ເປັນປະທານໂດຍ ພັອ ຄຳພົນ ສີຫາປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເປີດຝຶກອົບຮົມ ວຽກງານກໍ່ສ້າງຮາກຖານການເມືອງ ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ຄຳພົນ ສີຫາປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີ ຄະນະຫ້ອງອ້ອມຂ້າງ, ກອງພັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງ ເລກ 2, ປກສ ເມືອງ-ນະຄອນ, ແຂກຮັບເຊີນ ແລະ ພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພັອ ຄຳພົນ ສີຫາປັນຍາ ກ່າວເປີດກອງປະຊຸມ ວ່າ:

ການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຊື່ອມຊຶມ ເພື່ອຍົກສູງຄວາມຮູ້, ສະຕິຄວາມຕື່ນຕົວເປັນເຈົ້າການຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຂະແໜ່ງການຢູ່ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເພີ່ມທະວີຂະບວນການປຸກລະດົມຂົນຂວາຍປະຊາຊົນ, ສ້າງສະຕິຊາດ ແລະ ເຄົາລົບລະບຽບກົດໝາຍໃຫ້ບັນດາຊັ້ນຄົນຕ່າງໆ, ເພື່ອນຳເອົາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ສູນກາງພັກ ແລະ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກກອງບັນຊາການ ປກສ ແຂວງ, ຫັນເອົາກຳລັງປ້ອງກັນຄວາມສະຫງົບແຂວງ ແລະ ເມືອງ ລົງສູ່ຮາກຖານ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມີ ຄະນະຫ້ອງອ້ອມຂ້າງ, ກອງພັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງ ເລກ 2, ປກສ ເມືອງ-ນະຄອນ, ແຂກຮັບເຊີນ ແລະ ພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ

ໃນພິທີ, ຄະນະກອງບັນຊາການ ໄດ້ຜັດປ່ຽນກັນຜ່ານບັນດາເນື້ອໃນເອກະສານທີ່ສໍາຄັນຄື: ເອກະສານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ດຳລັດ 348/ລບ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ຄຳສັ່ງ 1526/ປກສ ວ່າດ້ວຍ ການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ແຜນການລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການແກ້ໄຂຄວາມບໍ່ສະຫງົບ ຢູ່ໃນບັນດາເມືອງ ປະຈຳປີ 2019.