ທ່ານ ປອ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເນັ້ນໃຫ້ ຄະນະກວດສອບ ແຂວງສາລະວັນ ແລະ ແຂວງອັດຕະປື

ທ່ານ ປອ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເນັ້ນໃຫ້ ຄະນະກວດສອບ ແຂວງສາລະວັນ ແລະ ແຂວງອັດຕະປື ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະກວດສອບ ຢ່າງເຂັ້ມງວດ ແລະ ໃຫ້ມີຜົນສຳເລັດ, ໂດຍການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ແລະ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ພ້ອມທັງມີ ຮອງເຈົ້າແຂວງ, ບັນດາພະແນກການ ແລະ ຄະນະກວດສອບແຫ່ງລັດ ເຂົ້າຮ່ວມ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ກ່າວຕໍ່ ກອງປະຊຸມເປີດບັ້ນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ໃນລະຫວ່າງວັນທີ 20-22 ພຶດສະພາ 2019 ວ່າ:

ຄະນະກວດສອບທຸກຂັ້ນ ຕ້ອງເນັ້ນໜັກໃນການເອົາໃຈໃສ່ຈັດຕັ້ງ ແລະ ເຂັ້ມງວດ ໃນການເຄື່ອນໄຫວວຽກງານຕາມມາດຕະຖານການກວດສອບ, ລົງເລິກກວດຄືນການແກ້ໄຂຜົນການກວດສອບຂອງປີຜ່ານມາ, ກວດສອບການເຊົ່າສຳປະທານທີ່ດິນຂອງລັດ ແລະ ໂຄງການລົງທຶນຂອງລັດ, ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງຂອງ ຂະແໜງສ່ວຍສາອາກອນ, ການສະສາງໂຄງການນອກແຜນ ແລະ ການແກ້ໄຂຜົນການກວດສອບ ໃນປີຜ່ານມາ ໃຫ້ສຳເລັດຢ່າງມີປະສິດທິຜົນ.

ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ ອຳນາດການປົກຄອງຂອງແຂວງ ຕ້ອງໃກ້ຊິດຕິດແທດ ແລະ ຊີ້ນຳພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ອຳນວຍຄວາມສະດວກ, ໃຫ້ການຮ່ວມມືກັບ ຄະນະກວດສອບ ໂດຍສະເພາະແມ່ນ ການສະໜອງຂໍ້ມູນ, ເອກະສານຫຼັກຖານຕ່າງໆໃຫ້ທັນກັບເວລາ ເພື່ອຮັບປະກັນໃຫ້ວຽກງານກວດສອບສຳເລັດຕາມແຜນການ ແລະ ສະເໜີໃຫ້ ອົງການກວດສອບ ປະຈຳພາກໃຕ້ ແລະ ອົງການກວດກາລັດຂອງແຂວງ ດັ່ງກ່າວ ຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນແລະກັນ ໃນການປະຕິບັດຕາມເນື້ອໃນບົດບັນທຶກການປະສານງານລະຫວ່າງສອງພາກສ່ວນ ເປັນຕົ້ນແມ່ນ ການສະໜອງຂໍ້ມູນຜົນການກວດສອບໃຫ້ກວດກາແຂວງ ແລະ ການກວດກາຕາມຜົນກວດສອບ ໃຫ້ໄດ້ຮັບຜົນດີ.