ເປັນປະທານໂດຍ ພັທ ປະຊັນ ຫຼວງພິທັກ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ

ກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 24 ພຶດສະພາ 2019 ເປັນປະທານໂດຍ ພັທ ປະຊັນ ຫຼວງພິທັກ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ມີ ທ່ານ ຄໍາມອນ ໄຊພົມມີ ຮອງເຈົ້າເມືອງວຽງທອງ, ມີ ຄະນະພັກ-ຄະນະກອງບັນຊາການ ແລະ ພະນັັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຄໍາແດງ ແສງມີທອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ກ່າວວ່າ:

1 ປີຜ່ານມາ, ຄະນະກອງບັນຊາການ ໄດ້ເອົາໃຈໃສ່ເປັນເຈົ້າການໃນການຊີ້ນຳ-ນຳພາພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນເປົ້າໝາຍ, ກວດກາຄຸ້ມຄອງການເຊື່ອມໂຍງກັບຕ່າງປະເທດ ສະກັດກັ້ນຕ້ານອາສະຍາກຳຕ່າງໆ ຢູ່ພາຍໃນເມືອງ.

ປີຜ່ານມາ, ມີຄະດີອາຍາເກີດຂຶ້ນ 12 ເລື່ອງ, ກັກຜູ້ຖືກຫາໄດ້ 11 ຄົນ, ຄະດີຢາເສບຕິດ ມີ 4 ເລືອງ, ກັກຕົວຜູ້ຖືກຫາ ໄດ້ 4 ຄົນ ຍິງ 2 ຄົນ, ຄະດີເສດຖະກິດ ມີ 15, ຄະດີສໍ້ໂກງຊັບພົນລະເມືອງ 8 ເລື່ອງ, ອຸບັດຕິເຫດເກີດຂຶ້ນທັງໝົດ 32 ເລື່ອງ, ມີອັກຄີໄພເກີດຂຶ້ນ 2 ຄັ້ງ ແລະ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງທໍາລາຍສວນຢາຝິ່ນ, ກັນຊາຢູ່ບ້ານເປົ້າໝາຍ ສາມາດທໍາລາຍສວນກັນຊາ ໄດ້ທັງໝົດ 45 ສວນ ແລະ ທໍາລາຍສວນຢາຝິ່ນ ໄດ້ 86 ສວນ.

ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ໃນກອງປະຊຸມ ໄດ້ຜ່ານທິດທາງແຜນການຕໍ່ໜ້າເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນີ້ ບັນດາຜູ້ແທນກອງປະຊຸມ ກໍໄດ້ຂຶ້ນປະກອບຄໍາຄິດເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບນໍາໄປຈັດຕັ້ງປະຕິບັດໃຫ້ເຮັດໄດ້ຮັບຜົນດີ.

ໂອກາດດັ່ງກ່າວ, ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນນີ້້ເລື່ອນຊັ້ນ ວາທີ ຂຶ້ນ ຮຕ 1 ສະຫາຍ, ສິບເອກ ຂຶ້ນ ວາທີ 1 ສະຫາຍ, ສິບຕີ ຂຶ້ນ ສິບໂທ 1 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 9 ສະຫາຍ.