ກ່າວມອບໂດຍ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງອັດຕະປື ຜູ້ຊີ້ນຳວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ
ກ່າວມອບໂດຍ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງອັດຕະປື ຜູ້ຊີ້ນຳວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ

ກອງບັນຊາການ ປກສ ແຂວງອັດຕະປື ມອບລົດມອດໄຟ ຈຳນວນ 1 ຄັນ ໃຫ້ແກ່ ກອງບັນຊາການ ປກສ ເມືອງສະໜາມໄຊ ເພື່ອຮັບໃຊ້ວຽກງານວິຊາສະເພາະ ໃນວັນທີ 23 ພຶດສະພາ 2019, ກ່າວມອບໂດຍ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງອັດຕະປື ຜູ້ຊີ້ນຳວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ກ່າວຮັບໂດຍ ພັທ ບົວລອຍ ແກ້ວອາສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງສະໜາມໄຊ ຜູ້ຊີ້ນຳວຽກງານພະແນກຕຳຫຼວດ ປກສ ເມືອງ, ໂດຍມີ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ການມອບລົດມອດໄຟໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພໃນທົ່ວເມືອງສະໜາມໄຊ ເວົ້າລວມ, ເວົ້າສະເພາະ ກໍແມ່ນເຂດສູນພັກເຊົາຂອງຜູ້ປະສົບອຸທົກກະໄພນ້ຳຖ້ວມ, ຍ້ອນວ່າເຂດດັ່ງກ່າວ ເປັນເຂດທີ່ມີຄວາມສ່ຽງຕໍ່ການເກີດອັກຄີໄພ. ສະນັ້ນ, ປກສ ແຂວງ ຈຶ່ງໄດ້ມອບລົດມອດໄຟ ຈຳນວນ 1 ຄັນ ພ້ອມດ້ວຍອຸປະກອນຮັບໃຊ້ໃນລົດຄົບຊຸດໃຫ້ ປກສ ເມືອງສະໜາມໄຊ ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດສູງສຸດ.

ກອງບັນຊາການ ປກສ ແຂວງອັດຕະປື ມອບລົດມອດໄຟ ຈຳນວນ 1 ຄັນ ໃຫ້ແກ່ ກອງບັນຊາການ ປກສ ເມືອງສະໜາມໄຊ
ກອງບັນຊາການ ປກສ ແຂວງອັດຕະປື ມອບລົດມອດໄຟ ຈຳນວນ 1 ຄັນ ໃຫ້ແກ່ ກອງບັນຊາການ ປກສ ເມືອງສະໜາມໄຊ

ໃນພິທີ, ເຈົ້າໜ້າທີ່ວິຊາສະເພາະພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຍັງໄດ້ແນະນຳວິທີບົວລະບັດຮັກສາ ລວມເຖິງວິທີການນຳໃຊ້ລົດມອດໄຟ ແລະ ອຸປະກອນຮັບໃຊ້ຕ່າງໆໃນລົດມອດໄຟ ໃຫ້ເຈົ້າໜ້າທີ່ວິຊາສະເພາະຂອງ ກອງບັນຊາການ ປກສ ເມືອງສະໜາມໄຊ ເພື່ອຮັບປະກັນໃຫ້ແກ່ການຊົມໃຊ້ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການມອດໄຟ ທັນກັບສະພາບການທີ່ອາດຈະເກີດຂຶ້ນ.