ກວດຄົ້ນລົດເກັງ ອີແລນຕ້າ ຂົນຢາບ້າ 26.000 ເມັດ ຢູ່ເສັ້ນທາງ R3

0
685

ເຈົ້າໜ້າທີ່ພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວຫຼວງນ້ຳທາ ໄດ້ນໍາກໍາລັງວິຊາສະເພາະລົງສະກັດຈັບເປົ້າໝາຍຂົນສົ່ງຢາເສບຕິດ ຢູ່ເສັ້ນທາງ R3 ເຂດບ້ານຈະເລີນສຸກ ເມືອງຫຼວງນໍ້າທາ. ຜ່ານການຕິດຕາມພົບເຫັນລົດເກັງ ອີແລນຕ້າ ທີ່ສົງໄສຂັບຂີ່ຜ່ານມາ ພ້ອມສະກັດທໍາການກວດຄົ້ນພົບຢາບ້າ ຈໍານວນ 26.000 ເມັດ ຈຶ່ງກັກຕົວຜູ້ຂັບຂີ່ໄປສອບສວນ ໃນວັນທີ 5 ກຸມພາ 2019

ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ເປີດເຜີຍວ່າ:

ຢາບ້າ 26.000 ເມັດ

ຜູ້ຖືກຫາ ຊື່ ທ້າວ ຈົງຢາ ອາຍຸ 22 ປີ ຢູ່ບ້ານເລົາຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ກ່ອນມ້າງຄະດີດັ່ງກ່າວ ໃນວັນທີ 5 ກຸມພາ 2019 ໄດ້ສືບຮູ້ວ່າ ຜູ້ກ່ຽວກໍາລັງລັກລອບຂົນສົ່ງຢາເສບຕິດ ແຕ່ແຂວງບໍ່ແກ້ວ ຫາ ແຂວງຫຼວງນໍ້າທາ ໂດຍນໍາໃຊ້ລົດເກັງ ອີແລນຕ້າ ທະບຽນ ກພ 9284 ກຳແພງນະຄອນ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ຈັດກໍາ ລັງວິຊາສະເພາະລົງຕັ້ງດ່ານ ເພື່ອກວດກາຢູ່ເສັ້ນທາງ R3 ເຂດບ້ານ ຈະເລີນສຸກ ເມືອງຫຼວງນໍ້າທາ. ໃນລະຫວ່າງປະຕິບັດໜ້າທີ່ຢູ່ນັ້ນ, ຮອດເວລາປະມານ 21:00 ໂມງ ຂອງວັນດຽວກັນນັ້ນ, ພົບເຫັນ ລົດເກັງ ເປົ້າໝາຍຂັບຂີ່ດ້ວຍຄວາມໄວ, ພໍມາຮອດດ່ານກວດກາເຈົ້າໜ້າທີ່ໄດ້ສະກັດບໍ່ໃຫ້ຜ່ານເພື່ອ ກວດກາ. ຜ່ານການກວດພົບເຫັນຢາບ້າຊຸກເຊື່ອງຢູ່ໃນລົດ ຈຳນວນ 13 ມັດ ເທົ່າກັບ 26.000 ເມັດ.

ຜ່ານການສອບສວນ ທ້າວ ຈົງຢາ ຮັບສາລະພາບວ່າ:

ທ້າວ ຈົງຢາ

ຢາບ້າຈຳນວນດັ່ງກ່າວ, ແມ່ນຂອງຕົນແທ້ ໄດ້ຮັບຊື້ນຳຄົນຮູ້ຈັກຢູ່ແຂວງບໍ່ແກ້ວ ເພື່ອຈະໄປສົ່ງໃຫ້ ທ້າວ ຕົງກູທໍ່ ອາຍຸ 28 ປີ ປະຊາຊົນ ບ້ານຫາດຍາວເມືອງ ແລະ ແຂວງຫຼວງນ້ຳທາ ພໍໄປຮອດເຂດບ້ານຈະເລີນສຸກ ເມືອງຫຼວງນໍ້າທາ ຖືກເຈົ້າໜ້າທີ່ສະກັດຈັບຕົວ ພ້ອມຢາບ້າ 26.000 ເມັດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄປກັກຕົວ ທ້າວ ຕົງກູທໍ່ ເພື່ອດໍາເນີນການສອບສວນຂະຫຍາຍຜົນ.