ວັນທີ 12 ມີນາຜ່ານມາ, ກອງທັບຟີລິບປິນ ໄດ້ເລີ່ມປະຕິບັດການກວາດລ້າງຄັ້ງໃຫຍ່ກຸ່ມກຳລັງຕິດອາວຸດທີ່ຕໍ່ຕ້ານ, ໂດຍເປີດສາກໂຈມຕີທັງທາງບົກ ແລະ ທາງອາກາດ ເຊິ່ງຈຸດປະສົງເພື່ອທຳລາຍຖານທີ່ໝັ້ນຂອງກອງກຳລັງຕິດອາວຸດ ບັງຊາໂມໂຣ ອິດສະລາມິກ ແລະ ຖານທີ່ໝັ້ນຂອງກອງກຳລັງຕິດອາວຸດ ດໍລະ ອິດສະລາມີຍະ ໃນແຂວງມາກິນດາເນົາ ທາງພາກໃຕ້ຂອງປະເທດ.

ໃນປະຕິບັດການຄັ້ງນີ້, ລັດຖະບານຟີລິບປິນ ຕັ້ງໃຈຈະກວາດລ້າງບັນດາກຸ່ມຕໍ່ຕ້ານໃຫ້ໝົດໄປແບບຕັດຮາກຖອນກົກ, ໂດຍມີເປົ້າໝາຍຫຼັກແມ່ນ ທ້າວ ເອດສ໌ມາເອວ ອັບດຸນມາລິກ ທີ່ເປັນ
ຜູ້ ບັນຊາການໃຫຍ່, ທ້າວ ຊາລາຮຸດດິນ ອັດຊານ ນັກເຮັດລະເບີດ ແລະ ທ້າວ ມູຮາມັດ ອັບດຸນ ຣາຮິມານ ທີ່ເປັນບຸກຄົນສຳຄັນໃນກຸ່ມ; ເຊິ່ງທັງສາມຄົນດັ່ງກ່າວນີ້ ເປັນເປົ້າໝາຍຕິດຕາມຕົວຂອງລັດຖະບານຟີລິບປິນມາດົນແລ້ວ. ລາຍງານຫຼ້າສຸດໃຫ້ຮູ້ວ່າ, ສະມາຊິກກຸ່ມກຳລັງຕິດອາວຸດຕໍ່ຕ້ານ ເສຍຊີວິດແລ້ວ 6 ຄົນ, ສ່ວນທະຫານຟີລິບປິນ ເສຍຊີວິດ 1 ຄົນ ແລະ ບາດເຈັບ 7 ຄົນ.