ຊຽງຂວາງ ຮັບການຊ່ວຍເຫຼືອລ້າພັດທະນາພາສາອັງກິດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ແລະ ມູນນິທິໂລນບັບຟາໂລ ໃນອາທິດຜ່ານມາ, ຢູ່ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່ຽວກັບ ໂຄງການສ້າງໂອກາດໃຫ້ແກ່ຊາວໜຸ່ມ ໂດຍຜ່ານການຈັດການຮຽນ-ການສອນພາສາອັງກິດ.

ທ່ານ ຄຳໝັ້ນ ແສງທຸມມີ ອຳນວຍການສູນພາສາອັງກິດໂລນບັບຟາໂລ ໄດ້ລາຍງານແຜນການຈັດຕັ້ງປະຕິບັດຂອງໂຄງການໃຫ້ຮູ້ວ່າ:

ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອຫຼັກ ໂດຍມູນນິທິໂລນບັບຟາໂລ, ທຶນສຳຮອງໂດຍສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກອັງກິດ ປະຈຳ ສປປ ລາວ, ໂຮງຮຽນນາໆຊາດປັນຍາທິບ, ອົງການທ່ອງທ່ຽວນາກາຮັດ, ອົງການທ່ອງທ່ຽວເອັກສ໌ໂອ (XO), ອົງການເກັບກູ້ລະເບີດແມັກ ສປປ ລາວ ແລະ ອົງການອື່ນໆ; ເຊິ່ງໄດ້ເລີ່ມຈັດຕັ້ງໂຄງການ ແຕ່ເດືອນກຸມພາ 2019 ເຖິງ ເດືອນກຸມພາ 2021 ແລະ ຈະນຳໃຊ້ງົບປະມານທັງໝົດ 266.150 ໂດລາສະຫະລັດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ

ຈຸດປະສົງ, ກໍເພື່ອຍົກລະດັບທັກສະພາສາອັງກິດທົ່ວໄປ ໃຫ້ກັບຊາວໜຸ່ມໃນເຂດຕົວເມືອງ, ຊ່ວຍຍົກລະດັບຫຼັກວິທີການສອນພາສາອັງກິດ ໃຫ້ຄູສອນທີ່ສອນໃນມູນນິທິ ແລະ ຄູຝຶກສອນ, ຊ່ວຍສອນພາສາອັງກິດໃຫ້ພາກເອກະຊົນ ໂດຍການສ້າງຄວາມອາດສາມາດ, ຮັບປະກັນໃຫ້ນັກຮຽນຍິງ ມີໂອກາດເຂົ້າເຖິງການສຶກສາ ແລະ ສັງຄົມ ເທົ່າທຽມກັບນັກຮຽນຊາຍ, ຊຸກຍູ້ໃຫ້ນັກຮຽນເຂົ້າຮ່ວມກິດຈະກຳກິລາ ເພື່ອເປັນການສົ່ງເສີມການມີສຸຂະພາບ ເພື່ອຕ້ານບັນຫາຢາເສບຕິດ ແລະ ພຶດຕິກຳຕໍ່ສັງຄົມ, ກະຕຸກຊຸກຍູ້ນັກຮຽນເຂົ້າຮ່ວມເຮັດກິດຈະກຳທີ່ເປັນແນວຄິດສ້າງສັນ ເພື່ອສົ່ງເສີມໃຫ້ການປະພຶດຕົວດີໃນສັງຄົມ ແລະ ຊຸມຊົນ, ຊ່ວຍນັກຮຽນກຽມພ້ອມເຂົ້າຮຽນໂຮງຮຽນວິຊາຊີບ, ວິທະຍາໄລ ຫຼື ມະຫາວິທະຍາໄລ, ພັດທະນາພື້ນຖານທາງດ້ານທຸລະກິດ ແລະ ທັກສະຄວາມເປັນຜູ້ນຳໃຫ້ແກ່ນັກຮຽນ.

ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ກໍໄດ້ມີຄຳຄິດເຫັນ ເຊິ່ງທ່ານໄດ້ເນັ້ນໃຫ້ສົ່ງລາຍງານການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບັນດາເປົ້າໝາຍຫຼັກ ແມ່ນເໝາະສົມກັບການພັດທະນາຊັບພະຍາກອນມະນຸດ, ສ້າງໂອກາດໃຫ້ຜູ້ດ້ອຍໂອກາດໄດ້ພັດທະນາ, ເຂັ້ມງວດຕໍ່ລະບຽບກົດໝາຍ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ມີຕາງໜ້າກະຊວງສຶກສາທິການ ແລະ ກິລາ ໂດຍ ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ມາກ ສະເຕດແມນ  (Mark Steadman) ຫົວໜ້າມູນິທິໂລນບັບຟາໂລ ປະຈຳ ສປປ ລາວ.