ໂກດັງເກັບປິໂຕຣເຄມີ ເກີດໄຟໄໝ້ຄັ້ງໃຫຍ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ມີນາ ວ່າ: ທາງການເມືອງຮິວສ໌ຕັນ ລັດເທັກຊັສ ຂອງ ສະຫະລັດ ອາເມລິກາ ໃຫ້ຄວາມໝັ້ນໃຈກັບປະຊາຊົນທີ່ອາໄສຢູ່ອ້ອມຮອບ ໂກດັງເກັບປິໂຕຣເຄມີ ທີ່ມີໄຟໄໝ້ຄັ້ງໃຫຍ່ ຕັ້ງແຕ່ວັນທີ 17 ມີນາ ຜ່ານມາ ຈົນເຖິງຂະນະນີ້ ວ່າ ບໍ່ພົບບັນຫາຄຸນນະພາບອາກາດໃນລະດັບທີ່ກວດວັດໄດ້ ເຖິງວ່າກຸ່ມຄວັນດຳຂະໜາດໃຫຍ່ ຈະສາມາດເບິ່ງເຫັນໄດ້ ໃນໄລຍະທາງຫຼາຍກິໂລແມັດ ກໍຕາມ.

ທ່ານ ແຮຣິສ ຜູ້ພິພາກສາເທດສະບານເມືອງຮິວສ໌ຕັນ  ເປີດເຜີຍກັບສຳນັກຂ່າວ AP ວ່າ:

ກຸ່ມຄວັນທີ່ລອຍສູງຂຶ້ນໄປ 1.219 ແມັດ ໃນວັນທີ 19 ມີນາ ຜ່ານມາ ຕາມເວລາທ້ອງຖິ່ນ ກຳລັງຖືກກະແສລົມພັດອອກໄປ ດັ່ງນັ້ນສານເຄມີ ແລະ ຝຸ່ນລະອອງ ສ່ວນຫຼາຍທີ່ເກີດຈາກໄຟໄໝ້ ຈຶ່ງບໍ່ກະທົບຊຸມຊົນໃກ້ຄຽງ;

ພ້ອມນັ້ນ ທາງການຈະປະຊາສຳພັນຂໍ້ມູນໃຫ້ປະຊາຊົນໄດ້ຮັບຮູ້ກັນວ່າ ທາງການກຳລັງເຮັດຫຍັງຢູ່ ແລະ ຈະເຮັດຫຍັງຕໍ່ໄປ ຫຼັງຈາກນີ້ຈະຕິດຕາມຄຸນນະພາບອາກາດ ໃນພື້ນທີ່ທີ່ຫ່າງໄກອອກໄປ ເພາະໄຟຍັງລຸກໄໝ້ຢູ່.

ທາງດ້ານບໍລິສັດເອກະຊົນ ທີ່ ສູນພິດວິທະຍາ ແລະ ອະນາໄມສິ່ງແວດລ້ອມ ຈ້າງໃຫ້ກວດສອບຄຸນນະພາບອາກາດ ໃນຊຸມຊົນໃກ້ຄຽງ ແຈ້ງວ່າ:

ບໍ່ພົບຄ່າຄວາມເປັນພິດສູງຜິດປົກກະຕິ ເຊັ່ນດຽວກັບ ຄະນະກຳມະການຄຸນນະພາບສິ່ງແວດລ້ອມ ເທັກຊັສ ແລະ ສຳນັກງານຄຸ້ມຄອງສິ່ງແວດລ້ອມ ກໍບໍ່ພົບຄ່າທີ່ເຖິງລະດັບອັນຕະລາຍ.

ແນວໃດກໍຕາມ, ມີການພະຍາກອນອາກາດວ່າ ອາດຈະມີໝອກໃນມື້ຕໍ່ໄປ ເຊິ່ງຈະເຮັດໃຫ້ກຸ່ມຄວັນລອບຕໍ່າລົງມາ ແລະ ເຮັດໃຫ້ຄຸນນະພາບອາກາດຫຼຸດລົງ. ຜູ້ຊ່ຽວຊານ ເຕືອນຜູ້ມີບັນຫາ ພະຍາດຫົວໃຈ ແລະ ລະບົບທາງເດີນຫາຍໃຈ ລວມເຖິງຜູ້ສູງອາຍຸ ແລະ ແມ່ມານ ໃຫ້ຫຼີກລ່ຽງການອອກຈາກບ້ານ, ຫາກມີບັນຫາໄອຈາມ, ຫາຍໃຈລຳບາກ, ແສບຕາ, ແສບດັງ, ແສບຄໍ ແລະ ຕຸ່ມຄັນ ຄວນຮີບໄປພົບແພດທັນທີ.