ເຄື່ອນໄຫວສຶກສາອົບຮົມນັກໂທດ-ດັດສ້າງ ທີ່ຄ້າຍຄຸມຂັງ-ດັດສ້າງ (ໜອງສາມຂາ) ປກສ ແຂວງບໍລິຄໍາໄຊ

ໃນອາທິດຜ່ານມາ, ທ່ານ ລໍາສະໄໝ ວໍລະສານ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວສຶກສາອົບຮົມນັກໂທດ-ດັດສ້າງ ທີ່ຄ້າຍຄຸມຂັງ-ດັດສ້າງ (ໜອງສາມຂາ) ປກສ ແຂວງບໍລິຄໍາໄຊ ເຂົ້າຮ່ວມໂດຍ ພັທ ສີລາ ພົມມະຈັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ມີພະນັກງານທີ່ກ່ຽວຂ້ອງ ແລະ ນັກໂທດ-ດັດສ້າງ ເຂົ້າຮ່ວມ.

ທ່ານ ລໍາສະໄໝ ວໍລະສານ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ

ດ້ານການເມືອງ-ແນວຄິດ ແລະ ການປະພຶດຂອງຄົນເຮົາກ່ຽວກັບ ຄວາມດີ ແລະ ຄວາມຮ້າຍ ທີ່ສົ່ງຜົນກະທົບໂດຍກົງຕໍ່ຕົນເອງ ແລະ ຜູ້ອື່ນ, ກໍຄື ສັງຄົມ ພ້ອມທັງໄດ້ອະທິບາຍໃຫ້ຮູ້ແຈ້ງກ່ຽວກັບ ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເຊິ່ງຍຶດໝັ້ນຢ່າງໜຽວແໜ້ນຕາມເສັ້ນທາງສັງຄົມນິຍົມ ເພື່ອກ້າວສູ້ຄວາມວັດທະນາຖາວອນຂອງປະເທດຊາດ ແລະ ປະຊາຊົນ.

ພ້ອມກັນເຮັດໜ້າທີ່ 2 ຍຸດທະສາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮຸ່ງເຮືອງ, ສິວິໄລກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍກໍາລັງແຮງຈາກທຸກພາກສ່ວນພາຍໃນຊາດ, ຄວາມສະເໝີພາບລະຫວ່າງຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື, ຊົນເຜົ່າ ລ້ວນແລ້ວແຕ່ສະເໝີພາບກັນຕໍ່ໜ້າກົດໝາຍ ແລະ ພົນລະເມືອງລາວ, ທຸກຄົນແມ່ນມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ຄອບຄົວ, ເຄົາລົບສິດເປັນເຈົ້າຂອງຕົນເອງ ແລະ ຄົນອື່ນ ບົນພື້ນຖານຄວາມຖືກຕ້ອງ ແລະ ເອົາໃຈໃສ່ປະຕິບັດຄວາມດີ.

ເຊິ່ງເກີດຂຶ້ນຈາກ 5 ບໍ່ ແລະ ປະກົດການຫຍໍ້ທໍ້ເກີດຈາກ 3 ຄວາມ ຄື: ບໍ່ໍທີ 1: ບໍ່ຮ້າຍ, ບໍ່ດ່າ, ບໍ່ຂ້າ, ບໍ່ຕີ, ບໍ່ໃຊ້ຄວາມຮຸນແຮງເຊິ່ງກັນແລະກັນ; ບໍ່ທີ 2: ບໍ່ລັກ, ບໍ່ໂລບ, ບໍ່ສໍ້ໂກງ, ບໍ່ຮັບສິນບົນ; ບໍ່ທີ 3: ບໍ່ຫຼິ້ນ; ບໍ່ທີ 4: ບໍ່ຕົວະ ແລະ ບໍ່ທີ 5 ບໍ່ເມົາ.

ປະກົດການຫຍໍ້ທໍ້ເກີດຂຶ້ນຈາກ 3 ຄວາມ ຄື: ຄວາມໂກດແຄ້ນ, ຄວາມໂລບມາກໂລພາ, ຄວາມຫຼົງ.

ທັ້ງນີ້, ຢາກສ້າງໄດ້ຄວາມດີ ແລະ ໜີຈາກຄວາມຊົ່ວຮ້າຍ ຕ້ອງມີຄວາມເມດຕາ ແລະ ຮັກໄຄ່ຕໍ່ຜູ້ອື່ນ, ຕ້ອງມີຄວາມອິດູສົງສານ, ຊ່ວຍເຫຼືອຜູ້ອື່ນດ້ວຍຄວາມຈິງໃຈ, ຕ້ອງມີຄວາມຍິນດີທີ່ເຫັນຄົນອື່ນໄດ້ດີ ແລະ ມີຄວາມວິຕົກກັງວົນ ໃນເມື່ອເຫັນຄົນອື່ນພົບຄວາມຫຍຸ້ງຍາກ ແລະ ຕ້ອງປັດສະຈາກສິ່ງທີ່ເປັນອັກຄະຕິຕໍ່ຜູ້ອື່ນ.

ນອກນີ້, ທ່ານຍັງໄດ້ຮຽກຮ້ອງຕໍ່ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ທີ່ຢູ່ຄ້າຍຄຸມຂັງ-ດັດສ້າງນີ້ວ່າ:

ການປະຕິບັດໂທດ ແມ່ນການນໍາມາຝຶກຝົນແນວຄິດຈິດໃຈໃຫ້ຮູ້ອົດ, ຮູ້ທົນ ແລະ ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ເອົາໃຈໃສ່ປະຕິບັດລະບຽບຂອງຄ້າຍ-ຄຸມຂັງ ຢ່າງເຂັ້ມງວດ ເພື່ອຈະໄດ້ຮັບການອະໄພຍະໂທດ, ຜ່ອນໂທດຈາກຂັ້ນເທິງຕໍ່ໄປ; ເມື່ອໄດ້ຮັບການປະຕິບັດໂທດ ແລະ ຝຶກຝົນຫຼ່ໍຫຼອມຕົນເອງ ຈົນສໍາເລັດແລ້ວ ຈົ່ງກັບໄປເປັນພົນລະເມືອງທີ່ດີຂອງສັງຄົມ ແລະ ຄອບຄົວ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ, ກໍຄື ຄອບຄົວຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ມີຊີວິດໃໝ່ທີ່ສົດໃສຢູ່ໃນສັງຄົມ.

ໃນໂອກາດດຽວກັນ, ຍັງໄດ້ມອບເຄື່ອງໃຊ້ ປະເພດສະບູ ເພື່ອແຈກຢາຍໃຫ້ນັກໂທດ-ດັດສ້າງ ໄປນໍາໃຊ້ເຂົ້າໃນຊີວິດປະຈໍາວັນ.