ເມື່ອເຈົ້າໜ້າທີ່ ໄດ້ຕີລາຄາຄວາມຮຸນແຮງຂອງຄະດີທ່ີເກີດຂຶ້ນ, ພັທ ຫງວຽນ ດຶກມິ້ງ ຮອງຫົວໜ້າຕຳຫຼວດກຸ່ມ ໄດ້ຊີ້ນຳກຳລັງຕຳຫຼວດອາຍາ ເລັ່ງໃຫ້ຜູ້ເສຍຫາຍໄປກວດສຸຂະພາບດ່ວນ, ພ້ອມທັງເກັບກຳຮ່ອງຮອຍຫຼັກຖານ, ພ້ອມດຽວກັນນັ້ນ ກໍເລັ່ງຕິດຕາມຈັບກຸມຕົວຜູ້ກໍ່ເຫດ ໂດຍທັນທີ.

ເຖິງເວລາ 17:00 ໂມງ ຂອງວັນດຽວກັນ, ຫ້ອງການຕຳຫຼວດ ເຂດເກົ່າເຢີຍ ໄດ້ເຂົ້າຈັບຕົວ ທ້າວ ກວ້າງ ໃນຂະນະທີ່ຜູ້ກ່ຽວກຳລັງກຽມເຄື່ອງໂຕນໜີໄປ ແຂວງດົ່ງນາຍ; ເຈົ້າໜ້າທີ່ ໄດ້ເຂົ້າກວດຄົ້ນສະຖານທີ່ພັກເຊົາຂອງຜູ້ກ່ຽວ ສາມາດກວດພົບສຳເນົາເອກະສານສະເໜີເຂົ້າເຮັດວຽກ ຂອງຜູ້ຍິງອີກຈຳນວນຫຼາຍສະບັບ ແລະ ຈຳນວນເອກະສານດັ່ງກ່າວນີ້ ຈະແມ່ນຂອງບັນດາເຫຍື່ອທີ່ຖືກລໍ້ລວງຂອງຜູ້ກ່ຽວ ຫຼື ບໍ່ນັ້ນ, ທາງເຈົ້າໜ້າທີ່ຕຳຫຼວດ ກຳລັງສືບສວນ-ສອບສວນເປີດກວ້າງຕໍ່ໄປ ເພື່ອຄົ້ນຫາຕົ້ນປາຍສາເຫດ.

ຕາມການເປີດເຜີຍຂອງ ພັທ ຫງວຽນ ດຶກມິ້ງ ທ່ານໃຫ້ຮູ້ຕື່ມວ່າ:

ຈາກເຫດການທີ່ເກີດຂຶ້ນ ດັ່ງທີ່ກ່າວມາຂ້າງເທິງ, ມັນໄດ້ເປັນບົດຮຽນອັນລ້ຳຄ່າໃຫ້ກັບສັງຄົມ ໂດຍສະເພາະແມ່ນ ບັນດາຍິງສາວທີ່ຍັງໜຸ່ມນ້ອຍ ຫຼັງຈາກທີ່ຮຽນຈົບວິຊາສະເພາະແລ້ວ ຕ້ອງການເຂົ້າເຮັດວຽກຕາມບັນດາບໍລິສັດ, ໂຮງຈັກໂຮງງານ ຫຼື ຕາມສາຂາທຸລະກິດຕ່າງໆ ເພາະວ່າຍັງມີບຸກຄົນທີ່ມີແນວຄິດສວຍໃຊ້ ຄວາມຕ້ອງການຢາກເຂົ້າເຮັດວຽກຂອງບັນດາຍິງສາວ ເປັນເຄື່ອງມືລະບາຍອາລົມ ເພື່ອແລກກັບຄວາມຕ້ອງການໃນໜ້າທີ່ວຽກງານນັ້ນ ແລະ ນອກນີ້, ຍັງມີເປົ້າໝາຍທີ່ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງເອົາຊັບສິນ-ເງິນຄຳ ນຳອີກ.

ເຊິ່ງກ່ອນໜ້ານີ້, ກໍເກີດເຫດການໃນລັກສະນະແບບນີ້ຂຶ້ນ ທີ່ເຂດບາດິ່ງ, ເຈົ້າໜ້າທີ່ຕຳຫຼວດ ເຂດບາດິ່ງ ໄດ້ເຂົ້າຈັບກຸມຕົວ ທ້າວ ບຸ່ຍຢຸຍຢວນ ອາຍຸ 24 ປີ ເຊິ່ງເປັນຄົນຄົ້ນຄິດສ້າງຕັ້ງ ບໍລິສັດ ອານທິ້ງ, ໂດຍເຊົ່າຫ້ອງທີ່ຖະໜົນເບືອຍ ເພື່ອຫຼອກລວງບັນດາຍິງສາວ ດ້ວຍວິທີຮັບພະນັກງານບັນຊີ-ການເງິນ.

ມັນໄດ້ເປັນບົດຮຽນອັນລ້ຳຄ່າໃຫ້ກັບສັງຄົມ ໂດຍສະເພາະແມ່ນ ບັນດາຍິງສາວທີ່ຍັງໜຸ່ມນ້ອຍ ຫຼັງຈາກທີ່ຮຽນຈົບວິຊາສະເພາະແລ້ວ
ມັນໄດ້ເປັນບົດຮຽນອັນລ້ຳຄ່າໃຫ້ກັບສັງຄົມ ໂດຍສະເພາະແມ່ນ ບັນດາຍິງສາວທີ່ຍັງໜຸ່ມນ້ອຍ ຫຼັງຈາກທີ່ຮຽນຈົບວິຊາສະເພາະແລ້ວ

ເມື່ອມີບັນດາຍິງສາວ ມາສະໝັກວຽກນຳຜູ້ກ່ຽວທີ່ຫ້ອງການ, ຜູ້ກ່ຽວແມ່ນຈະຮັບທັນທີ ແລ້ວຮຽກຮ້ອງໃຫ້ໄປເຮັດວຽກນຳ. ຈາກນັ້ນ, ແມ່ນໃຊ້ເລ່ລ່ຽມຕົວະເອົາຍິງສາວນັ້ນ ເຂົ້າເຮືອນພັກ ເພື່ອລວນລາມ ແລະ ຂົ່ມຂືນ.

ເພື່ອເປັນການຂົ່ມຂູ່ຜູ້ເສຍຫາຍ ທ້າວ ຢວນ ແມ່ນໃຊ້ໂທລະສັບຖ່າຍຄຼິບວິດີໂອ ໃນຂະນະທີ່ມີຫຍັງກັນໄວ້, ຖ້າຫາກລາຍງານເຈົ້າໜ້າທີ່ ຈະນຳຄຼິບດັ່ງກ່າວອອກເຜີຍແຜ່ເທິງສື່ອອນລາຍ ໃນທັນທີ. ພາຍໃນໄລຍະເວລາບໍ່ເຖິງເຄິ່ງເດືອນ, ທ້າວ ຢວນ ແມ່ນໄດ້ໃຊ້ຮູບການດັ່ງກ່າວຫຼອກລວງຍິງສາວ ໄດ້ເຖິງ 4 ຄົນ.

ນອກຈາກເຫດການນີ້ແລ້ວ, ທີ່ນະຄອນຫາຍຟ່ອງ ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ເຂົ້າຈັບຕົວ ທ້າວ ຟ້າມເຖຫົ່ວ ອາຍຸ 39 ປີ ຢູ່ເມືອງອານເຢືອງ ແຂວງຫາຍຟ່ອງ, ຜູ້ກ່ຽວແມ່ນໃຊ້ຮູບແບບການເຂົ້າອິນເຕີເນັດ ແລ້ວຊອກຫາຂໍ້ມູນຂອງບັນດາຍິງສາວທີ່ຫາກໍຮຽນຈົບວິຊາຊີບ ແລ້ວຕ້ອງການວຽກເຮັດ ຜູ້ກ່ຽວຈະໂທລະສັບຕົວະເອົາຍິງສາວທີ່ຕ້ອງການເຂົ້າເຮັດວຽກນັ້ນມາພົບ ເພື່ອເຮັດການສຳພາດເຂົ້າວຽກ, ເມື່ອຜູ້ຖືກເຄາະຮ້າຍມາເຖິງສະຖານທີ່ນັດໝາຍ ຜູ້ກ່ຽວກໍໃຊ້ກຳລັງກຸມຍິງສາວ, ມັດແຂນ ແລະ ເອົາສະກັອດຕິດປາກ. ຈາກນັ້ນ, ຜູ້ກ່ຽວຈະເຮັດການຄົ້ນເອົາຊັບສິນ ພ້ອມທັງຂົ່ມຂືນ.

ນອກຈາກຮູບການຊອກຂໍ້ມູນຂອງຍິງສາວ ທີ່ຕ້ອງການຊອກວຽກເຮັດແລ້ວ, ເປົ້າໝາຍຍັງໄດ້ລົງຂໍ້ຄວາມເທິງອິນເຕີເນັດເອງ ວ່າ: ຕ້ອງການພະນັກງານ, ໃຫ້ເງິນເດືອນຈຳນວນຫຼາຍ, ຮູບການດັ່ງກ່າວນີ້ ກໍໄດ້ຮັບຄວາມສົນໃຈຈາກບັນດາຍິງສາວ ທີ່ກຳລັງຕ້ອງການມີວຽກເຮັດງານທຳ ແລະ ຍ້ອນເລ່ລ່ຽມຂອງກຸ່ມເຄື່ອນໄຫວດັ່ງກ່າວ ຈຶ່ງເຮັດໃຫ້ບັນດາຍິງສາວຕົກເປັນເຫຍື່ອແບບບໍ່ຮູ້ຕົວ.

ດັ່ງເຫດການທີ່ເກີດຂຶ້ນ ຄື: ເຈົ້າໜ້າທີ່ ໄດ້ຈັບຕົວ ທ້າວ ໂງຢຸຍແຂັງ ອາຍຸ 29 ປີ ຢູ່ຄຸ້ມຊວັນລະ ເຂດເຕິ້ຍໂຮ່ ນະຄອນຫຼວງຮ່າໂນ້ຍ.

ເປົ້າໝາຍຍັງໄດ້ລົງຂໍ້ຄວາມເທິງອິນເຕີເນັດເອງ ວ່າ: ຕ້ອງການພະນັກງານ, ໃຫ້ເງິນເດືອນຈຳນວນຫຼາຍ
ເປົ້າໝາຍຍັງໄດ້ລົງຂໍ້ຄວາມເທິງອິນເຕີເນັດເອງ ວ່າ: ຕ້ອງການພະນັກງານ, ໃຫ້ເງິນເດືອນຈຳນວນຫຼາຍ

ຜ່ານການສອບສວນຂອງ ເຈົ້າໜ້າທີ່ ຜູ້ກ່ຽວສະລະພາບວ່າ:

ໄດ້ລົງຂ່າວຮັບພະນັກງານຄາວເຕີທີ່ເຮືອນພັກ, ໃຫ້ເງິນເດືອນ 4 ລ້ານດົ່ງຕໍ່ເດືອນ, ກິນຢູ່ນຳ, ໂມງເຮັດວຽກແມ່ນມື້ລະ 4 ຊົ່ວໂມງ, ເມື່ອໄດ້ລົງໃນເຟດບຸກສ່ວນຕົວຂອງຕົນເອງ ກໍປະກົດວ່າມີຍິງສາວຫຼາຍຄົນຕິດຕໍ່ມາຫາ ເມື່ອມີການຕິດຕໍ່ໃຫ້ມາທີ່ເຮືອນພັກ ເພື່ອເຮັດການສຳພາດ ແລະ ທົດລອງເຮັດວຽກ ແລະ ສຸດທ້າຍກໍຖືກຜູ້ກ່ຽວໃຊ້ກຳລັງກຸມຂົ່ມຂືນ.

ຕາມການໃຫ້ຄຳແນະນຳຂອງ ເຈົ້າໜ້າທີ່ຕຳຫຼວດ, ບັນດາການຖືກນັດໝາຍໃຫ້ໄປພົບເພື່ອສຳພາດຕາມສະຖານທີ່ຜິດປົກກະຕິເຊັ່ນ ເຮືອນພັກ, ໂຮງແຮມ ຫຼື ຮ້ານກາເຟ… ເຊິ່ງແນ່ນອນແມ່ນຍ້ອນກົນອຸບາຍຂອງຄົນຮ້າຍ ຢ່າງແນ່ນອນ.