ຕຳຫຼວດເບຼຊິນ ເປີດປະຕິບັດການກວາດລ້າງຄາດຕະກອນທົ່ວປະເທດ ໃນເກືອບທຸກລັດ

ຕຳຫຼວດເບຼຊິນ ເປີດປະຕິບັດການກວາດລ້າງຄາດຕະກອນທົ່ວປະເທດ ໃນເກືອບທຸກລັດ ໃນວັນທີ 28 ພຶດສະພາ ທີ່ຜ່ານມາ, ເຊິ່ງປະຕິບັດການນີ້ ເປັນໄລຍະທີ 2 ຂອງປະຕິບັດການໃຫຍ່ ທີ່ເອີ້ນວ່າ: “ປະຕິບັດການໂຄຣໂນສ”, ໂດຍ ເຈົ້າໜ້າທີ່ຕຳຫຼວດ ໃນແຕ່ລະລັດ ຈະແຈ້ງຄວາມຄືບໜ້າການເຮັດວຽກໃນເວລາຈິງ ລວມທັງຮູບຖ່າຍ ແລະ ຄຼິບ ຜ່ານທາງສື່ສັງຄົມອອນລາຍ.

ຜູ້ຖືກຈັບກຸມ ໃນວັນທີ 28 ພຶດສະພາຜ່ານມານັ້ນ ມີ 56 ຄົນ ທີ່ເປັນຜູ້ຖືກສົງໄສ ຄາດຕະກຳຄົນໃນຄະດີຮຸນແຮງໃນຄອບຄົວ ຫຼື ຄະດີທີ່ກ່ຽວກັບການເລືອກປະຕິບັດທາງເພດ.

ຕຳຫຼວດເບຼຊິນ ໂພສຂໍ້ຄວາມໃນທະວິດເຕີ ວ່າ:

ຫວັງວ່າການນຳຕົວຄາດຕະກອນໄປຄຸມຂັງ ຈະຊ່ວຍປ້ອງກັນການກໍ່ອາຊະຍາກຳ ໃນອະນາຄົດໄດ້, ສ່ວນປະຕິບັດການໄລຍະທຳອິດ ໃນເດືອນສິງຫາ ປີຜ່ານມາ ຕຳຫຼວດຈັບກຸມຜູ້ຖືກຫາໄດ້ເກືອບ 3.000 ໃນຄະດີຂາດຕະກຳ, ຄະດີຄວາມຮຸນແຮງໃນຄອບຄົວ, ຄະດີທີ່ກ່ຽວກັບການເລືອກປະຕິບັດທາງເພດ ແລະ ຄະດີອື່ນໆ.

ທັ້ງນີ້, ຄະນະກຳມາທິການສິດທິມະນຸດລະຫວ່າງ ສະຫະລັດອາເມລິກາ ເຊິ່ງເປັນສ່ວນໜຶ່ງຂອງ ອົງກອນສະຫະລັດອາເມລິກາ (OAS) ເຄີຍສະແດງຄວາມກັງວົນຢ່າງສູງ ໃນເດືອນກຸມພາ ຜ່ານມາ ວ່າ:

ເບຼຊິນ ມີເຫດການຮຸນແຮງເກີດຂຶ້ນກັບແມ່ຍິງຫຼາຍ ຢ່າງໜ້າເປັນຫ່ວງ ເພາະຕັ້ງແຕ່ຕົ້ນປີ ມີແມ່ຍິງຢ່າງໜ້ອຍ 126 ຄົນ ຖືກຂ້າ ເພາະຄວາມຮຸນແຮງທີ່ເລືອກປະຕິບັດທາງເພດ.