ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກຸມພາ ນີ້ວ່າ: ເຈົ້າໜ້າທີ່ມອດໄຟບັງກລາເທດ ແຈ້ງວ່າ ໄຟໄໝ້ອາຄານທີ່ຢູາອາໄສຂອງປະຊາຊົນ ແລະ ເປັນບ່ອນເກັບມ້ຽນສານເຄມີໃນເຂດເມືອງເກົ່າຂອງນະຄອນຫຼ%ງທາກາ ພົບຜູ້ເສຍຊີວິດແລ້ວ 45 ຄົນ.

ເຈົ້າໜ້າທີ່ເປີດເຜີຍວ່າ ມີເຈົ້າໜ້າອດໄຟຫຼາຍກວ່າ 200 ຄົນກຳລັງເລັ່ງຄົ້ນຫາຜູ້ເຄາະຮ້າຍຢູ່ ຄາດວ່າຈະມີຜູ້ເສຍຊີວິດເພີ່ມຂຶ້ນ, ເຫດການໄຟໄໝ້ຄັ້ງນີ້ ເຈົ້າໜ້າທີ່ສັນນິຖານວ່າ ຕົ້ນເພີງອາດມາຈາກຖັງແກັສລະເບີດໃນອາຄານທີ່ຢູ່ອາໄສຫຼັງໜຶ່ງ. ຈາກນັ້ນ, ໄຟໄດ້ໄໝ້ລຸກລາມຢ່າງວ່ອງໄວ ເພາະມີສານເຄມີໄວໄຟເກັບຢູ່ໃນອາຄານດັ່ງກ່າວ ແລະ ໄຟໄດ້ໄໝ້ລາມໄປອອາຄານທີ່ພັກທີ່ຢູ່ຕິດກັນອີກ 4 ຫຼັງ, ເຊິ່ງໃຊ້ເປັນບ່ອນເກັບມ້ຽນສານເຄມີເຊັ່ນດຽວກັນ. ຂະນະເກີດເຫດ, ການຈະລາຈອນຕິດຂັດ ເນື່ອງຈາກວ່າຖະໜົນໃນເມືອງເກົ່າຄັບແຄບ ເຮັດໃຫ້ຫຼາຍຄົນບໍ່ສາມາດໜີອອກຈາທີ່ເກີດເຫດໄດ້ທັນ.

ເຈົ້າໜ້າທີ່ມອດໄຟເປີດເຜີຍອີກວ່າ ໄຟໄໝ້ເກີດຂຶ້ນເວລາ 22:40 ໂມງ, ຫຼັງຈາກເກີດເຫດເຈົ້າໜ້າທີ່ມອດໄຟໄດ້ລະດົມກຳລັງຫຼາຍກວ່າ 200 ຄົນ ໄປຍັງທີ່ເກີດເຫດ ແລະ ປັດຈຸບັນ ສາມາດມອດໄຟໄດ້ແລ້ວ, ເຊິ່ງຕ້ອງໃຊ້ເວລາດົນພໍສົມຄວນ ແລະ ສາເຫດທີ່ໄຟໄໝ້ຢ່າງຮ້າຍແຮງນີ້ ເນື່ອງຈາກວ່າ ສານເຄມີທີ່ເກັບໄວ້ໃນອາຄານດັ່ງກ່າວເປັນເປັນວັດຖຸໄວໄຟ.