ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຍອດອູ ລົງເຄື່ອນໄຫວສຳຫຼວດແລວທາງ ແຕ່ບ້ານມາລີເທົາ ຫາບ້ານລານປາໂຮ ເຂດຊາຍແດນສາມແຈ ລາວ-ຈີນ-ຫວຽດນາມ ໃນວັນທີ 20-21 ມີນາ 2019 ນໍາ ໂດຍ ທ່ານ ບຸນທະວີ ສໍສຸກັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຍອດອູ ແລະ ວິຊາການທີ່ກ່ຽວຂ້ອງ.

ການສຳຫຼວດຄັ້ງນີ້ແມ່ນໄດ້ໃຊ້ລົດຈັກຂີ່ສຳຫຼວດໄປຕາມເສັ້ນທາງນ້ອຍເກົ່າທີ່ມີຢູ່ແລ້ວ; ເຊິ່ງປັດຈຸບັນແມ່ນເປັນທາງດິນແດງທີ່ຍັງຄັບແຄບ, ມີຄວາມຄົດໂຄ້ງ ແລະ ເປັນພູຊັນສູງຫຼາຍ, ສາມາດໄປ-ມາໄດ້ແຕ່ພຽງແຕ່ລະດູແລ້ງ, ສ່ວນລະດູຝົນການໄປ-ມາແມ່ນມີຄວາມລໍາບາກ ຫຼາຍ ລົດບໍ່ສາມາດແລ່ນຜ່ານໄດ້; ເສັ້ນ ທາງດັ່ງກ່າວມີຄວາມຍາວທັງໝົດ 64 ກິໂລແມັດ ເລີ່ມແຕ່ເມືອງຍອດອູ ຫາເຂດສາມແຈລາວ-ຈີນ-ຫວຽດນາມ.

ທ່ານ ບຸນທະວີ ສໍສຸກັນ ກ່າວວ່າ: ການສໍາຫຼວດຄັ້ງນີ້ ແມ່ນເພື່ອເປີດກວ້າງ ແລະ ຍົກລະດັບທາງດັ່ງກ່າວເປັນທາງປູຢາງເປັນເສັ້ນທາງຍຸດທະສາດອອກສູ່ປະເທດຈີນ ແລະ ຫວຽດນາມ ເພື່ອ ເຮັດໃຫ້ການໄປ-ມາ, ຂົນສົ່ງສິນຄ້າຂອງ ປະຊາຊົນໃນເຂດສາມແຈ ລາວ-ຈີນ-ຫວຽດນາມ ມີຄວາມສະດວກສະບາຍ ຂຶ້ນກວ່າເກົ່າ ເພາະປັດຈຸບັນ ເຂດສາມ ແຈ ລາວ-ຈີນ-ຫວຽດນາມ ກຳລັງພັດທະ ນາເປັນເຂດທ່ອງທ່ຽວ ແລະ ເຂດເສດຖະກິດ ເພື່ອໃຫ້ປະຊາຊົນທັງ 3 ປະເທດໄປ-ມາຫາສູ່ກັນ ແລະ ພົບປະແລກປ່ຽນສິນຄ້າເຊິ່ງກັນແລະກັນ ໃຫ້ມີຄວາມສະດວກສະບາຍ, ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງຊາດໃຫ້ນັບມື້ແຂງ ແຮງຂຶ້ນເລື້ອຍໆ.

ຂ່າວ: ສົມຄິດ