ອາຍຸ 39 ປີ ໃຫ້ການຮັບສາລະພາບວ່າ ເປັນຜູ້ສົມຮູ້ຮ່ວມຄິດໃນການລັກລອບຂົນຢາເສບຕິດປະເພດເຮໂຣອິນແຫຼວ ດ້ວຍການຜ່າຕັດ ແລະ ຍັດຢາເຮໂຣອິນເຊື່ອງໄວ້ໃນທ້ອງໝານ້ອຍທີ່ຍັງມີຊີວິດຢູ່ຈຳນວນ 6 ໂຕ ຈາກໂກລົມບີ ໄປສະຫະລັດ ອາເມລິກາ ຕາມສຳນວນຄຳພິພາກສາຂອງສານນະຄອນນິວຢອກ ຕັດສິນຈຳຄຸກ 6 ປີ ແລະ ຈະເນລະເທດກັບໄປໂກລົມບີ.

ທ່ານ ຣິຊາດ ໂດນາຮິວ ໄອຍະການເຂດຕາເວັນອອກຂອງນະຄອນນິວຢອກ ກ່າວວ່າ ຈຳເລີຍຄື: ທ້າວ ອັງເດຣດ ໂລເປດ ອິໂລເຣດ ຈະຕ້ອງໄດ້ຮັບໂທດຕາມຄວາມຜິດທີ່ຜູ້ກ່ຽວກໍ່ຂຶ້ນ ໃນຂໍ້ຫາລັກລອບນຳຢາເສບຕິດເຂົ້າສະ ຫະລັດ ແລະ ທາລຸນສັດ. ທ່ານ ຣິຊາດ ໂດນາຮິວ ກ່າວອີກວ່າ: ໃນລະຫວ່າງປີ 2004-2005, ທ້າວ ອັງເດຣດ ໂລເປດ ອິໂລເຣດ ໄດ້ໄປເຊົ່າຟາມແຫ່ງໜຶ່ງໃນເມືອງເມເດຍີນປະເທດໂກລົມບີ ເພື່ອລ້ຽງໝາ ແລະ ຜ່າຕັດຍັດຢາໃສ່ທ້ອງໝານ້ອຍ 9 ໂຕ ເພື່ອສົ່ງໄປສະຫະລັດ ອາເມລິກາ ແລະ ຖືກກວດຄົ້ນພົບໃນປີ 2005 ໂດຍເຈົ້າໜ້າ ທີ່ສາມາດຢຶດຖົງຢາເຮໂຣອິນແຫຫຼວໄດ້ 17 ຖົງ ນ້ຳໜັເກືອບ 3 ກິໂລກຼາມ, ເຊິ່ງໃນຈຳນວນນີ້ມີ 10 ຖົງທີ່ນຳອອກຈາກທ້ອງໝານ້ອຍ. ນອກນີ້, ຍັງມີໝານ້ອຍ 3 ໂຕຕາຍ ເພາະຕິດເຊື້ອໄວຣັດ ຫຼັງຈາກຜ່ານຕັດຍັດຢາໃສ່ທ້ອງ.

ທ້າວ ອິໂລເຣດ ເປັນຜູ້ຖືກຫາຫຼົບໜີຄະດີ ກ່ອນທີ່ຈະຖືກຈັບກຸມໃນປະເທດແອັດສະປາຍ ໃນປີ 2015 ແລ້ວຖືກສົ່ງຕົວໃນຖານະຜູ້ຮ້າຍຂ້າມແດນໄປສະຫະລັດ ອາເມລິກາ ໃນເດືອນພຶດສະພາ 2018 ແລະ ຜູ້ກ່ຽວໃຫ້ການຮັບສາລະພາບຕໍ່ຂໍ້ຖືກຫາທັງໝົດໃນເດືອນກັນຍາ 2018.