ບັນຈຸບັນນີ້, ອຸບັດຕິເຫດລົດຕໍາກັນຢູ່ຕາມທ້ອງຖະໜົນ ອັນເນື່ອງມາຈາກການນໍາໃຊ້ລົດ-ໃຊ້ຖະໜົນ ໄດ້ກໍ່ໃຫ້ເກີດຄວາມສູນເສຍທາງດ້ານສຸຂະພາບ, ຊີວິດ-ຊັບສິນຢ່າງມະຫາສານ ແລະ ສົ່ງຜົນກະທົບດ້ານລົບຕໍ່ຄວາມຮູ້ສຶກຂອງປະຊາຊົນ ; ສະນັ້ນ, ຜູ້ຂັບຂີ່ລົດຄວນຮຽນຮູ້ຫຼັກການຂັບຂີ່ປອດໄພ ເພື່ອປ້ອງກັນໃຫ້ຕົວທ່ານເອງບໍ່ເກີດອຸບັດຕິເຫດ.

ຈາກການວິເຄາະເຖິງສາເຫດຕົ້ນຕໍຂອງບັນຫາອຸບັດຕິເຫດດັ່ງກ່າວ ພົບວ່າ: ຜູ້ຂັບຂີ່ລົດຈັກສ່ວນຫຼາຍແມ່ນບໍ່ຮູ້ກົດລະບຽບຈະລາຈອນ ແລະ ທັກສະໃນການຂັບຂີ່ຢ່າງປອດໄພ, ຂາດຈິດສໍາ ນຶກໃນຄວາມປອດໄພ, ບໍ່ເຄົາລົບ ແລະ ບໍ່ປະຕິບັດຕາມກົດລະບຽບຈະລາຈອນ ລວມເຖິງການມີວິໄນ, ມີນໍ້າໃຈໃນການໃຊ້ລົດ-ໃຊ້ຖະໜົນຮ່ວມກັບຄົນອື່ນ, ສາເຫດຫຼັກຂອງການເກີດອຸບັດ ຕິເຫດທີ່ເກີດຈາກການຂັບຂີ່ລົດສ່ວນຫຼາຍແມ່ນເກີດຈາກການດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ບໍ່ຮັກສາໄລຍະຫ່າງ, ລ້ຽວຊາຍ-ຂວາ, ຊິງແຊງບໍ່ຮັບປະກັນຄວາມປອດໄພ ເຊິ່ງບັນຫາເຫຼົ່ານີ້ສາມາດປ້ອງກັນໄດ້ຖ້າທ່ານຮູ້ຈັກຫຼັກການພື້ນຖານໃນການຂັບຂີ່ປອດໄພ.

ຫຼັກການພື້ນຖານຂັບຂີ່ປອດໄພມີຫຼາຍຢ່າງທີ່ທຸກຄົນຈະຕ້ອງຮຽນຮູ້ ເພື່ອຫຼີກລ່ຽງຈາກການເກີດອຸບັດຕິເຫດ ເຊັ່ນ: ຄິດຈະດື່ມຢ່າຂັບຂີ່ ຄິດຈະຂັບຂີ່ລົດຢ່າດື່ມ ຫຼື ເວົ້າອີກຢ່າງໜຶ່ງວ່າເມົາບໍ່ຂັບ ເມື່ອທ່ານດື່ມສິ່ງມຶນເມົາບໍ່ຄວນຂັບຂີ່ລົດ ເພາະຈະເຮັດໃຫ້ທ່ານຂາດສະຕິໃນການຂັບຂີ່ ແລ້ວກ້າວໄປເຖິງການເກີດອຸບັດຕິເຫດບົນທ້ອງຖະໜົນຕາມມາ.

ໃສ່ໝວກກັນກະທົບ ແລະ ລ໋ອກສາຍຮັດຄາງທຸກເທື່ອໃນເວລາຂັບຂີ່ ເມື່ອທ່ານໃສ່ໝວກກັນກະທົບ ແລະ ໃສ່ສາຍຮັດຄາງທຸກຄັ້ງ ຈະຊ່ວຍໃຫ້ຫົວຂອງທ່ານປ້ອງກັນຫຼາຍຢ່າງເຊັ່ນ: ປ້ອງກັນຂີ່ຝຸ່ນ, ແມງໄມ້ ແລະ ປ້ອງກັນຫົວນ໋ອກພື້ນໃນເວລາລົດຂອງທ່ານເກີດອຸບັດຕິເຫດ.

ບໍ່ຄວນເປີດໄຟຕາລົດໃນເວລາຂັບຂີ່ລົດກາງເວັນ ເພາະຈະເປັນການລົບກວນສາຍຕານັກຂັບຂີ່ທີ່ຂັບຂີ່ສ່ວນທາງມາ ແລະ ອາດເຮັດໃຫ້ລົດທີ່ຂັບຂີ່ສ່ວນທາງມາຕໍາເອົາລົດຂອງທ່ານໄດ້.

ບໍ່ຄວນແຊງລົດໃນເຂດທີ່ເປັນອັນຕະລາຍ ແລະ ບໍ່ຂັບຂີ່ຜິດເລນທາງ ຫຼື ຊ່ອງທາງຈະລາຈອນ ເພາະອາດຈະເຮັດໃຫ້ລົດຂອງທ່ານຕໍາກັບລົດທີ່ສ່ວນທາງມາ ຫຼື ລົດຄັນອື່ນມາຕໍາເອົາລົດຂອງທ່ານໄດ້.

ຄວນຮັກສາໄລຍະຫ່າງໃຫ້ເໝາະ ສົມ ແລະ ບໍ່ໃຫ້ໃຊ້ຄວາມໄວເກີນກໍານົດ ທີ່ທາງການກໍານົດໄວ້ ເມື່ອທ່ານບໍ່ຮັກສາໄລຍະຫ່າງ ເວລາລົດຄັນໜ້າມີສິ່ງກີດຂວາງ ທ່ານອາດຈະຢຸດລົດບໍ່ທັນ ເຮັດໃຫ້ລົດຂອງທ່ານຕໍາກັບລົດຄັນໜ້າໄດ້.

ບໍ່ລ່ວງປ້າຍຫ້າມປະເພດຕ່າງໆ ແລະ ໄຟອໍານາດ ຖ້າທ່ານລ່ວງປ້າຍ ແລະ ລະ ບົບໄຟອໍານາດ ທ່ານອາດຕໍາເອົາລົດທີ່ສວນທາງມາ ຫຼື ລົດທີ່ມາຈາກທາງກົງ ກັນຂ້າມ, ບາງຄັ້ງທ່ານອາດຈະຖືກລົດຄັນອື່ນຕໍາເອົາລົດຂອງທ່ານໄດ້; ສະນັ້ນ, ທ່ານຄວນປະຕິບັດຕາມປ້າຍບອກ ແລະ ລະບົບໄຟອໍານາດ ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດຕິເຫດ.

ຫຼຽວຫຼັງເພື່ອເຊັກຄວາມປອດໄພ ແລະ ເປີດໄຟສັນຍານກ່ອນອອກລົດທຸກຄັ້ງ ຖ້າທ່ານອອກລົດ ໂດຍບໍ່ຫຼຽວຫຼັງເຊັກຄວາມປອດໄພ ຫຼຶື ເປີດໄພສັນຍານ ໂດຍລ້ຽວອອກກະທັນຫັນ ຈະເຮັດໃຫ້ລົດທີ່ຂີ່ມາທາງດຽວກັນຕໍາເອົາທ່ານໄດ້.

ຫຼຸດຜ່ອນຄວາມໄວລົງ ເມື່ອເສັ້ນທາງປຽກມື່ນ, ທາງໂຄ້ງ ແລະ ທາງມີຂຸມ ເພາະຈະເປັນອຸປະສັກ ອາດເຮັດໃຫ້ລົດຂອງທ່ານເກີດອຸບັດຕິເຫດ ແລະ ເມື່ອທ່ານຂັບຂີ່ຮອດທາງຄົບ-ທາງແຍກ ຄວນຢຸດ ຫຼື ຫຼຸດຜ່ອນຄວາມໄວລົງ ຖ້າທ່ານ ບໍ່ຢຸດ ຫຼື ຜ່ອນຄວາມໄວ ເມື່ອມີລົດສວນ ມາ ທ່ານອາດຕໍາເອົາລົດຄັນດັ່ງກ່າວໄດ້.

ໝັ່ນກວດເຊັກລະບົບຢາງ, ລະບົບເບຼກ ແລະ ລະບົບໄຟ ເມື່ອລົດຂອງທ່ານບໍ່ມີລະບົບດັ່ງກ່າວນີ້ອາດເຮັດໃຫ້ເກີດອຸບັດຕິເຫດໄດ້ງ່າຍ.

ການຂັບຂີ່ລົດທີ່ດີ ແລະ ປອດໄພ ບໍ່ແມ່ນພຽງແຕ່ຂັບຂີ່ລົດໄດ້ຢ່າງຊໍານານຢ່າງດຽວເທົ່ານັ້ນ, ແຕ່ການສຶກສາຮຽນຮູ້ໃນເລື່ອງຂອງການປະຕິບັດຕາມລະບຽບ ແລະ ເຄື່ອງໝາຍຈະລາຈອນຢ່າງເຂັ້ມງວດ ຈຶ່ງສາມາດເຮັດໃຫ້ຜູ້ຂັບຂີ່ເປັນນັກຂັບຂີ່ທີ່ດີໄດ້ ແລະ ຢ່າລືມວ່າການຂັບຂີ່ຢ່າງມີ ລະບຽບວິໄນ, ມີຈິດສໍານຶກຄວາມປອດ ໄພ, ມີທັດສະນະຄະຕິທີ່ດີຕໍ່ກັນ ຈຶ່ງຈະເຮັດໃຫ້ທ່ານຂັບຂີ່ໄດ້ຢ່າງມີຄວາມສຸກ, ມີປະສິດທິພາບ ແລະ ຄວາມປອດໄພກັບຕົວທ່ານເອງ ແລະ ຄົນອື່ນໆ.