ເຂົ້າຮ່ວມເປັນປະທານ ຂອງ ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ກອງປະຊຸມສະຫຼຸບວຽກງານສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ທົ່ວແຂວງໄຊຍະບູລີ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ໄດ້ຈັດຂຶ້ນໃນຫວ່າງບໍ່ດົນມານີ້, ເຂົ້າຮ່ວມເປັນປະທານໂດຍ ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຂົງເຂດວຽກງານ 509 ຈາກບັນດາເມືອງ, ແຂກຮັບເຊີນ, ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນຕີລາຄາສະພາບຮອບດ້ານທີ່ພົວພັນເຖິງວຽກງານສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະບໍລິການຮັບໃຊ້ປະຊາຊົນ, ເປັນເຈົ້າການໃນການປະສານສົມທົບກັບຫ້ອງວິຊາສະເພາະທີ່ກ່ຽວຂ້ອງ ໂດຍການຄົ້ນຄວ້າຫັນເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖາານຢູ່ຈຸດສຸມປາງມອນ ເມືອງຄອບ ແລະ ຈຸດສຸມກີ່ວກອກ ເມືອງໄຊສະຖານ; ໃນນັ້ນ, ສາມາດສ້າງບ້ານປ້ອງກັນຄວາມສະຫງົບດີເພີ່ມຂຶ້ນ 6 ບ້ານ, ປັດຈຸບັນ ທົ່ວແຂວງ ມີບ້ານປ້ອງກັນຄວາມສະຫງົບດີ 400 ກວ່າບ້ານ, ປັບປຸງ ປກສ ບ້ານສໍາເລັດແລ້ວ 394  ບ້ານ, ສ້າງກອງຮ້ອຍ ປກສ ແບບຢ່າງສໍາເລັດແລ້ວ 12 ກຸ່ມບ້ານ; ຊຸກຍູ້ກໍາລັງວິຊາສະເພາະຢູ່ບັນດາເມືອງ ແລະ ກຸ່ມບ້ານ ໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມສະພາບການເໜັງຕີງຂອງພົນລະເມືອງ, ແກ້ໄຂການໂຍກຍ້າຍຖິ່ນຖານ, ຕັ້ງພູມລໍາເນົາຂອງປະຊາຊົນຢ່າງຖືກຕ້ອງ ແລະ ເຂັ້ມງວດ ເຮັດໃຫ້ແຕ່ລະທ້ອງຖິ່ນມີຄວາມສະຫງົບໂດຍພື້ນຖານ; ພ້ອມທັງ ເອົາໃຈໃສ່ບໍລິການອອກບັດປະຈໍາຕົວ, ປຶ້ມສໍາມະໂນຄົວໃຫ້ພົນລະເມືອງຜູ້ມີເງື່ອນໄຂໄດ້ຄຸ້ມຄອງ ແລະ ນໍາໃຊ້ຢ່າງສະດວກ.

ກອງປະຊຸມສະຫຼຸບວຽກງານສໍາມະໂນຄົວ ແລະ ກໍ່ສ້າງຮາກ ຖານທົ່ວແຂວງໄຊຍະບູລີ ປະຈໍາ ປີ 2018 ແລະ ທິດທາງແຜນການ ປີ 2019 ໄດ້ຈັດຂຶ້ນໃນຫວ່າງບໍ່ດົນມານີ້

ໂອກາດນີ້, ພັທ ສົມເພັດ ປັນແກ້ວ ຍັງໄດ້ເນັ້ນຕໍ່ບັນດາຄະນະພັກ-ຄະນະນໍາ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດວິຊາສະເພາະ ໂດຍຖືວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ເປັນຍຸດທະສາດສໍາຄັນ, ເອົາໃຈໃສ່ລົງໃກ້ຊິດຕິດແທດ, ຮ່ວມສຸກ-ຮ່ວມທຸກກັບປະຊາຊົນ, ເຂົ້າໃຈຄວາມຮູ້ສຶກ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ນໍາພາປະຊາຊົນປົກປັກຮັກສາທ້ອງຖິ່ນຂອງຕົນ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ.