ຄະດີລ່ວງລະເມີດທາງເພດ ໃນບັງກຼາເດດ
ຄະດີລ່ວງລະເມີດທາງເພດ ໃນບັງກຼາເດດ

ໃນວັນທີ 30 ພຶດສະພາ ທີ່ຜ່ານມາ, ເດິ ກາດຽນ ລາຍງານ ຄວາມຄືບໜ້າຄະດີສະເທືອນຂວັນ ຢູ່ທີ່ປະເທດບັງກຼາເດດ ໃນກໍລະນີທີ່ ນາງ ສາວ ນຸສຣັດ ຈາຮານ ຣາຟີ ອາຍຸ 19 ປີ ນັກຮຽນໂຮງຮຽນສາສະໜາອິດສະລາມ ຖືກເຜົາທັງເປັນຈົນເສຍຊີວິດ ວ່າ:​ ໃນວັນທີ 29 ພຶດສະພາ ທີ່ຜ່ານມາ, ໄອຍະການ ຍື່ນຟ້ອງຜູ້ຖືກຫາ 16 ຄົນ ລວມເຖິງອາຈານໃຫຍ່ ຜູ້ບົງການຂ້າ ເພາະແຄ້ນທີ່ນາງສາວໄປແຈ້ງຄວາມດຳເນີນຄະດີກັບຕົນ ໃນສະຖານລ່ວງລະເມີດທາງເພດ, ພ້ອມກັນນີ້ ໄອຍະການ ຍັງລະບຸວ່າ ຈະຍື່ນໂທດປະຫານທັງ 16 ຄົນ.

ຄະດີດັ່ງກ່າວ ສ້າງຄວາມໂກດແຄ້ນຕໍ່ສັງຄົມ ໃນບັງກຼາເດດ ຢ່າງກວ້າງຂວາງ ຈົນ ທ່ານ ນາງ ຊີກ ຮາສິນາ ນາຍົກລັດຖະມົນຕີ ປະກາດວ່າ:

ຈະບໍ່ມີຜູ້ກະທຳຜິດຄົນໃດ ຫຼອດພົ້ນການດຳເນີນການທາງກົດໝາຍ.

ນາງ ສາວ ນຸສຣັດ ຈາຮານ ຣາຟີ ອາຍຸ 19 ປີ ນັກຮຽນໂຮງຮຽນສາສະໜາອິດສະລາມ
ນາງ ສາວ ນຸສຣັດ ຈາຮານ ຣາຟີ ອາຍຸ 19 ປີ ນັກຮຽນໂຮງຮຽນສາສະໜາອິດສະລາມ

ຄະດີນີ້, ນາງ ສາວ ຣາຟີ ຖືກຫຼອກລວງໃຫ້ຂຶ້ນໄປເທິງດາດຟ້າຂອງໂຮງຮຽນສາສະໜາອິດສະລາມ ແລະ ກຸ່ມຄົນຮ້າຍກົດດັນໃຫ້ ນາງ ສາວ ຣາຟີ ຖອນແຈ້ງຄວາມ ຜູ້ອຳນວຍການໂຮງຮຽນ ເມືອ່ນາງສາວປະຕິເສດ ຈຶ່ງຖືກກຸ່ມຄົນຮ້າຍ 5 ຄົນ ຈັບມັດ ກ່ອນຈະຫົດນໍ້າມັນໃສ່ ແລະ ຈູດໄຟເຜົາທັງເປັນ ໂດຍຫວັງຈັດສາກເປັນການຂ້າຕົວຕາຍ, ສຸດທ້າຍ ນາງ ສາວ ຣາຟີ ກໍດີ້ນໜີໄປໄດ້ ເນື່ອງຈາກໄຟໄໝ້ຜ້າທີ່ມັດມື ແລະ ຂາ ຈົນຂາດ ແຕ່ວ່າກໍຍັງຕົກຢູ່ໃນສະພາບຖືກໄຟໄໝ້ທັງຕົວ.

ນາງ ສາວ ຣາຟີ ຖືກໄຟໄໝ້ຮ່າງກາຍເຖິງ 80% ແລະ ເສຍຊີວິດໃນໂຮງໝໍ ໃນວັນທີ 10 ເມສາ ທີ່ຜ່ານມາ ແຕ່ຍັງບັນທຶກຄຼິບວີດີໂອ ກ່ອນເສຍຊີວິດ ໂດຍຢໍ້າວ່າຖືກຜູ້ອຳນວຍການລ່ວງລະເມີດທາງເພດ ດັ່ງນີ້:

ກຸ່ມຜູ້ປະທ້ວງ ທີ່ບໍ່ພໍໃຈຕໍ່ເຫດການລ່ວງລະເມີດທາງເພດ ທີ່ເກີດຂຶ້ນໃນປະເທດ

“ ຜູ້ອຳນວຍການ ລູບຄຳຕົວຂ້ອຍ ຂ້ອຍຈະຕໍ່ສູ້ກັບອາຊະຍາກຳນີ້ ຈົນເຖິງລົມຫາຍໃຈສຸດທ້າຍຂອງຂ້ອຍ ”.

ສຳລັບຜູ້ຖືກຫາ 16 ຄົນ ໃນຄະດີນີ້ ມີຜູ້ຍິງຮຽນຮຢູ່ຊັ້ນດຽວກັນກັບຜູ້ເຄາະຮ້າຍ 2 ຄົນ ຖືກຕັ້ງຂໍ້ຫາພາຍໃຕ້ກົດໝາຍກົດຂີ່ຂູດຮີດເດັກ ແລະ ສະຕຣີ, ສ່ວນຜູ້ບົງການຫຼັກ ຊື່ ສິຣັດ ອຸດ ດູລາ ອາຈານໃຫຍ່ໂຮງຮຽນສາສະໜາ ທີ່ຜູ້ເຄາະຮ້າຍຮຽນຢູ່; ຜ່ານການສອບສວນ ພົບວ່າ: ອາຈານໃຫຍ່ ສັ່ງການຈາກສະຖານທີ່ກັກຂັງ ເພາະແຄ້ນທີ່ນາງສາວໄປແຈ້ງຄວາມ ໃນໄລຍະທ້າຍເດືອນມີນາ ທີ່ຜ່ານມາ ໂດຍພາບວີດີໂອບັນທຶກນາທີແຈ້ງຄວາມ ຍັງເຜີຍໃຫ້ເຫັນຄວາມມັກງ່າຍວ່າ: ເຈົ້າໜ້າທີ່ຕຳຫຼວດທີ່ຮັບແຈ້ງ ບໍ່ເອົາໃຈໃສ່ ແລະ ເຮັດທ່າທາງຄືບໍ່ແມ່ນເລື່ອງໃຫຍ່.

ທາງດ້ານ ທ້າວ ມາມູດຸນ ຮາຊັນ ໂນມານ ຜູ້ເປັນອ້າຍຂອງຜູ້ຄເຄາະຮ້າຍ ກ່າວວ່າ:

ຄະດີລ່ວງລະເມີດທາງເພດ ໄດ້ສ້າງຄວາມໂກດແຄ້ນຕໍ່ສັງຄົມ ໃນບັງກຼາເດດ ຢ່າງກວ້າງຂວາງ

ຄອບຄົວຕ້ອງການໃຫ້ຂະບວນການສືບສວນ ເປັນໄປຢ່າງໄວວາ ແລະ ຕ້ອງການໃຫ້ປະຫານຜູ້ລົງມືຂ້ານ້ອງຂອງຕົນ.

ສ່ວນດ້ານ ນາງ ສາວ ມາຮິລາ ປາຣິຊາດ ຈາກກຸ່ມສິດທິສະຕຣີ ກ່າວຍິນດີທີ່ການສືບສວນເປັນໄປຢ່າງໄວວາ ແລະ ກະຕຸ້ນໃຫ້ຄະດີທາງເພດອື່ນໆ ເປັນໄປຢ່າງໄວວາດ້ວຍ ແລະ ຕ້ອງບໍ່ຈົບທີ່ການຍອມຄວາມ ເນື່ອງຈາກວ່າໃນບັງກຼາເດດ ມີຜູ້ຍິງຖືກຂົ່ມຂື່ນຫຼາຍກວ່າ 950 ຄົນ ໃນປີ 2018.