ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຖະແຫຼ່ງຂ່າວ-ສື່ມວນຊົນທົ່ວແຂວງ ປະຈໍາປີ 2019

ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຖະແຫຼ່ງຂ່າວ-ສື່ມວນຊົນທົ່ວແຂວງ ປະຈໍາປີ 2019 ໃນວັນທີ 30 ພຶດສະພາຜ່ານມາ, ເປັນປະທານໂດຍ ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື, ມີຫົວໜ້າຂະແໜງ, ຫົວໜ້າກອງວິທະຍຸ-ໂທລະພາບ ແລະ ສື່ມວນຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ລາວີ ສຸດທະວີໄລ ຫົວໜ້າຂະແໜງຖະແຫຼງຂ່າວ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ວ່າ:

ໂດຍສະເພາະແມ່ນ ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ວຽກງານວິທະຍຸ-ໂທລະພາບ, ວຽກງານວາລະສານ-ໜັງສືພິມ ແລະ ວຽກງານວິທະຍຸ ເຊິ່ງໃນປັດຈຸບັນ ວຽກງານຂ່າວສານ ໃນທົ່ວແຂວງອັດຕະປື ເຫັນວ່າ:

ມີບົດບາດສຳຄັນຫຼາຍໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເຊິ່ງສະແດງອອກ ມີຜູ້ຮັບຟັງກວມພື້ນທີ່ 83% ໃນທົ່ວແຂວງ ແລະ ແຂວງໃກ້ຄຽງ, ໃນນີ້ພວກເຮົາມີທັງໝົດ 23 ລາຍການ ອອກອາກາດ 13 ຊົ່ວໂມງກັບ 30 ນາທີຕໍ່ມື້ ເຊິ່ງມີລາຍການວິທະຍຸຂອງແຂວງ 11 ລາຍການ, ລາຍການຂອງເມືອງ 3 ລາຍການ ແລະ ລາຍການຈາກກົມກອງອ້ອມຂ້າງ 9 ລາຍການ.

ໃນໄລຍະຜ່ານມາ, ສາມາດຜະລິດຂ່າວອອກອາກາດທັງໝົດ 1.000 ກວ່າຂ່າວ, ສົ່ງວິທະຍຸແຫ່ງຊາດ 1.287 ຂ່າວ, ຮັບຂ່າວຈາກບັນດາເມືອງ ຈຳນວນ 455 ຂ່າວ, ໄດ້ຜະລິດລາຍການອັດຕະປືວັນໃໝ່ ໄດ້ 48 ຄັ້ງ ແລະ ຜະລິດວາລະສານສະບັບພິເສດ ໄດ້ 1.000 ຫົວ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນໃສ່ວຽກງານດັ່ງກ່າວ ໃນການຈັດຕັ້ງປະຕິບັດ ໃນປີຕໍ່ໜ້ານີ້ ໂດຍເລັ່ງໃສ່ດ້ານປະລິມານ ແລະ ຄຸນນະພາບ, ເປັນຕົ້ນແມ່ນ ເນື້ອໃນຂອງການໂຄສະນາ ດ້ວຍການນຳສະເໜີຂໍ້ມູນຂ່າວສານ ໃຫ້ຖືກຕ້ອງວ່ອງໄວ ແລະ ຊັດເຈນ, ພ້ອມທັງດຶງດູດໃຫ້ສັງຄົມມີຄວາມສົນໃຈ ເພື່ອເຮັດໃຫ້ສື່ມວນຊົນພາຍໃນແຂວງ ມີບາດກ້າວຂະຫຍາຍຕົວຂຶ້ນກວ່າເກົ່າ.