ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຂອງລັດເຊຍ ກ່າວປາໄສ ແລະ ຖະແຫຼງນະໂຍບາຍປະຈຳປີ ໃນວັນທີ 20 ກຸມພາ ນີ້ວ່າ:  ລັດຖະບານລັດເຊຍ ຈະປັບປຸງສະພາບການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ ໃນຂະນະທີ່ ທ່ານ ວະລາດີເມຍ ປູຕິນ ກຳລັງມີຄະແນນນິຍົມຫຼຸດລົງ.

ທ່ານ ວະລາດິເມຍ ປູຕິນ ເຊິ່ງໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານາທິບໍດີເປັນສະໄໝທີ່ 4 ໃນປີ 2018 ດ້ວຍຄະແນນສຽງສ່ວນຫຼາຍເຖິງ 76%. ໃນການກ່າວປາໄສປະຈຳປີຕໍ່ສະພາລັດເຊຍ ຄັ້ງນີ້, ທ່ານໄດ້ກ່າວເຖິງນະໂຍບາຍໃໝ່ໆໃນດ້ານຕ່າງໆ ເນື່ອງຈາກວ່າ ສະພາບການດຳລົງຊີວິດຂອງປະຊາຊົນມີບັນຫາຫຼາຍດ້ານ ໂດຍສະເພາະປະຊາົຊນທີ່ອາໄສຢູ່ໃນນະຄອນຫຼວງມົດສະກູ. ທ່ານ ປູຕິນ ກ່າວຢູ່ໃນກອງປະຊຸມ ສະພາ ວ່າ: ລັດຖະບານ ຈະຕ້ອງໄດ້ມີການປັບປຸງປ່ຽນແປງໃຫ້ສະພາບການເປັນຢູ່ຂອງປະຊາຊົນດີຂຶ້ນ ໂດຍພາຍໃນປີນີ້ ຊາວລັດເຊຍ ຈະຮູ້ສຶກໄດ້ເຖິງຄວາມປ່ຽນແປງທີ່ດີຂຶ້ນ, ເຊິ່ງມາດຕະການປັບປຸງຄວາມເປັນຢູ່ນັ້ນ ລວມເຖິງສິດ ແລະ ຜົນປະໂຫຍດຕໍ່ກັບເດັກນ້ອຍທີ່ເກີດໃໝ່ ແລະ ການຫຼຸດພາສີ ສຳລັບຄອບຄົວທີ່ມີຂະໜາດໃຫຍ່ນຳອີກ.

ທ່ານ ປູຕິນ ກ່າວອີກວ່າ: ລັດຖະບານ ໄດ້ດຳເນີນການ ແລະ ຈະດຳເນີນການທຸກຢ່າງເພື່ອເພີ່ມຄວາມເຂັ້ມແຂງໃຫ້ກັບຄຸນຄ່າຂອງຄອບຄົວ ແລະ ລາຍໄດຂອງຄອບຄົວຂອງປະຊາຊົນລັດເຊຍ ຈະຕ້ອງເພີ່ມຂຶ້ນຢ່າງແນ່ນອນ.

MOSCOW, RUSSIA – MARCH 04: Pedestrians walk through Red Square on March 4, 2017 in Moscow, Russia. Relations between the United States and Russia are at their lowest point in years as evidence mounts about the complex relationship between President Donald Trump’s administration and the Russian government. (Photo by Spencer Platt/Getty Images)