ເກີດເຫດການນໍ້າຖ້ວມ ຢູ່ທາງທິດຕາເວນອອກຂອງປະເທດການາດາ ຍ້ອນຝົນຕົກໜັກ

ທາງການການາດາ ແຈ້ງການ ໃນວັນທີ 21 ເມສາ ທີ່ຜ່ານມາ ວ່າ: ນໍ້າຖ້ວມພາກຕາເວັນອອກຂອງປະເທດ ທີ່ເກີດຈາກຝົນຕົກໜັກ ແລະ ຫິມະລະລາຍ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຫຼາຍກວ່າ 1.500 ຄົນ ສ່ວນທາງດ້ານກອງທັບ ກໍສົ່ງກຳລັງພົນເຂົ້າຊ່ວຍເຫຼືອຫຼາຍກວ່າ 600 ຄົນ ໄປຊ່ວຍບັນເທົາທຸກແລ້ວ.

ສະພາບອາກາດອຸ່ນ ໃນໄລຍະອີສເຕີ ເຮັດໃຫ້ຊາວການາດາທາງຝັ່ງຕາເວັນອອກ ຕັ້ງແຕ່ລັດອອນແທຣີໂອ ທີ່ມີປະຊາກອນໜາແໜ້ນທີ່ສຸດ ໄປຈົນເຖິງ ລັດຄວິເບກ ແລະ ລັດນິວບຣັນສ໌ວິກ ຕ້ອງປະເຊີນກັບໄພນໍ້າຖ້ວມ ເພາະຝົນຕົກໜັກ ແລະ ຫິມະລະລາຍ.

ກ່ອນໜ້ານີ້, ທາງການ ວິຕົກກັງວົນວ່າ:

ສະຖານະການຈະຮ້າຍແຮງ ຄືດັ່ງນໍ້າຖ້ວມຄັ້ງໃຫຍ່ ໃນລັດຄວິເບກ ປີ 2017 ທີ່ຮຸນແຮງທີ່ສຸດໃນຮອບເຄິ່ງສະຕະວັດ ຂະນະທີ່ເລີ່ມໂລ່ງອົກວ່າ ສະຖານະການຈະດີຂຶ້ນ ເພາະມີການກຽມພ້ອມທັງໃນລະດັບພາກລັດ ແລະ ປະຊາຊົນ, ອາສາສະໝັກຊ່ວຍກັນວາງເປົາຊາຍ ເປັນແນວກັ້ນນໍ້າ ແລະ ເບິ່ງແຍງບ້ານເຮືອໃນພື້ນທີ່ສ່ຽງ ຕັ້ງແຕ່ຫຼາຍມື້ກ່ອນ.

ແນວໃດກໍຕາມ, ມີຜູ້ເສຍຊີວິດແລ້ວ 1 ຄົນ ໃນເຂດເມືອງແຫ່ງໜຶ່ງ ທາງທິດຕາເວັນຕົກຂອງນະຄອນຫຼວງອອດຕາວາ ເປັນຊາຍມີອາຍຸທີ່ຂັບລົດຕົກນໍ້າ ເພາະບໍ່ເຫັນວ່າຂົວຂ້າມ ຖືກກະແສນໍ້າໄຫຼແຮງຈົນຂາດໄປແລ້ວ.