ເກີດເຫດອາຄານການຄ້າທີ່ກຳລັງຢູ່ລະຫວ່າງ ການປັບປຸງຊ້ອມແປງ ພັງຖະຫຼົ່ມລົງມາ

ໃນວັນທີ 16 ພຶດສະພາ ທີ່ຜ່ານມາ, ເຈົ້າໜ້າທີ່ຂອງນະຄອນຊ່ຽງໄຮ້ ເປີດເຜີຍວ່າ: ເກີດເຫດອາຄານການຄ້າທີ່ກຳລັງຢູ່ລະຫວ່າງ ການປັບປຸງຊ້ອມແປງ ພັງຖະຫຼົ່ມລົງມາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພ ສາມາດຊ່ວຍເຫຼືອຜູ້ທີ່ຕິດຢູ່ໃຕ້ຊາກອາຄານ ອອກມາໄດ້ຢ່າງປອດໄພ 14 ຄົນ.

ຜູ້ບໍລິຫານນະຄອນຊ່ຽງໄຮ້ ກ່າວໃນຖະແຫຼງການວ່າ:

ຫຼັງຄາຂອງອາຄານທີ່ຕັ້ງຢູ່ໃນເຂດຊາງໜິງ ໃນນະຄອນຊ່ຽງໄຮ້ ໄດ້ຢຸບຕົວລົງມາ ໃນເວລາປະມານ 11:30 ໂມງ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ຕິດຄ້າງຢູ່ພາຍໃນ ປະມານ 20 ຄົນ ເຊິ່ງສ່ວນຫຼາຍເປັນແຮງງານທີ່ເຂົ້າມາຊ້ອມແປງອາຄານດັ່ງກ່າວ ແຕ່ທາງການກໍບໍ່ໄດ້ລະບຸເຖິງ ສາເຫດທີ່ເຮັດໃຫ້ເກີດອາຄານຖະຫຼົ່ມໃນຄັ້ງນີ້.

ຜູ້ທີ່ອາໄສຢູ່ບໍລິເວນໃກ້ໆອາຄານ ກ່າວວ່າ: ອາຄານແຫ່ງນີ້ກໍ່ສ້າງຢ່າງໄວວາ ແລະ ມີການຮ້ອງຮຽນເລື່ອງສຽງດັງໃນເວລາກາງຄືນ. ທາງເຈົ້າໜ້າທີ່ ຕ້ອງໄດ້ປິດກັ້ນພື້ນທີ່ເກີດເຫດໂດຍທັນທີ ແລະ ກັນບໍ່ໃຫ້ຜູ້ສື່ຂ່າວເຂົ້າໄປໃກ້, ສ່ວນທາງດ້ານສຳນັກງານມອດໄຟ ກໍໄດ້ເປີດເຜີຍວ່າ: ອາຄານດັ່ງກ່າວ ເຄີຍຖືກໃຊ້ເປັນສະຖານທີ່ຈຳໜ່າຍລົດຍົນ ເມີເຊເດສ-ເບນສ໌ ແລະ ຂະນະນີ້ກຳລັງຖືກປັບປຸງໃໝ່.