ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສ່ວນ, ພະນັກງານ-ລັດຖະກອນ, ນັກທຸລະກິດ ແລະ ພໍ່-ແມ່ ປະຊາຊົນທຸກຊັ້ນຄົນ ໃຫ້ສືບຕໍ່ເສຍຄ່າ ທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2019 ເພື່ອເປັນການປະກອບສ່ວນພັນທະເຂົ້າງົບປະມານລັດດ້ວຍການແຈ້ງຄ່າທຳນຽມທາງ ແລະ ພາສີທີ່ດິນຕາມກຳນົດເວລາທີ່ໄດ້ກຳນົດໄວ້.

ທ່ານຮອງຫົວໜ້າສ່ວຍສາອາກອນໃຫ້ສໍາພາດໃນວັນທີ 22 ມີນາ 2019 ທີ່ກະຊວງປ້ອງກັນປະເທດ ວ່າ: ຜ່ານການລົງຈັດຕັ້ງປະຕິບັດເປີດຂະບວນການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2019 ມາແຕ່ວັນທີ 14 ມີນາ 2019 ມາຮອດປັດຈຸບັນ ແມ່ນໄດ້ລົງປະຕິບັດຕົວຈິງ ປະກອບມີ 5 ຈຸດຄື: ສໍານັກງານ-ອົງການປົກຄອງນະຄອນຫຼວງວຽງຈັນ, ປົກຄອງເມືອງໄຊທານີ, ປົກຄອງເມືອງສີສັດຕະນາກ, ກະຊວງການເງິນ ແລະ ກະຊວງປ້ອງກັນປະເທດ; ເຊິ່ງ ເຫັນໄດ້ວ່າມີຜູ້ທີ່ມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນມີພຽງໜ້ອຍດຽວ ເຊິ່ງມັນສະແດງໃຫ້ເຫັນວ່າຄວາມກະຕືລື ລົ້ນ, ສະຕິຕື່ນຕົວໃນການປະກອບສ່ວນສ້າງສາພັດທະນາປະເທດຊາດຍັງມີໜ້ອຍ, ຫຼາຍຄົນບໍ່ຢາກມາເສຍພາສີ ເນື່ອງຈາກວ່າ ບໍ່ໄດ້ເສຍຫຼາຍປີ ຢ້ານມີ ການປັບໃໝ ແຕ່ວ່າເພື່ອຄວາມຖືກຕ້ອງຈະໄວ ຫຼື ຊ້າ ທຸກພາກສ່ວນທຸກຄົນຕ້ອງໄດ້ເສຍພາສີ.

ສະນັ້ນ, ໃນໂອກາດດັ່ງກ່າວນີ້ ຈຶ່ງຢາກລະດົມ, ກະຕຸກຊຸກຍູ້ ແລະ ອຳ ນວຍຄວາມສະດວກໃຫ້ບັນດາອົງການ ຈັດຕັ້ງລັດ, ພະນັກງານ, ລັດຖະກອນ ມາເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ໃຫ້ເປັນຂະບວນຟົດຟື້ນ, ອັນສຳຄັນແມ່ນສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ຈະປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດ ແລະ ເພື່ອປະຕິບັດຄາດໝາຍສູ້ຊົນຂອງພັກ-ລັດ ແຕ່ນີ້ ຫາປີ 2020 ໃຫ້ປະເທດລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາກາຍເປັນປະເທດພັດທະນາ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ປະເທດລາວຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສີວິໄລ; ເຊິ່ງເປັນໜ້າທີ່ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ.

ການເປີດຂະບວນການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2019 ຈະດຳເນີນໄປຈົນຮອດ ວັນທີ 30 ມີນາ 2019 ນີ້ ຈຶ່ງຈະສຳເລັດ.

ຂ່າວ: ສົມສະໄຫວ