ໃນປີ 2018 ຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເອົາໃຈໃສ່ການບໍລິການ-ຈໍລະຈອນຂົນສົ່ງທາງບົກ; ໃນນີ້, ສາມາດຂົນສົ່ງທາງບົກ ໄດ້ 72.400 ຄົນ ທຽບໃສ່
ແຜນການທີ່ວາງໄວ້ເທົ່າກັບ 96,5%.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ການຂົນສົ່ງໂດຍສານແຜນການປີ 2018 ວາງໄວ້ 75.000 ຄົນ ສາມາດປະຕິບັດໄດ້ 72.400 ຄົນ ເທົ່າກັບ 96,5% ຂອງແຜນການປີ, ຂະນະທີ່ການຂົນສົ່ງສິນຄ້າ ສາມາດຂົນສົ່ງໄດ້ທັງໝົດ
6.012 ໂຕນ ເທົ່າກັບ 85,9% ຂອງແຜນການປີທີ່ວາງໄວ້ ຄື: 7.000 ໂຕນ; ນອກຈາກນີ້, ຍັງມີການບໍລິການ-ຈໍລະຈອນຂົນສົ່ງທາງລົດໄຟທີ່ມີພຽງແຕ່ການຂົນສົ່ງໂດຍສານ ສາມາດປະຕິບັດໄດ້ 35.141 ຄົນ ເທົ່າກັບ 106,5% ຂອງແຜນການທີ່ວາງໄວ້ ຄື: 33.000 ຄົນ.
ໃນຕໍ່ໜ້າ, ກະຊວງ ຍທຂ ຈະສືບ ຕໍ່ອໍານວຍຄວາມສະດວກໃນວຽກງານການຂົນສົ່ງໂດຍສານ ແລະ ສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອສູ້ຊົນປະຕິບັດຄາດໝາຍໃຫ້ຕົວເລກບໍລິມາດການຂົນສົ່ງທາງບົກໃຫ້ເພີ່ມຂຶ້ນໃນລະດັບ 8 ປີຕໍ່ໜ້າ ແລະ ສືບຕໍ່ຊຸກຍູ້ສົ່ງເສີມການບໍລິການການຂົນສົ່ງໂດຍສານທາງລົດໄຟໃຫ້ຂະຫຍາຍຕົວໃນ 7 ປີ ຕໍ່ໜ້າ.