ປະກາດຮັບຮອງເອົາໂຮງຮຽນ ມສ ນາຄໍາ ແລະ ມສ ມືຕໍເກົ່າ ເປັນໂຮງຮຽນປອດຢາເສບຕິດ ສົກຮຽນ 2017-2018

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ປະກາດຮັບຮອງເອົາໂຮງຮຽນ ມສ ນາຄໍາ ແລະ ມສ ມືຕໍເກົ່າ ເປັນໂຮງຮຽນປອດຢາເສບຕິດ ສົກຮຽນ 2017-2018 ໃນວັນທີ 24 ພຶດສະພາ 2019 ເປັນປະທານໂດຍ ທ່ານ ນາງ ແສງຈ້ອຍ ສິງຖະໜອມ ຮອງເຈົ້າເມືອງໆສິງ, ມີ ທ່ານ ຄໍານ້ອຍ ແກ້ວຈັນສີ ຮອງຫົວໜ້າພະແນກສຶກສາແຂວງ, ຫ້ອງການສຶກສາເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ເລຂາຄະນະພັກຮາກຖານ, ກຸ່ມບ້ານນາຄໍາ, ອໍານວຍການໂຮງຮຽນ ມສ ແຕ່ລະໂຮງຮຽນ ພ້ອມດ້ວຍຄະນະ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ຄໍາສອນ ລອດຕະຂັນ ຮອງໜ່ວຍງານພະລາສີລະປະສຶກສາເມືອງສິງ ໄດ້ຜ່ານຂໍ້ຕົກລົງຂອງ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ເລກທີ 780/ສກຂ ລົງວັນທີ່ 9 ພຶດສະພາ2019 ວ່າດ້ວຍ ການຮັບຮອງໂຮງຮຽນມັດທະຍົມສຶກສາ ເປັນໂຮງຮຽນປອດຢາເສບຕິດ ຈໍານວນ 48 ໂຮງຮຽນ ໃນທົ່ວແຂວງ ປະຈຳພາກຮຽນທີ II ສົກຮຽນ 2017-2018. ໃນນີ້, ເມືອງສິງ ມີໂຮງຮຽນທີ່ໄດ້ປະກາດເປັນໂຮງຮຽນປອດຢາເສບຕິດ 2 ໂຮງຮຽນ ຄື: ໂຮງຮຽນ ມສ ມືຕໍເກົ່າ ແລະ ໂຮງຮຽນ ມສ ນາຄໍາ, ໂດຍໃນພິທີ ທ່ານ ຄໍານ້ອຍ ແກ້ວຈັນສີ ຮອງພະແນກສຶກສາ ແຂວງຫຼວງນໍ້າທາ ໄດ້ຂຶ້ນມອບປ້າຍປອດຢາເສບຕິດ ໃຫ້ 2 ໂຮງຮຽນ.

ທ່ານ ນາງ ແສງຈ້ອຍ ສິງຖະໜອມ ຮອງເຈົ້າເມືອງໆສິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ 2 ໂຮງຮຽນ ທີ່ໄດ້ປະຕິບັດຄໍາສັ່ງຂອງຂັ້ນເທິງວາງອອກໄດ້ເປັນຢ່າງດີ, ເຮັດໃຫ້ໂຮງຮຽນຂອງຕົນເອງກາຍເປັນໂຮງຮຽນປອດຢາເສບຕິດ ແລະ ເນັ້ນໜັກໃຫ້ບັນດາໂຮງຮຽນແລະ ຜູ້ອໍານວຍການແຕ່ລະໂຮງຮຽນ ເອົາໃຈສຶກສາອົບຮົມນ້ອງນັກຮຽນພາຍ ໃນໂຮງຮຽນຂອງຕົນເອງ ບໍ່ໃຫ້ໄປພົວພັນກັບສິ່ງເສບຕິດ, ເອົາໃຈໃສ່ຕິດຕາມການໄປ-ການມາຂອງນັກຮຽນ, ສືບຕໍ່ສິດສອນນັກຮຽນປະຕິບັດກົດລະບຽບທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນສ້າງສາພັດທະນາໂຮງຮຽນ ທົ່ວເມືອງສິງ ໃຫ້ກາຍເປັນໂຮງຮຽນປອດຢາເສບຕິດ ໃນອະນາຄົດ.