ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ແລະ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ທີ່ ຂຶ້ນກັບກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ໃນວັນທີ 28 ພຶດສະພາ 2019 ໂດຍມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ສູນ, ພະນັກງານຄູ-ອາຈານ ແລະ ນັກສຶກສາພາຍໃນວິທະຍາຄານເຂົ້າຮ່ວມ.
ໃນນີ້, ວສປ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດທັງໝົດ 35 ສະຫາຍ ມີເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 20 ສະຫາຍ; ປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວສປ.

ປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວສປ

ສ່ວນ ວຕປ ໄດ້ປະກາດເລື່ອນ ຊັ້ນໃຫ້ນາຍຕໍາຫຼວດທັງໝົດ 11 ສະຫາຍ ໃນນີ້ມີ: ພັນຕີ ຂຶ້ນ ພັນ ໂທ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ; ປະດັບຊັ້ນໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ.

ປະດັບຊັ້ນໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ

ໂອກາດນີ້, ອຳນວຍການທັງ 2 ວິທະຍາຄານ ໄດ້ຍ້ອງຍໍຊົມເຊີຍຕໍ່ພະນັກງານ ແລະ ນັກສຶກສາທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງມີທິດຊີ້ນຳໃຫ້ແຕ່ລະສະຫາຍ ສືບຕໍ່ສ້າງຕົນເອງໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ, ບຸກບືນເຮັດສຳເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດຂຶ້ນກວ່າເກົ່າ.