ປີຜ່ານມາ ເມືອງສອງຄອນມີຄະດີອາຍາເກີດຂື້ນ 51 ເລື່ອງ

ປີ 2018, ທົ່ວເມືອງສອງຄອນ ແຂວງສະຫວັນນະເຂດ ມີຄະດີອາຍາເກີດຂຶ້ນ ທັງໝົດ 51 ເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ 80 ກວ່າຄົນ, ທຽບໃສ່ປີ 2017 ແມ່ນຫຼຸດລົງ 32 ເລື່ອງ ສະເລ່ຍຜົນເສຍຫາຍເປັນຈໍານວນຫຼວງຫຼາຍ.           

ພັທ ອຸ້ຍ ແພງມີ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບ ການເຄື່ອນໄຫວປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ທີ່ຈັດຂຶ້ນໃນວັນທີ 20 ມີນາ 2019 ວ່າ:

ໃນໜຶ່ງປີຜ່ານມາ, ສາມາດແກ້ໄຂບັນຫາລາຍຄະດີຕ່າງໆຄື: ຄະດີອາຍາເກີດຂຶ້ນ ທັງໝົດ 51 ເລື່ອງ, ຜູ້ຖືກຫາ 84 ຄົນ ຍິງ 10 ຄົນ ທຽບໃສ່ປີ 2017 ຫຼຸດລົງ 32 ເລື່ອງ, ໃນນັ້ນສົ່ງ ປກສ ແຂວງ ຈໍານວນ 4 ເລື່ອງ, ປກສ ເມືອງ ດຳເນີນ 43 ເລື່ອງ, ຜູ້ຖືກຫາ 80 ຄົນ ຍິງ 9 ຄົນ, ຜົນເສຍຫາຍມີລົດຈັກ 48 ຄັນ, ເງິນບາດ 55.700 ບາດ, ຄໍາ 18 ບາດ 2 ສະຫຼຶງ, ແກ້ໄຂໄດ້ 43 ເລື່ອງ, ເກັບກູ້ຂອງກາງຄືນໄດ້ລົດຈັກ 42 ຄັນ, ຄຳ 16 ບາດ, ເງິນບາດ 50.300 ບາດ, ຍັງເກັບກູ້ບໍ່ທັນໄດ້ ລົດຈັກ 6 ຄັນ, ຄໍາ 2 ບາດ 2 ສະຫຼຶງ, ເງິນບາດ 5.400 ບາດ ແລະ ພວມສືບຕໍ່ດຳເນີນມີ 4 ເລື່ອງ, ຜູ້ຖືກຫາ 4 ຄົນ ຍິງ 1 ຄົນ.

ກອງບັນຊາການ ປກສ ເມືອງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບ ການເຄື່ອນໄຫວປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018

ນອກນັ້ນ, ຍັງມີຄະດີຄາດຕະກຳເກີດຂຶ້ນ ຈໍານວນ 2 ເລື່ອງ, ກັກຕົວຜູ້ຖືກຫາ 1 ຄົນ, ມີຜູ້ເສຍຊີວິດ 2 ຄົນ, ຄະດີຢາເສບຕິດມ້າງ ໄດ້ 69 ເລື່ອງ, ກັກຕົວຜູ້ຖືກຫາ 93 ຄົນ ຍິງ 6 ຄົນ ທຽບໃສ່ປີ 2017 ເຫັນວ່າ: ຫຼຸດລົງ 4 ເລື່ອງ, ສາມາດຢຶດຂອງກາງຢາບ້າ ໄດ້ທັງໝົດ 57.375 ເມັດ, ຢາໄອສ໌ 1 ກິໂລກຼາມ, ລົດຈັກ 6 ຄັນ, ໂທລະສັບ 79 ເຄື່ອງ, ເງິນ 1.509.000 ກີບ, 32.900 ບາດ, ອຸບັດຕິເຫດເກີດຂຶ້ນ 68 ຄັ້ງ, ພາຫະນະເປ່ເພ 115 ຄັນ, ຄົນໄດ້ຮັບບາດເຈັບ 116 ຄົນ ຍິງ 41 ຄົນ, ເສຍຊີວິດ 13 ຄົນ ຍິງ 2 ຄົນ ລວມມູນຄ່າເສຍຫາຍທັງໝົດ 472.463.000 ກີບ, ອັກຄີໄພເກີດຂຶ້ນ ທັງໝົດ 11 ຄັ້ງ ຜົນເສຍຫາຍ 1.156.542.700 ກີບ ແລະ ສາມາດເກັບກູ້ອາວຸດລ່າເນື້ອ ໄດ້ 49 ກະບອກ, ປ່ຽນປຶ້ມພັກເຊົາ 107 ຫົວ.

ໃນກອງປະຊຸມດັ່ງກ່າວ, ເຂົ້າຮ່ວມເປັນປະທານໂດຍ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ ແລະ ພັທ ຄອນສະຫວັດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງສອງຄອນ, ມີບັນດາຄະນະກອງບັນຊາການເມືອງ, ຄະນະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ປກສ ກຸ່ມບ້ານ ເຂົ້າຮ່ວມ.