ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 23 ພຶດສະພາ 2019, ເຂົ້າຮ່ວມໂດຍ ສະຫາຍ ພອນແກ້ວ ຂຸນພົນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວຽງຄໍາ, ມີສະຫາຍ ພັທ ບຸນນອງ ຊາມົນຕີ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະປະຈໍາພັກເມືອງ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ພັທ ບຸນເສີດ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນຫຼັກ ເພື່ອເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ພະນັກງານ-ນັກຮົບ ມີທັດສະນະຫຼັກໜັ້ນ, ມີຄວາມບຸກບືນຫ້າວຫັນ, ຍຶດໜັ້ນອຸດົມການຂອງພັກ, ມີຫຼັກໜັ້ນຊົນຊັ້ນ, ຄຸນທາດການເມືອງໜັກແໜ້ນ, ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບ ແລະ ມະຕິຄຳສັ່ງຕ່າງໆ ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ໄດ້ສໍາເລັດເປັນກ້າວໆ ແລະ ເປັນເຈົ້າການປະຕິບັດວຽກງານ ໂດຍຜ່ານປະຕູດຽວປ້ອງກັນບໍ່ໃຫ້ເສຍຫາຍ.

ໃນນັ້ນ, ມີເອກະສານເຂົ້າ-ອອກທັງໝົດ 19.885 ສະບັບ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍເຂົ້າອອກປະຕູດຽວ ມີຜົນສຳເລັດ ຜ່ານການເຮັດວຽກງານໄລຍະຜ່ານມາ, ຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ໄດ້ຮັບການນະໂຍບາຍຈາກພັກ-ລັດ ຄື:

ສະຫາຍ ພັທ ບຸນເສີດ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ
ສະຫາຍ ພັທ ບຸນເສີດ ໄຊຍະສານ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ

ໄດ້ຮັບການເລື່ອນຊັ້ນໃຫ້ພະນັກງານທົ່ວ ປກສ ເມືອງ ໄດ້ 71 ສະຫາຍ ຍິງ 8 ສະຫາຍ, ຍ້ອງຍໍປະເພດຫຼຽນໄຊແຮງງານ ຊັ້ນ II ມີ 1 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ 22 ສະຫາຍ, ຫຼຽນກາແຮງງານ 30 ສະຫາຍ, ໃບຍ້ອງຍໍຂັ້ນຕ່າງໆ ໄດ້ 105 ໃບ, ສາມາດຮັບຮອງເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກໄດ້ 28 ສະຫາຍ ຍິງ 5 ສະຫາຍ, ເລື່ອນພັກສໍາຮອງຂຶ້ນສົມບູນ 20 ສະຫາຍ ຍິງ 4 ສະຫາຍ, ສົ່ງໄປຍົກລະດັບທິດສະດີການເມືອງ 3 ສະຫາຍ, ຊັ້ນສູງ 2 ສະຫາຍ, ຊັ້ນກາງ 1 ສະຫາຍ ແລະ ຍົກລະດັບທາງດ້ານວິຊາສະເພາະຈໍານວນ 18 ສະຫາຍ.

ພ້ອມນັ້ນ, ໄດ້ເອົາໃຈໃສ່ນຳພາປະຕິບັດປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ສະແດງອອກໃນ 5 ປີຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 484 ເລື່ອງ, ສາມາດມ້າງໄດ້ 359 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 335 ຄົນ ຍິງ 67 ຄົນ, ມີຄະດີຢາເສບຕິດ 26 ເລື່ອງ, ຢຶດຂອງກາງຢາບ້າ ໄດ້ 1.201 ເມັດ, ມີອຸປະຕິເຫດເກີດຂຶ້ນທັງໝົດ 493 ຄັ້ງ, ພາຫານະເປ່ເພ 903 ຄັນ, ມີຜູ້ປະສົບອຸບັດຕິເຫດ 784 ຄົນ, ເສຍຊີວິດ 22 ຄົນ ແລະ ມີອັກຄີໄພເກີດຂຶ້ນ 3 ຄັ້ງ ລວມມູນຄ່າຜົນເສຍຫາຍທັງໝົດ 984.573.000 ກີບ ແລະ ວຽກງານອື່ນໆ ມີຜົນສຳເລັດ.

ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 23 ພຶດສະພາ 2019
ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 23 ພຶດສະພາ 2019

ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະພັກຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ ຈຳນວນ 9 ສະຫາຍ ແລະ ເລືອກເອົາ 7 ສະຫາຍ, ກອງປະຊຸມປະຖົມມະເລີກ ເຫັນດີເປັນເອກະພາບກັນເລືອກເອົາ ສະຫາຍ ພັທ ບຸນເສີດໄຊຍະສານ ເປັນເລຂາຄະນະພັກຮາກຖານກອງບັນຊາການ ປກສ ເມືອງວຽງຄຳ, ສະຫາຍ ພັທ ບຸນມີ ວໍລະເດດ ເປັນຮອງເລຂາ ແລະ ສະຫາຍ ພັທ ອໍາພອນ ຄູນທະວົງ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ພັຕ ສີສຸພັນ ໄຊວົງ, ສະຫາຍ ພັຕ ເລີດດາວັນ ສຸທໍາມະວົງ ເປັນຄະນະ ແລະ ສະຫາຍ ພັຕ ນວນດໍາ ໄຊຍະລາດ ເປັນຄະນະ ທັງເປັນຮອງປະທານກວດກາ ແລະ ສະຫາຍ ພັທ ນາງ ໜູຕຽນ ສີຫາລາດ ເປັນຜູ້ຊວຍວຽກ, ພ້ອມນັ້ນກອງປະຊຸມ ໄດ້ຄົ້ນຄວ້າເລືອກເອົາຜູ້ແທນສົມບຸນ ຈຳນວນ 9 ສະຫາຍ ໄປເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງ ອົງຄນະພັກເມືອງວຽງຄໍາ ແຂວງວຽງຈັນ.