ຫຼາຍບໍລິສັດໃນອາຊີ ມີຍອດການຈົດສິດທິບັດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ອົງການຊັບສິນທາງປັນຍາໂລກ (WIPO) ຂອງ ສະຫະປະຊາຊາດ ລາຍງານໃນວັນທີ 19 ມີນາ ທີ່ຜ່ານມາ ວ່າ:

ປີ 2018 ຜ່ານມາ, ສະຫະລັດ ອາເມລິກາ ເປັນປະເທດທີ່ຍື່ນຈົດສິດທິບັດ ຫຼາຍທີ່ສຸດ ແຕ່ວ່າ ພາກພື້ນອາຊີ ກັບກາຍເປັນເຂດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຖືເປັນອີກໜຶ່ງສັນຍານບົ່ງບອກວ່າ ນະວັດຕະກຳ ກຳລັງຍ້າຍຈາກໂລກຕາເວັນຕົກ ໄປສູ່ຕາເວັນອອກ.

ໃນແງ່ສົນທິສັນຍາການຮ່ວມມືດ້ານສິດທິບັດ (PCT) ເຊິ່ງເປັນການຈົດທະບຽນຫຼັກນັ້ນ ສະຫະລັດ ອາເມລິກາ ເປັນຜູ້ນຳ 56.142 ລາຍການ ຕາມມາດ້ວຍຈີນ 53.345 ລາຍການ ແລະ ຍີ່ຢຸ່ນ 49.702 ລາຍການ ຂະນະທີ່ ເຢຍລະມັນ ແລະ ສ.ເກົາຫຼີ ຄອງທີ 4 ແລະ 5 ມີບໍ່ເຖິງ 20.000 ລາຍການ.

ສ່ວນ ອິນເດຍ ຈົດທະບຽນນະວັດຕະກຳ ເພີ່ມຂຶ້ນຫຼາຍທີ່ສຸດກວ່າ 27% ຈາກ 1.583 ລາຍການ ໃນປີ 2017 ມາຢູ່ທີ່ 2.013 ລາຍການ ຂະນະທີ່ ຫົວເຫວີຍ ບໍລິສັດໂທລະຄົມມະນາຄົມ ລາຍໃຫຍ່ຂອງຈີນ ສ້າງສະຖິຕິໃໝ່ ຈົດສິດທິບັດໃນນາມບໍລິສັດດຽວ ເຖິງ 5.405 ລາຍການ ໃນ 1 ປີ.