ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆບໍລິຄໍາໄຊ ທັງເປັນຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານຂັ້ນແຂວງ ໄດ້ລົງຕິດຕາມກວດກາ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານພັດທະ ນາເຂດຈຸດສຸມຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໂດຍມີ ພັທ ຜາຂົງ ດອກມະນີຈັນ ຫົວໜ້າກອງເລຂາ, ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານ ປກສ ແຂວງ, ມີບັນດາ ປກສ ບໍລິການປະຊາຊົນ, ພະນັກງານ-ນັກຮົບ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນອາທິດແລ້ວນີ້.

ພັທ ຜາຂົງ ດອກມະນີຈັນ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາໃຫ້ຮູ້ວ່າ: ຄະນະຮັບ ຜິດຊອບວຽກງານກໍ່ສ້າງຮາກຖານໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາເອກະສານສໍາຄັນລົງຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ; ເຊິ່ງການຈັດຕັ້ງຜ່ານ ມາເຫັນວ່າ ປະຊາຊົນສ່ວນຫຼາຍມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການປະຕິບັດວຽກງານ ປກຊ-ປກສ ເປັນຢ່າງດີ ແລະ ເຂົ້າຮ່ວມຂະບວນການຕ່າງໆເຫັນວ່າດີຂຶ້ນຫຼາຍ, ອໍານາດການປົກຄອງມີການແຕ່ງຕັ້ງມອບໝາຍວຽກຢ່າງລະອຽດ ແລະ ສ່ອງແສງລາຍງານຕໍ່ຄະນະຮັບຜິດຊອບຊີ້ນໍາຂອງແຂວງເປັນປົກກະຕິໃນແຕ່ລະວັນ, ບັນດາເປົ້າໝາຍປະເພດຕ່າງໆເຫັນວ່າມີການເຄື່ອນໄຫວຫຼຸດໜ້ອຍຖອຍລົງ ໂດຍສະເພາະບັນດາເປົ້າໝາຍເສບ ແລະ ຄ້າ-ຂາຍຢາເສບຕິດ, ສະແດງອອກ ຄື: ລົງສຶກສາອົບຮົມ ແລະ ເຮັດບົດບັນທຶກຕໍ່ບັນດາເປົ້າໝາຍເສບຢາເສບຕິດໄດ້ 1 ຄັ້ງ, ມີ 127 ຄົນ, ສຶກສາອົບຮົມຄອບຄົວທີ່ເຄື່ອນໄຫວທາງສາສະໜາ 28 ຄອບຄົວ, ສ້າງບົດບັນທຶກ ແລະ ສຶກສາອົບຮົມຄອບຄົວທີ່ຖາງປ່າຊະຊາຍ ແລະ ຈັບຈອງທີ່ດິນບໍ່ຖືກຕ້ອງ ໄດ້ 17 ຄອບຄົວ, ສ້າງບົດບັນທຶກ ແລະ ສຶກສາອົບຮົມຄອບຄົວທີ່ເຄື່ອນໄຫວຕັ້ງພູມລຳເນົາໃນເຂດຫວງຫ້າມ 39 ຄອບຄົວ; ນອກນັ້ນ, ຍັງສາມາດກັກຜູ້ຖືກຫາທີ່ມີການພົວພັນກັບຢາເສບຕິດ, ອາວຸດລ່າເນື້ອ, ທາດລະເບີດ, ຈັກສະຕິນ, ໝໍ້ ຊ໋ອດປາ ໄດ້ທັັງໝົດ 21 ຄົນ ຍິງ 3 ຄົນ ພ້ອມທັງມອບໃຫ້ ປກສ ເມືອງ ດໍາເນີນຄະດີຈໍານວນ 16 ຄົນ, ສຶກສາອົບຮົມ ແລະ ໃຫ້ຍາດພີ່ນ້ອງປະກັນຕົວເອົາຈໍານວນ 5 ຄົນ; ສາມາດຢຶດຂອງກາງຄະດີປະເພດຢາບ້າໄດ້ 2.594 ເມັດ, ປືນຈໍານວນ 19 ກະບອກ, ຈັກສະຕິນ 4 ເຄື່ອງ, ໝໍ້ຊ໋ອດປາ 2 ເຄື່ອງ, ລົດກະບະຣີໂວ້ 1 ຄັນ, ເງິນກີບ 94.403.000 ກີບ, ເງິນດົງ 1.700.000 ດົງ.

ໂອກາດດັ່ງກ່າວ, ທ່ານ ບຸນມາ ບຸຈະເລີນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳ ແລະ ພະ ນັກງານຫຼັກແຫຼ່ງທີ່ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຫ້າວ ຫັນ ແລະ ເຮັດສໍາເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຕະຫຼອດໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນດາ ສະ ຫາຍຄະນະ ແລະ ພະນັກງານ-ນັກຮົບ ຈົ່ງສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ອາດເກີດຂຶ້ນໃຫ້ຫຼຸດລົງ; ສືບຕໍ່ນໍາເອົາບັນດານິຕິກໍາ, ກົດໝາຍ ແລະ ແນວທາງນະໂຍບາຍຂອງພັກ-ລັດ ລົງເຜີຍແຜ່ເຊື່ອມຊຶມໃຫ້ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ; ເອົາໃຈໃສ່ກໍາໃຫ້ໄດ້ບັນດາເປົ້າໝາຍທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລ້ວຕ້ອງມີການວາງແຜນແບ່ງວຽກຄວາມຮັບຜິດ ຊອບຢ່າງລະອຽດ ແນໃສ່ເຮັດໃຫ້ເມືອງບໍລິຄັນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ-ປອດໄພ.