ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດບັນດາໂຄງການໃນຂອບການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ, ໂດຍສະເພາະແມ່ນການປະຕິບັດນະໂຍບາຍໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ສູ່ການເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງຂອງພາກພື້ນ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການເສັ້ນທາງລົດໄຟລາວ-ຈີນ ຈາກນະຄອນຄຸນມິງ ຫານະຄອນຫຼວງວຽງຈັນ ເຫັນວ່າໂຄງການດັ່ງກ່າວນອກຈາກຈະອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ແລະ ຂົນສົ່ງສິນຄ້າແລ້ວ, ຍັງຈະເປີດໂອກາດໃຫ້ແກ່ການສ້າງວຽກເຮັດງານທຳ, ການຂົນສົ່ງສິນຄ້າໄດ້ຢ່າງສະດວກ ແລະ ວ່ອງໄວ, ການຕິດຕໍ່ພົວພັນລະຫວ່າງປະຊາຊົນ ກໍຄືການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງ ລາວ-ຈີນ ໃຫ້ຫຼາຍຂື້ນ.

ຄ່ຽງຄູ່ກັບກາລະໂອກາດ, ກໍຍັງມີສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນຄວາມສ່ຽງຕໍ່ການຊຳລະພັນທະກູ້ຢືມໂຄງການ, ບັນຫາດ້ານສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ກ່ຽວກັບສັງຄົມ ເຊັ່ນ: ການຄ້າມະນຸດ, ສິ່ງເສບຕິດ, ບັນຫາການແຜ່ລະບາດຂອງພະຍາດ ແລະອື່ນໆ, ຕໍ່ກັບສິ່ງທ້າທາຍດັ່ງກ່າວ ບັນດາມາດຕະການອັນສຳຄັນແມ່ນການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ໂດຍສະເພາະພະນັກງານທ້ອງຖິ່ນ, ການກຳນົດຄວາມສ່ຽງຢ່າງລະອຽດຂອງບັນດາໂຄງການທີ່ມີການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງ ລວມທັງການເຜີຍແຜ່ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງຕໍ່ກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈະສາມາດຊ່ວຍຮັບມືຜົນກະທົບຂອງສິ່ງທ້າທາຍທີ່ໄດ້ກ່າວມາ.

ກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ໄດ້ອັດລົງໃນວັນທີ 27 ເມສາ 2019 ນີ້, ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມໄດ້ຕັດສິນໃຈຈະເພີ່ມທະວີການຮ່ວມມືສາກົນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ທົ່ວໂລກ ໂດຍຜ່ານການພົວພັນຄູ່ຮ່ວມໃນຂອບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍຸດທະສາດການຮ່ວມມືອື່ນໆ, ສ້າງອະນາຄົດທີ່ສວຍງາມ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ; ພ້ອມທັງມີຄວາມເຫັນດີໃນການຈັດກອງປະຊຸມສຸດຍອດເວທີປຶກສາຫາລື ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງຕາມເວລາກຳນົດ. ເມື່ອທຽບໃສ່ກອງປະຊຸມສຸດຍອດເວທີປຶກສາຫາລືຄັ້ງທຳອິດ, ເຫັນວ່າຄັ້ງນີ້ໄດ້ບັນລຸໝາກຜົນທີ່ຕິດແທດຕົວຈິງ 283 ລາຍການ, ໂຄງການຮ່ວມມືທີ່ມີມູນຄ່າເຖິງ 64 ກວ່າຕື້ໂດລາ, ໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນໃນການຊຸກຍູ້ການສ້າງ “ ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງໝັ້ນທ່ຽງທັງເປັນການເປີດກາລະໂອກາດໃຫ້ລາວເຊື່ອມຈອດກັບປະເທດອະນຸພາກພື້ນ.

ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າບັນດາປະເທດ ແລະ ປະຊາຊົນນັບມື້ນັບຫຼາຍຂຶ້ນກວ່າເກົ່າ ພວມກາຍເປັນຄູ່ຮ່ວມມືທີ່ເດັດດ່ຽວໜຽວແໜ້ນໃນການບັນລຸການເຊື່ອມຈອດກັນ ແລະ ສະແຫວງຫາການຮ່ວມມື, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນ 6 ປີຜ່ານມາ, ພາຍໃຕ້ການທຳຄວາມພະຍາຍາມຂອງຝ່າຍຕ່າງໆ, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ການສ້າງສາເຊື່ອມຈອດກັນເປັນຮູບເປັນຮ່າງຂຶ້ນໃນຂັ້ນພື້ນຖານ, ໂຄງການຮ່ວມມືຈຳນວນຫຼວງຫຼາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ, ມີ 150 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນໄດ້ ເຊັນສັນຍາຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ. ບົດລາຍງານການຄົ້ນຄວ້າຫຼາຍສະບັບທີ່ທະນາຄານໂລກເປີດເຜີຍໃນວ່າງມໍ່ໆນີ້ຊີ້ໃຫ້ເຫັນວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ການຄ້າລະຫວ່າງບັນດາປະເທດທີ່ເຂົ້າຮ່ວມນັ້ນເພີ່ມຂຶ້ນ 4,1%, ເຮັດໃຫ້ເວລາຂົນສົ່ງສະເລ່ຍໃນທົ່ວໂລກຫຼຸດລົງ 1,2% ຫາ 2,5%, ເຮັດໃຫ້ຕົ້ນທຶນລວມຂອງການຄ້າຫຼຸດລົງ 1,1% ຫາ 2,2% ເຊິ່ງໄດ້ສ້າງຜົນດີອັນຕັ້ງໜ້າຕໍ່ການຄ້າ ແລະ ການປະກອບອາຊີບໃນທົ່ວໂລກ ໂດຍສະເພາະມີຜົນດີຕໍ່ການເຕີບໂຕດ້ານເສດຖະກິດຂອງປະເທດທີ່ມີລາຍໄດ້ຕ່ຳ.