ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນທົ່ວປະເທດຂຶ້ນຢ່າງເປັນທາງການ ໃນວັນທີ 27 ພຶດສະພາ 2019, ເຊິ່ງຈະໄດ້ດໍາເນີນໄປເຖິງວັນທີ 31 ກໍລະກົດ 2019, ເປັນປະທານໂດຍ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຕາງໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາກົມ, ອົງການໄອຍະການພາກກາງ, ຄູ-ອາຈານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ທ່ານ ດາບສະດາຈັນ ວົງໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ກ່າວວ່າ: ການຝຶກອົບ ຮົມຄັ້ງນີ້ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດໃຫ້ປະກົດຜົນເປັນຈິງ ເພື່ອເພີ່ມທະວີການພັດທະນາບຸກຄະລາກອນໃນຂົງເຂດອົງການໄອຍະການປະຊາ ຊົນ ແລະ ອົງການໄອຍະການທະຫານໃຫ້ມີຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງຮອບດ້ານ, ຮັບປະກັນການຈັດຕັ້ງຜັນຂະຫຍາຍໜຶ່ງໃນ 4 ບຸກທະລຸ ໂດຍສະເພາະແມ່ນການບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ການຝຶກອົບຮົມໃນຄັ້ງນີ້, ມີນັກສໍາມະນາກອນທັງໝົດ 100 ທ່ານ ຍິງ 30 ທ່ານ, ເຊິ່ງບົດຮຽນໃນຄັ້ງນີ້ ມີ 5 ພາກ, 39 ບົດ, 315 ຊົ່ວໂມງ, ໂດຍນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບພາກວິຊາປັດຊະຍາມາກ-ເລນິນ, ພາກວິຊາເສດຖະສາດການເມືອງ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ, ພາກວິຊາກໍ່ສ້າງພັກ ແລະ ພາກວິຊາການປົກຄອງ.