ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາ ປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ໃນວັນທີ 29 ພຶດສະພານີ້, ເປັນປະທານ ໂດຍ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ປະທານກວດກາກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະກອງບັນຊາການ, ປະ ທານ-ຮອງປະທານກວດກາ, ຄະນະພັກຮາກຖານ, ຄະນະໜ່ວຍ ພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ໜູກອນ ແສງວິໄລ ຮອງ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ: ປີ 2018 ໄດ້ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ກົດລະບຽບຂອງພັກ, ມະຕິກອງປະຊຸມໃຫຍ່ ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຕິດຕາມ, ກວດກາຕີລາຄາແບ່ງປະເພດໜ່ວຍພັກເຂັ້ມ ແຂງ ມີ 2 ໜ່ວຍ, ປະເພດແຂງ 10 ໜ່ວຍ, ປະເພດກາງ 2 ໜ່ວຍ, ມີສະມາຊິກພັກທັງໝົດ 338 ສະຫາຍ ຍິງ 44 ສະຫາຍ, ຄັດເລືອກໄດ້ສະມາຊິກພັກເຂັ້ມແຂງ 229 ສະຫາຍ ຍິງ 32 ສະຫາຍ, ປະເພດແຂງ 24 ສະຫາຍ ຍິງ 8 ສະຫາຍ, ປະເພດກາງ 15 ສະຫາຍ ຍິງ 1 ສະຫາຍ, ປະເພດອ່ອນ 2 ສະຫາຍ, ເສຍທາດ ຂາດຄຸນ 1 ສະຫາຍ, ບໍ່ໄດ້ຄັດເລືອກປະເພດ (ໂຍກຍ້າຍໄປຮຽນ) 62 ສະຫາຍ ຍິງ 1 ສະຫາຍ.

ເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈໍານວນ 26 ສະຫາຍ ຍິງ 2 ສະຫາຍ

ທິດທາງ ປີ 2019, ຄະນະພັກ-ຄະນະບັນຊາ ຈະສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະ ນັກງານ-ນັກຮົບ ໃນການນໍາເອົາແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ, ຂໍ້ກໍານົດກົດລະບຽບ, ມູນເຊື້ອຂອງພັກ, ຂອງຊາດເຜີຍແຜ່, ຊຸກຍູ້ຕິດຕາມ-ກວດກາພາຍໃນພັກໃຫ້ເປັນປົກກະຕິ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ, ຂໍ້ຫ້າມຕ່າງໆ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກເປັນຕົ້ນແມ່ນຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ປັບປຸງກົງຈັກການຈັດຕັ້ງວຽກງານກວດກາໃນກອງບັນຊາ ການປ້ອງກັນເຄື່ອນທີ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນປັດຈຸບັນ, ຄັດເລືອກບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອບັນຈຸສັບຊ້ອນພະນັກງານກວດກາໃຫ້ຖືກກັບຄວາມຕ້ອງການຂອງແຕ່ລະໜ້າວຽກຕົວຈິງ.

ກອງປະຊຸມຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈໍານວນ 26 ສະຫາຍ ຍິງ 2 ສະຫາຍ, ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 18 ສະຫາຍ ຍິງ 2 ສະຫາຍ.