ໃນວັນທີ 23 ພຶດສະພາ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຈືອງ ມາຍ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ພ້ອມຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 22-24 ພຶດສະພາ 2019.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍຕໍ່ທ່ານ ນາງ ເຈືອງ ມາຍ ຫົວ ໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມ ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວຮ່ວມມື 2 ຝ່າຍ ທັງເປັນການປະກອບສ່ວນທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນແບບຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ແລະ ຍາວນານໃຫ້ແກ່ 2 ຝ່າຍລະຫວ່າງ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນເລື່ອຍໆ.

ທ່ານ ນາງ ເຈືອງ ມາຍ ກໍໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຂອບໃຈມາຍັງທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການມາຢ້ຽມຢາມ ແລະ ການພົບປະແລກປ່ຽນບົດຮຽນກັບສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ ໃນເງື່ອນໄຂພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນນຳອີກ.